ລາຄາແກ໊ສທຳມະຊາດ ໃນເອີຣົບຫຼຸດລົງສູ່ລະດັບຕໍ່າສຸດ

28

ສຳນັກຂ່າວສານຫວຽດນາມ ລາຍງານວ່າ: ລາຄາແກ໊ສທຳມະຊາດໃນເອີຣົບ ໄດ້ຫຼຸດລົງສູ່ລະດັບຕ່ຳກວ່າ 40 ເອີໂຣຕໍ່ເມກາວັດໂມງ ( MWh ) ເຊິ່ງເປັນລະດັບຕ່ຳສຸດໃນຮອບກວ່າ 1 ປີ, ເນື່ອງຈາກວ່າສະພາບອາກາດບໍ່ອຳນວຍ ແລະ ລະດັບຄັງສຳຮອງແກ໊ສ ຂອງບັນດາປະເທດສະມາຊິກສະຫະພາບເອີຣົບ ເພີ່ມສູງຂຶ້ນ.

อาจเป็นรูปภาพของ 1 คน

ທັງນີ້, ໃນການບັນລຸຂໍ້ຕົກລົງໃນນະຄອນຫຼວງລອນດອນ ຂອງອັງກິດ ລາຄາແກ໊ສທຳມະຊາດ TTP ຂອງໂປໂລຍ ຢູ່ທີ່ 39,65 ເອີໂຣ ຕໍ່ເມກາວັດໂມງ ( 42,53  ໂດລາສະຫະລັດ ຕໍ່ເມກາວັດໂມງ ) ເຊິ່ງເປັນລາຄາຄັ້ງສຸດທ້າຍທີ່ບັນທຶກໃນເດືອນກໍລະກົດ ປີ 2021. ຕົວເລກດັ່ງກ່າວນີ້ ຫຼຸດລົງເຖິງ 9ເທົ່າ ເມື່ອທຽບກັບລະດັບສູງສຸດທີ່ບັນທຶກເປັນປະຫວັດການ, ຫຼັງຈາກເກີດວິກິດການຄວາມຂັດແຍ່ງ ລະຫວ່າງ ຣັດເຊຍ ແລະ ອູແກຣນ ເມື່ອປີຜ່ານມາ. ຢ່າງໃດກໍຕາມ, ລາຄາພະລັງງານຍັງສືບຕໍ່ເພີ່ມຂຶ້ນ ສຳລັບພາກຄົວເຮືອ ແລະ ພາກທຸລະກິດ.

อาจเป็นรูปภาพของ 1 คน และ สถานที่ในร่ม