ລົງນາມມອບສູນນະວັດຕະກຳຊໍາຊຸງໃຫ້ມະຫາວິທະຍາໄລແຫ່ງຊາດ

130

ສູນນະວັດຕະກຳຊໍາຊຸງ ແລະ ມະຫາວິທະຍາໄລແຫ່ງຊາດ ຮ່ວມກັນລົງນາມເຊັນບົດບັນທຶກຂໍ້ຕົກລົງມອບສູນນະວັດຕະກຳຊໍາຊຸງ ຫຼື “Samsung Innovation Campus” ເພື່ອສ້າງພື້ນຖານໂຄງລ່າງ,ສະໜອງອຸປະກອນ ແລະ ຫຼັກສູດການຮຽນການສອນ ໂດຍສະເພາະການຂຽນໂຄ້ດ ແລະ ການຂຽນໂປຣແກຣມໃຫ້ນັກຮຽນ ເພື່ອເສີມສ້າງ ແລະ ພັດທະນາສັກກະຍະພາບດ້ານໄອທີ ສ້າງລະບົບການສຶກສາ ແລະຊັບພະຍາກອນມະນຸດທີ່ເຂັ້ມແຂງໃນອະນາຄົດ. ເປັນສັກຂີພິຍານໂດຍທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ປະທານດ້ານການພົວພັນອົງກອນຂອງຊໍາຊຸງ ອີເລັກໂທຣນິກສ໌. ພິທີຈັດຂຶ້ນໃນຕອນບ່າຍຂອງວັນທີ 21 ມີນາ 2023 ທີ່ຫ້ອງ Lecture hall ຄະນະວິທະຍາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດ.

May be an image of 9 people and people standing
ທ່ານ Seunghee Park ປະທານ ດ້ານການພົວພັນອົງກອນຂອງ ຊຳຊຸງ ອີເລັກໂທຣນິກສ໌ ໄດ້ກ່າວວ່າ: ໃນປີ 2023 ນີ້, ພວກເຮົາກໍາລັງເປີດຕົວໂຄງການ “ສູນນະວັດຕະກຳຊໍາຊຸງ” ຫຼື ”Samsung Innovation Campus” ແຫ່ງທໍາອິດ, ໂດຍມີຈຸດປະສົງເພື່ອກຽມຄວາມພ້ອມໃຫ້ນັກຮຽນໃນຂອບເຂດທົ່ວປະເທດ ໃຫ້ທັກສະທີ່ສາມາດນຳໃຊ້ໄດ້ໃນຕົວຈິງ ແລະ ມີຄວາມເຂົ້າໃຈກ່ຽວກັບເຕັກໂນໂລຊີລຸ້ນໄໝ່ທີ່ຈະຊ່ວຍສົ່ງເສີມອະນາຄົດຂອງພວກເຂົາ. ພວກເຮົາມີການຮ່ວມມືກັບ ຄະນະວິທະຍາສາດທໍາມະຊາດມະຫາວິທະຍາໄລແຫ່ງຊາດ ເພື່ອສ້າງສູນດັ່ງກ່າວຂຶ້ນ, ພ້ອມດ້ວຍພື້ນຖານໂຄງລ່າງ, ເຄື່ອງມື, ເຟີນິເຈີ, ການດໍາເນີນການ, ລວມໄປເຖິງການພັດທະນາຫຼັກສູດສໍາລັບນັກສຶກສາ ເພື່ອໃຫ້ແນ່ໃຈວ່າ ໂຄງການນີ້ຈະສາມາດເສີມສ້າງຄວາມຮູ້ ແລະ ຄວາມເຂົ້າໃຈທາງດ້ານດິຈິຕອລຂອງຊາວໜຸ່ມລາວ, ສົ່ງເສີມຄົນລຸ້ນຕໍ່ໆໄປເພື່ອການພັດທະນາຂອງ ສປປ ລາວ.
May be an image of 1 person and standing

