ຫຼາຍປະເທດທົ່ວໂລກ ປະເຊີນກັບອຸນຫະພູມສູງຂຶ້ນ – ເກີດໄພແຫ້ງແລ້ງຜິດປົກກະຕິ

42

CRI ລາຍງານວ່າ: ຫຼາຍປະເທດທົ່ວໂລກ ກຳລັງປະເຊີນກັບອຸນຫະພູມສູງຂຶ້ນ ແລະ ເກີດໄພແຫ້ງແລ້ງທີ່ຜິດປົກກະຕິ, ເຮັດໃຫ້ມວນຊົນມີຄວາມກັງວົນຕໍ່ການນຳໃຊ້ນ້ຳ ໃນຊີວິດປະຈຳວັນ.

อาจเป็นรูปภาพของ 1 คน และ กลางแจ้ง

ເມື່ອບໍ່ດົນມານີ້, ຄະນະກຳມາທິການສະຫະພາບເອີຣົບ ໄດ້ເຜີຍແຜ່ບົດລາຍງານ ໂດຍລະບຸວ່າ: ຍ້ອນວ່າລະດູໜາວທີ່ຫາກໍຜ່ານພົ້ນໄປນັ້ນ ມີອາກາດແຫ້ງ ແລະ ອົບອຸ່ນເປັນພິເສດ, ປະລິມານນ້ຳຝົນ ແລະ ຫິມະໜ້ອຍ. ສະນັ້ນ, ຝຣັ່ງ, ແອັດສະປາຍ ແລະ ອິຕາລີ ໄດ້ຮັບຜົນກະທົບຈາກໄພແຫ້ງແລ້ງໜັກກວ່າປະເທດອື່ນ.

อาจเป็นรูปภาพของ 1 คน

ລາຍງານລະບຸວ່າ: ປະເທດຈຳນວນໜຶ່ງໃນທະວີບເອີຣົບ ອາດຈະຂາດແຄນຊັບພະຍາກອນນ້ຳ ເປັນຈຳນວນຫຼາຍ. ຂະນະທີ່ ອົດສະຕຣາລີ ນັບແຕ່ຕົ້ນເດືອນມີນານີ້ເປັນຕົ້ນມາ ອຸນຫະພູມສະເລ່ຍສູງສຸດຢູ່ນະຄອນຊິດນີ ແມ່ນສູງເຖິງ 29,1 ອົງສາ, ສື່ມວນຊົນທ້ອງຖິ່ນລາຍງານວ່າ: ອີງຕາມທ່າອ່ຽງແບບນີ້ ເດືອນມີນາປີນີ້ ຈະມີອາກາດຮ້ອນທີ່ສຸດໃນຮອບ 165 ປີ ນັບແຕ່ ອົດສະຕຣາລີ ເລີ່ມມີການບັນທຶກຂໍ້ມູນເປັນຕົ້ນມາ.