ເປັນແນວອາກາດ ມື້ນີ້ຢູ່ທາງນັ້ນຝົນຕົກຫຼື ແດດຮ້ອນ

114

ໃກ້ເຂົ້າປີໃໝ່ເທື່ອໃດບອກໄດ້ເລີຍຫູດັບຕັບໄໝ້ ຍ້ອນອາກາດຮ້ອນແຮງ ນະຄອນຫຼວງວຽງຈັນລົງໄປທາງພາກໃຕ້ຍິ່ງບັນຍາຍໄດ້ຍາກ ໄລຍະນີ້ຕ້ອງເພິ່ງພາແອເປັນຫຼັກເປືອງໄຟເປັນພິເສດ ອັນສຳຄັນກວ່ານັ້ນຢ່າລືມເລື່ອງຟືນໄຟ ມອດໃຫ້ສະໜິດກ່ອນອອກຈາກບ້ານເດີ້ທຸກຄົນ.

No photo description available.

ຕາມລາຍງານສະພາບອາກາດຂອງກົມອຸຕຸນິຍົມ ແລະອຸທົກກະສາດເຊົ້າມື້ນີ້ ຢູ່ນະຄອນຫຼວງວຽງຈັນແມ່ນອຸນຫະພູມຍັງຂຶ້ນຮອດ 39 ອົງສາ ແລະເຂດອື່ນໆກໍ່ເຊັ່ນດຽວກັນຈະຮ້ອນອົບເອົ້າຫຼາຍຕະລອດວັນທີ 23  ມີນານີ້.

No photo description available.
ສະເພາະໃນມື້ວັນພຸດທີ່ຜ່ານມາ ອາກາດແມ່ນຮ້ອນອົບເອົ້າທີ່ສຸດຢູ່ນະຄອນຫຼວງວຽງຈັນ ທີ່ອຸນຫະພຸູມຂຶ້ນສູງສຸດເຖິງ 39,5 ອົງສາ, ຮອງລົງມາແມ່ນ ທ່າແຂກ 39,4 ອົງສາ ແລະ ເຂດອື່ນໆຕາມລຳດັບ.

May be an image of text that says '120 120 100 80 60 40 20 o 20 -40 30 20 10 o 10 20 -30 -40'

ສ່ວນໃນມື້ນີ້ 23 ມີນາ ສະພາບອາກາດຍັງຈະຄົງສືບຕໍ່ຮ້ອນ ຫາ ເອົ້າ ຢູ່ໃນແຕ່ລະພາກ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປໃນຕອນກາງເວັນຢູ່ແຂວງພາກກາງ ແລະ ພາກໃຕ້. ສຳລັບແຂວງພາກເໜືອ, ແຂວງ ໄຊສົມບູນ ແລະ ເຂດພູພຽງບໍລະເວນ ອາກາດຍັງຈະເຢັນໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ.