ມຽນມາ ສາມາດດຶງດູດການລົງທຶນຈາກຕ່າງປະເທດ ບັນລຸ 1,6 ຕື້ໂດລາ

39

ສຳນັກຂ່າວ ຊິນຫົວ ລາຍງານວ່າ: ຄະນະກຳມະການສົ່ງເສີມການລົງທຶນ ແລະ ການບໍລິຫານຈັດການຂອງມຽນມາ ເປີດເຜີຍວ່າ ໃນໄລຍະ 11 ເດືອນຂອງສົກປີງົບປະມານ 2022 – 2023 ( ວັນທີ 1 ເມສາ 2022 – 28 ກຸມພາ 2023 ) ມຽນມາ ສາມາດດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ ( FDI ) ຫຼາຍກວ່າ 1,62 ຕື້ໂດລາສະຫະລັດ ໃນ 73 ໂຄງການ.

อาจเป็นรูปภาพของ อนุสาวรีย์ และ กลางแจ้ง

ການລົງທຶນຂອງຕ່າງປະເທດ ສ່ວນໃຫຍ່ແມ່ນຂະແໜງພະລັງງານດ້ວຍມູນຄ່າ 820,27 ລ້ານໂດລາສະຫະລັດ, ຮອງລົງມາແມ່ນຂະແໜງບໍລິການຫຼາຍກວ່າ 500,91 ລ້ານໂດລາສະຫະລັດ ແລະ ການຜະລິດກວ່າ 258,02 ລ້ານໂດລາສະຫະລັດ ໂດຍ ສິງກະໂປ, ສປ ຈີນ ແລະ ໄທ ເປັນຜູ້ລົງທຶນລາຍໃຫຍ່ສຸດໃນມຽນມາ.

อาจเป็นรูปภาพของ กลางแจ้ง