ທີມຊາດລາວ ຊຸດໃຫຍ່ ລົງສະໜາມນັດທໍາອິດໃນປີ 2023 ດ້ວຍການເສຍໃຫ້ກັບ ເຈົ້າພາບ ເນປານ 0-2 ໃນການແຂ່ງຂັນບານເຕະອຸ່ນເຄື່ອງຕາມປະຕິທິນຂອງ FIFA DAY ລາຍການ Prime Minister 3 Nations Cup 2023 ເມື່ອວັນທີ 23 ມີນາ 2023 ທີ່ສະໜາມ Dashrath Stadium Kathmandu ປະເທດເນປານ.
ນັດດັ່ງກ່າວ ທີມຊາດລາວ ຊຸດໃຫຍ່ ຈັດຜູ້ຫຼິ້ນລົງເຕັມຊຸດນໍາໂດຍ ສຸກອາພອນ ວົງຈຽງຄໍາ ຫົວໜ້າທີມຢືນກາງຮ່ວມກັບ ໄມເຄິລ ວ່າງ ກອງກາງເຊື້ອສາຍລາວ-ອາເມຣິກາ ຈາກສະໂມສອນໃນລີກສູງສຸດຂອງສະຫະລັດອາເມຣິກາ ໂດຍວາງ ບຸນພະຈັນ ບຸນກອນ ແລະ ວັນນະສອນ ດວງໄມຕີ ຢືນໜ້າ, ສ່ວນກອງຫຼັງວາງ ອານັນຕະຊາ ສີພົງພັນ ຢືນຄູ່ກັບ ພຸດທະວົງສັງວິໄລ ຮັບມືກັບ ເນປານ.
ຜ່ານການແຂ່ງຂັນປາກົດວ່າ: Ananta Tamang ຍິງປະຕູໃຫ້ກັບ ເນປານ ຂຶ້ນນໍາໄປກ່ອນ 1-0 ນາທີໆ 30 ກ່ອນຈົບເຄິ່ງເວລາທໍາອິດ, ສ່ວນເຄິ່ງເວລາທີ 2 ເນປານ ໜີຫ່າງເປັນ 2-0 ຈາກການຍິງຂອງ Nawayug Shrestha ນາທີໆ 56, ຫຼັງຈາກນັ້ນ ທີມຊາດລາວ ມີໂອກາດງາມໆ 2-3 ຄັ້ງ ແຕ່ຍັງບໍ່ດີພໍທີ່ຈະສົ່ງບານເຂົ້າປະຕູໄດ້, ສ່ວນໄລຍະເວລາທີ່ເຫຼືອບໍ່ມີປະຕູເພີ່ມ ກ່ອນຈົບການແຂ່ງຂັນທີມຊາດລາວ ເສຍໄປ 0-2.
ຈາກຜົນດັ່ງກ່າວເຮັດໃຫ້ ທີມຊາດລາວ ຍັງບໍ່ມີຄະແນນຢູ່ອັນດັບສຸດທ້າຍຂອງຕາຕະລາງຄະແນນລວມ ຢ່າງໃດກໍຕາມ, ຍັງມີໂອກາດລຸ້ນເຂົ້າຮອບ ໂດຍນັດຕໍ່ໄປ ຈະພົບກັບ ບູຖານ ໃນວັນທີ 25 ມີນາ 2023 ເວລາ 18:00 ໂມງ ຕ້ອງຊະນະສະຖານດຽວ ເພື່ອລຸ້ນເຂົ້າຮອບໃຫ້ໄດ້, ສ່ວນ ເຈົ້າພາບ ເນປານ ເກັບໂອກາດເຂົ້າຮອບສູງໂດຍນັດຕໍ່ໄປຈະພົບກັບ ບູຖານ ໃນວັນທີ 28 ມີນາ 2023 ຂໍພຽງສະເໝີເຂົ້າຮອບທັນທີ.
ສໍາລັບ ລາຍການດັ່ງກ່າວມີ 3 ປະເທດເຂົ້າຮ່ວມຄື: ເນປານ ເຈົ້າພາບ, ບູຖານ ແລະ ລາວ ແຂ່ງຂັນແບບພົບກັນໝົດ ເພື່ອຄັດເອົາທີ 1 ແລະ ທີ 2 ເຂົ້າໄປຊີງຊະນະເລີດໃນວັນທີ 31 ມີນາ 2023.
ຂ່າວ: Larh Creators; ຮູບຈາກ: ສຕລ