ຣັດເຊຍ – ຈີນ ຍົກລະດັບການຮ່ວມມືທາງຍຸດທະສາດ

44

ສຳນັກຂ່າວຣອຍເຕີລາຍງານວ່າ: ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຂອງ ຣັດເຊຍ ແລະ ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ຮ່ວມລົງນາມເອກະສານຫຼາຍສະບັບ “ ວ່າດ້ວຍການຮ່ວມມືທາງຍຸດທະສາດ ” ເຊິ່ງເປັນການຕໍ່ຍອດຈາກການທີ່ຜູ້ນຳທັງສອງປະເທດຮ່ວມລົງນາມໃນຂໍ້ຕົກລົງ “ ການຮ່ວມມືເປັນຫຸ້ນສ່ວນທາງຍຸດທະສາດ ບໍ່ມີຂີດຈຳກັດ ” ເມື່ອເດືອນກຸມພາ ປີຜ່ານມາ.

อาจเป็นรูปภาพของ 2 คน และ ผู้คนกำลังยืน

ຜູ້ນຳຣັດເຊຍ ແລະ ຜູ້ນຳຈີນ ຢືນຢັນວ່າ: ການຍົກລະດັບການຮ່ວມມືທະວິພາຄີ “ ບໍ່ກ່ຽວຂ້ອງກັບປະເທດທີ 3 ” ເນື່ອງຈາກການຍົກລະດັບການຮ່ວມມືໃນຄັ້ງນີ້ ບໍ່ແມ່ນການ “ ສ້າງພັນທະມິດດ້ານການເມືອງ ແລະ ການທະຫານ ”.

ລາຍງານລະບຸວ່າ: ປະທານາທິບໍດີຣັດເຊຍ ຍັງໄດ້ກ່າວເຖິງກົນໄກທາງການທູດ 12 ຂໍ້ ທີ່ຈີນສະເໜີເພື່ອເປັນ “ ແຜນສ້າງສັນຕິພາບ ” ເພື່ອຜ່ອນຄາຍວິກິດການໃນ ອູແກຣນ ວ່າສອດຄ່ອງກັບແຜນດຳເນີນງານຂອງ ຣັດເຊຍ ແລະ ສາມາດໃຊ້ເປັນພື້ນຖານຂອງການເຈລະຈາຕາມແນວທາງການທູດ ເພື່ອແກ້ໄຂຄວາມຂັດແຍ່ງຢ່າງສັນຕິ.

อาจเป็นรูปภาพของ 2 คน และ ผู้คนกำลังยืน

ໃນຂະນະທີ່ປະທານປະເທດຈີນ ກ່າວວ່າ: ລັດຖະບານຈີນ ເປັນກາງ ແລະ ການເຈລະຈາເທົ່ານັ້ນ ຈຶ່ງຈະສາມາດແກ້ໄຂບັນຫາທັງໝົດໄດ້.