ການນຳພັກ-ລັດເຂົ້າວາງພວງມາລາ ແລະ ກະຕ່າດອກໄມ້ ໂອກາດວັນສ້າງຕັ້ງພັກປຄົບຮອບ 68 ປີ

153

ມື້ນີ້ 22 ມີນາ ເປັນວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ (22/3/1955-22/3/2023) ການນໍາພັກ-ລັດຖະບານ ແຫ່ງ ສປປ ລາວ ນໍາໂດຍ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າວາງພວງມາລາຢູ່ອານຸສາວະລີນັກຮົບນິລະນາມ (ດາວແດງ) ແລະ ວາງກະຕ່າດອກໄມ້ຢູ່ໜ້າຮູບປັ້ນຫຼໍ່ຂອງ ປະທານ ໄກສອນ ພົມວິຫານ.

May be an image of 12 people and people standing

ການວາງພວງມາລາ ເປັນການສະແດງຄວາມເຄົາລົບ ຄວາມກະຕັນຍູຮູ້ບຸນຄຸນ ເຖິງຄຸນງາມຄວາມດີ ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈໍານົນຂອງບັນພະບູລຸດລາວ ກໍຄືບັນດານັກຮົບປະຕິວັດ ທີ່ໄດ້ເສຍສະຫຼະຊີວິດ, ເລືອດເນື້ອ ເພື່ອພາລະກິດປະຕິວັດຢ່າງອົງອາດກ້າຫານ ພາຍໃຕ້ການນຳພາ-ຊີ້ນໍາ ຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະອັນໃຫຍ່ຫຼວງ ແລະ ປະກາດເອກະລາດ, ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ແລະ ເຮັດໃຫ້ພວກເຮົາທຸກຄົນມີມື້ໄດ້.

May be an image of 2 people, people standing and outdoorsພາຍຫຼັງສຳເລັດການວາງພວງມາລາ ການນຳພັກ-ລັດ ໄດ້ສືບຕໍ່ເຂົ້າວາງກະຕ່າດອກໄມ້ ຢູ່ຕໍ່ໜ້າຮູບປັ້ນຫຼໍ່ຂອງ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ຢູ່ຫໍພິພິທະພັນ ປະທານ ໄກສອນ ພົມວິຫານ ເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ ປະທານ ໄກສອນ ພົມ​ວິ​ຫານ ຜູ້ນຳທີ່ແສນເຄົາລົບຮັກ ທີ່ໄດ້ເສຍ​ສະຫຼະເຫື່ອແຮງ ສຸມສະຕິປັນຍາ ເຂົ້າໃນການນຳພາ-ຊີ້ນໍາ ພາລະກິດປະຕິວັດ ຕໍ່ສູ້ຕ້ານການຮຸກຮານ​ຂອງ​ພວກ​ຈັກ​ກະ​ພັດ​ລ່າ​ເມືອງ​ຂຶ້ນ ສາມາດຍາດໄດ້ໄຊຊະນະ ແລະ ປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ.

May be an image of 13 people, people standing and outdoors

ສຳລັບປະທານໄກສອນ ພົມວິຫານແລ້ວ ພາຍຫຼັງສະຖາປານາ ສປປ ລາວ ເພິ່ນຍັງເປັນຜູ້ນໍາທີ່ມີແນວຄິດລິເລີ່ມ ແລະ ຊອກຫາແນວທາງການປ່ຽນແປງໃໝ່ ຊຶ່ງໄດ້ນໍາເອົາຄວາມຢູ່ເຢັນເປັນສຸກມາ ສູ່ປະຊາຊົນລາວບັນດາເຜົ່າ ຜົນງານ ແລະ ຄຸນງາມຄວາມດີຂອງເພິ່ນ ແມ່ນໃຫຍ່ຫຼວງທີ່ສຸດ ເພິ່ນໄດ້ກາຍເປັນຕົວແທນລວມຍອດແຫ່ງຄວາມຮັກຊາດ ແລະ ເປັນສັນຍາລັກແຫ່ງຊາດລາວວິລະຊົນ ຄົນລາວພິລະອາດຫານ ເຊິ່ງຜົນງານ ແລະ ຄຸນງາມຄວາມດີຂອງເພິ່ນ ໄດ້ຈາລຶກໃນຄວາມຊົງຈໍາຂອງປະຊາຊົນລາວບັນດາເຜົ່າຕະຫຼອດໄປ.

May be an image of 6 people, people standing and outdoors

ຂອບໃຈພາບ ແລະຂ່າວຈາກ: ວຽງຈັນໃໝ່