ກຽມເງິນໄປທ່ຽວຈີນໄດ້ແລ້ວ! ກາງເດືອນໜ້າເປີດແລ່ນລົດໄຟຂ້າມແດນສອງປະເທດ

164

ສາຍມັກທ່ຽວ, ຜູ້ເຮັດທຸລະກິດກັບ ສປ ຈີນ ໂອກາດນີ້ທ່ານຄົງລໍຄອຍມາດົນ ເປີດແລ່ນຂ້າມແດນຈາກລາວໄປຈີນເລີຍ ອີກບໍ່ນານເກີນລໍ ກາງເດືອນເມສານີ້ກໍ່ໄດ້ລຶກງາມຍາມດີ ເປີດແລ່ນລົດໄຟໂດຍສານລະຫວ່າງປະເທດລາວ ແລະ ສປ ຈີນແລ້ວ.

No photo description available.
ຕາມຂ່າວຈາກ CRI ອີງຕາມການໃຫ້ສຳພາດຂອງ ທ່ານ ວົງທອງ ສຸພັນທອງ ຮອງຫົວໜ້າວິສະວະກອນໃຫຍ່ ບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ ຕໍ່ CMG ປະຈໍາລາວໃນວັນທີ 22 ມີນາ 2023ນີ້ໃຫ້ຮູ້ວ່າ ບໍລິສັດທາງລົດໄຟລາວ-ຈີນ ຈະເປີດບໍລິການລະຫວ່າງປະເທດ ຈາກນະຄອນຫຼວງວຽງຈັນຫານະຄອນຄຸນໝິງ ສປ ຈີນ, ນະຄອນຄຸນໝິງ-ນະຄອນຫຼວງວຽງຈັນ ໃນກາງເດືອນເມສາ.

No photo description available.
ຊຶ່ງມາຮອດປະຈຸບັນແມ່ນຢູ່ໃນຂັ້ນຕອນການປະສານສົມທົບ ການກະກຽມຄວາມພ້ອມໃນດ້ານຕ່າງໆຂອງທັງສອງຝ່າຍລາວ-ຈີນ ສໍາລັບຮູບແບບການເດີນທາງດ້ວຍລົດໄຟລະຫວ່າງປະເທດນີ້, ລົດໄຟທີ່ອອກຈາກນະຄອນຫຼວງວຽງຈັນໄປຮອດສະຖານີຄຸນໜິງ ສປ ຈີນ ຕ້ອງໄດ້ລົງແຈ້ງເອກະສານເຂົ້າ-ອອກເມືອງຢູ່ສະຖານີບໍ່ເຕ່ນ(ສປປ ລາວ)ກ່ອນ, ຈາກນັ້ນ, ໄປແຈ້ງເຂົ້າເມືອງຢູ່ສະຖານີບໍ່ຫານ(ສປ ຈີນ) ເພື່ອເຂົ້າສປ ຈີນ ເຊິ່ງອີງໃສ່ລະບຽບການເຂົ້າ-ອອກຂອງແຕ່ລະປະເທດ.

No photo description available.
ອີງຕາມສະຖິຕິບໍລິສັດລົດໄຟລາວ-ຈີນໃຫ້ຮູ້ວ່າ, ຫຼັງຈາກສປປ ລາວ ແລະ ສປ ຈີນ ໄດ້ປະກາດເປີດປະເທດ, ປະຈຸບັນ ມີນັກທອ່ງທ່ຽວ, ນັກທຸລະກິດ ເດີນທາງໄປ-ມາຢ່າງຫຼວງຫຼາຍ ໂດຍຜ່ານທາງລົດໄຟລາວ-ຈີນ ເຂົ້າທາງສະຖານີບໍ່ເຕ່ນ ເພື່ອເຂົ້າມາສປປ ລາວ ແລະຈຸດຕ່າງໆຕາມແລວທາງລົດໄຟ ໂດຍສະເລ່ຍແລ້ວມີປະມານ 1.500-1.600 ຄົນຕໍ່ມື້.

No photo description available.

ທ່ານ ວົງທອງ ສຸພັນທອງ ກ່າວອີກວ່າ: ນັບແຕ່ບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ ໄດ້ເປີດນໍາໃຊ້ໃນວັນທີ 3 ທັນວາ 2019 ເປັນຕົ້ນມາ ບໍລິສັດໄດ້ຖືສໍາຄັນຂອດບໍລິການຜູ້ໂດຍສານ ແລະ ຄວາມປອດໄພເປັນບູລິມະສິດ ໂດຍມີການປັບປຸງດ້ານຕ່າງໆໃຫ້ດີຂຶ້ນເລື້ອຍໆ. ໃນວັນທີ 15 ມີນາປີນີ້, ບໍລິສັດລົດໄຟລາວ-ຈີນ ຈໍາກັດ ກໍໄດ້ເປີດຂາຍປີ້ທາງອອນລາຍ,ພຽງແຕ່ດາວໂຫຼດ App LCR Ticket ໃສ່ມືຖືກໍສາມາດຊື້ປີ້ໄດ້ ຜູ້ໂດຍສານສາມາດແຈ້ງເຂົ້າສະຖານີ ໂດຍໃຊ້ຄິວອາໂຄດຈາກການຊື້ປີ້ກໍເດີນທາງໄດ້ເລີຍ ສະດວກ ວ່ອງໄວ ແລະທັນສະໄໝ ເຊິ່ງປະຈຸບັນ, ມີຜູ້ລົງທະບຽນນໍາໃຊ້ App LCR Ticket ແລ້ວປະມານ 15.000 ກວ່າຄົນ.

No photo description available.
ແນ່ນອນ ເມື່ອເປີດບໍລິການແລ່ນຂ້າມແດນລາວ-ຈີນຜ່ານເສັ້ນທາງລົດໄຟ ຈະເຮັດໃຫ້ແຂກຄົນ ບໍ່ສະເພາະແຕ່ປະຊາຊົນສອງປະເທດແຕ່ຈະກວມລວມເອົາຄົນຈຳນວນຫຼາຍໃນທົ່ວໂລກທີ່ຈະມາໃຊ້ບໍລິການ ຊຶ່ງນັ້ນເປັນໂອກາດທີ່ດີໃນການຟື້ນຟູເສດຖະກິດຫຼັງໂຄວິດ-19 ແລະຍັງເປັນບັນຍາກາດໃໝ່ໃຫ້ກັບປະເທດເຮົາ ໄດ້ຕ້ອນຮັບຂັບສູ່ ບັນດານັກລົງທຶນ, ຄູ່ຄ້າ, ນັກທ່ອງທ່ຽວຈາກຫຼາຍປະເທດມາຮ່ວມສ້າງສາເສດຖະກິດໃນ ສປປ ລາວເຮົາອີກດ້ວຍ.

 

 

 

 

 

+2