ທ່ານ Yung Soo Jung ເອກອັກຄະລັດຖະທູດ ແຫ່ງ ສ.ເກົາຫຼີ ປະຈໍາ ສປປ ລາວ ໄດ້ເນັ້ນໜັກເຖິງ ຄວາມສໍາພັນລະຫວ່າງ ສ.ເກົາຫຼີ ແລະ ສປປ ລາວ ແມ່ນນັບມື້ນັບມີຄວາມເຂັ້ມແຂງໃນທຸກໆຂະແໜງການ ປະເທດລາວຖືປະເທດທີ່ມີປະຊາກອນໜຸ່ມທີ່ສຸດໃນອາຊີຕາເວັນອອກສຽງໃຕ້ ແລະ ເຕັມໄປດ້ວຍທ່າແຮງດ້ານນະວັດຕະກຳ. ດັ່ງນັ້ນ, ພວກເຮົາສາມາດເວົ້າໄດ້ວ່າ ມັນມີຄວາມເປັນໄປໄດ້ສຳລັບແນວຄວາມຄິດແບບໃໝ່ໆ. ໃນປະເທດລາວ, Samsung ກໍາລັງວາງແຜນທີ່ຈະສະໜອງຫຼັກສູດກ່ຽວກັບການຂຽນລະຫັດ ແລະ ການຂຽນໂປຼແກຼມໃຫ້ແກ່ນັກສຶກສາ 30 ຄົນຂອງມະຫາວິທະຍາໄລແຫ່ງຊາດໃນປີ 2023 ນີ້. ໂດຍການຖ່າຍທອດຄວາມຮູ້ ແລະ ປະສົບການກ່ຽວກັບ ITC, ຊໍາຊຸງ ມຸ່ງຫວັງທີ່ຈະເປັນສ່ວນໜຶ່ງທີ່ສຳຄັນໃນການສ້າງຜູ້ຊຽວຊານດ້ານໄອທີຊາວລາວ. ຂ້າພະ​ເຈົ້າ​ຫວັງ​ວ່າໃນ​ອະນາຄົດ​ອັນ​ໃກ້​ນີ້, ຜູ້​ຊ່ຽວຊານ​ໄວໜຸ່ມນ້ອຍ ​ຂອງ ສ.​ເກົາຫຼີ ​ແລະ ສປປ ລາວ, ຈະ​ສາມັກຄີກັນນຳເອົາ​ການ​ປ່ຽນ​ແປງໃນທາງທີ່ດີມາສູ່​ປະ​ຊາ​ຊົນ​ລາວ.”

May be an image of 1 person and standing

ທ່ານ ຮສ ປອ ພຸດ ສິມມາລາວົງ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຍັງໄດ້ ສະແດງຄວາມຮູ້ບຸນຄຸນ ແລະ ຄວາມຍິນດີ ໃນການເປີດໂຄງການລະດັບຊາດ ເປັນຄັ້ງທໍາອິດ. “ຂ້າພະເຈົ້າຮູ້ສຶກເປັນກຽດແລະພູມໃຈທີ່ໄດ້ຮັບການເຊື້ອເຊີນຈາກມະຫາວິທະຍາໄລແຫ່ງຊາດ ແລະ ບໍລິສັດ ຊໍາຊຸງ ໃຫ້ໄດ້ເຂົ້າຮ່ວມພິທີເຊັນບົດບັນທຶກຂໍ້ຕົກລົງໃນການຮ່ວມມືສ້າງ ສູນນະວັດຕະກຳຊໍາຊຸງໃນຄັ້ງນີ້. ການສ້າງສູນດັ່ງກ່າວຖືເປັນການລິເລີ່ມ ແລະ ບາດກ້າວທີ່ສຳຄັນໃນການຖ່າຍທອດຄວາມຮູ້ຂັ້ນສູງຈາກປະສົບການຂອງຊໍາຊຸງໃຫ້ແກ່ນັກຮຽນນັກສຶກສາລາວເຮົາ, ເພື່ອໃຫ້ພວກເຂົາສາມາດເຂົ້າເຖິງຄວາມຮູ້ການນຳໃຊ້ຕົວຈິງ ແລະ ນຳໄປພັດທະນາເສັ້ນທາງສາຍອາຊີບຂອງພວກເຂົາໃນອະນາຄົດ.”

May be an image of 1 person and standing

ບໍລິສັດ ຊຳຊຸງ ອີເລັກໂທຣນິກສ໌ ເປັນໜຶ່ງໃນຄະນະກໍາມະການ ໃນການຄັດເລືອກໃນງານ World Expo 2030 ທີ່ ປູຊານ, ສະໜັບສະໜູນ ສ. ເກົາຫຼີ ໃນການເປັນເຈົ້າພາບງານ World Expo 2030 ໃນຖານະພາກສ່ວນເອກະຊົນ. ເຊິ່ງງານໃນຄັ້ງນີ້ຈະມີບົດບາດສໍາຄັນໃນການເຮັດໃຫ້ຜູ້ຄົນສາມາດເຂົ້າເຖິງເຕັກໂນໂລຊີ ແລະ ນະວັດຕະກໍາຊັ້ນນໍາຫຼາຍຍິ່ງຂຶ້ນ.

May be an image of 18 people and people standing