ແຟງລັງ ຄອງອັນດັບ 1 ປະເທດທີ່ມີຄວາມສຸກທີ່ສຸດໃນໂລກ 6 ປີຕິດຕໍ່ກັນ

52

ເວັບໄຊ Visualcapitalist ໄດ້ເຜີຍແຜ່ບົດລາຍງານ ດັດສະນີ ຄວາມສຸກຂອງໂລກ ປະຈຳປີ 2023 ໂດຍໄດ້ສຳຫຼວດ 137 ປະເທດ ແລະ ດິນແດນທົ່ວໂລກ ເຊິ່ງນັກວິໄຈໄດ້ສອບຖາມຄວາມພໍໃຈຂອງປະຊາຊົນແຕ່ລະປະເທດໃນການດຳລົງຊີວິດປະຈຳວັນ ທີ່ກ່ຽວຂ້ອງກັບປັດໄຈຄຸນນະພາບຊີວິດດ້ານຕ່າງໆ, ຜົນປາກົດວ່າຄະແນນຄວາມສຸກໂລກປີນີ້ ສະເລ່ຍແລ້ວຢູ່ທີ່ 5,5 ຄະແນນ ຈາກເຕັມ 10 ຄະແນນ ເຊິ່ງຫຼຸດລົງ 0,1 ຄະແນນ ເມື່ອປີຜ່ານມາ.

อาจเป็นรูปภาพของ กลางแจ้ง

ຜົນການສຳຫຼວດ ພົບວ່າ: ປະເທດແຟງລັງ ເປັນປະເທດທີ່ມີ ຄວາມສຸກທີ່ສຸດໃນໂລກ ດ້ວຍຄະແນນຄວາມສຸກຂອງປະຊາຊົນຢູ່ທີ່ລະດັບ 7,8 ຄະແນນ ເຊິ່ງເປັນການຄອງອັນດັບ 1 ເປັນປີທີ 6 ຕິດຕໍ່ກັນ.

ສ່ວນ 10 ອັນດັບທຳອິດຂອງໂລກ ນອກຈາກແຟງລັງແລ້ວ ຍັງມີດານມາກ, ໄອແລນ, ອິດສະຣາແອນ, ໂຮນລັງ, ສະວີເດັນ, ນ໊ອກແວ, ສະວິດເຊີແລນ, ລຸກຊຳບວກ ແລະ ນິວຊີແລນ ເຊິ່ງແຕ່ລະປະເທດທີ່ມີຄວາມສຸກທີ່ສຸດ 10 ອັນດັບທຳອິດ ລ້ວນແລ້ວແຕ່ມີຄະແນນສະເລ່ຍ 7 ຄະແນນຂຶ້ນໄປ.

อาจเป็นรูปภาพของ 3 คน และ ผู้คนกำลังยืน

ເມື່ອແບ່ງເປັນທະວີບ ພົບວ່າ: ທະວີບເອີຣົບ ມີຄວາມສຸກຫຼາຍທີ່ສຸດໃນໂລກ ດ້ວຍຄະແນນສະເລ່ຍຢູ່ທີ່ 6,4 ຄະແນນ ເຊິ່ງຈັດຢູ່ໃນໝວດມີ “ ຄວາມສຸກ ” ( Happy ), ຂະນະທີ່ທະວີບອາຟຣິກກາມີ ຄວາມສຸກໜ້ອຍທີ່ສຸດໃນໂລກ ໂດຍມີຄະແນນສະເລ່ຍຢູ່ທີ່ 4,4 ຄະແນນ ຈັດຢູ່ໃນໝວດ “ ບໍ່ມີ ຄວາມສຸກ ” ( Unhappy ). ສ່ວນອາຊີຕາເວັນອອກ ແລະ ໂອເຊອານນີ ສະເລ່ຍຢູ່ທີ່ 5,6 ຄະແນນ ຈັດຢູ່ໃນໝວດ “ ບໍ່ທຸກ ບໍ່ສຸກ ” ( Neutral ), ແຕ່ຫາກນັບສະເພາະພາກພື້ນໂອເຊອານນີ ຈະຈັດຢູ່ໃນໝວດມີ ຄວາມສຸກດ້ວຍຄະແນນສະເລ່ຍ 7,1 ຄະແນນ ໂດຍປະເທດທີ່ມີ ຄວາມສຸກທີ່ສຸດໃນພາກພື້ນໂອເຊອານນີແມ່ນ ນິວຊີແລນ ແລະ ອົດສະຕຣາລີ ຈັດຢູ່ໃນອັນດັບ 10 ແລະ 11 ຂອງໂລກຕາມລຳດັບ.

ສຳລັບປະເທດທີ່ມີຄວາມສຸກໜ້ອຍທີ່ສຸດໃນໂລກ ແມ່ນອັຟການິດສະຖານ ຈັດຢູ່ອັນດັບທີ 137 ດ້ວຍຄະແນນ 1,85 ຄະແນນເທົ່ານັ້ນ.