ກະຊວງການເງິນມອບ-ໂອນ 12 ຫົວໜ່ວຍ ວິສາຫະກິດໃຫ້ແຂວງຫຼວງພະບາງຄຸ້ມຄອງ

129

ໃນວັນທີ 21 ມີນາ 2023 ນີ້, ຢູ່ທີ່ຫ້ອງວ່າການແຂວງຫຼວງພະບາງ, ກະຊວງການເງິນ, ໄດ້ຈັດພິທີເຊັນບົດບັນທຶກການມອບ-ໂອນຫົວໜ່ວຍວິສາຫະກິດທີ່ສູນກາງຄຸ້ມຄອງຜ່ານມາຈໍານວນ 12 ຫົວໜ່ວຍມອບໃຫ້ແຂວງຫຼວງພະບາງຄຸ້ມຄອງໃນໄລຍະທົດລອງ, ໂດຍການເຂົ້າຮ່ວມຂອງທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ມີທ່ານ ນາງ ສິລິພອນ ສຸພັນທອງ ຮອງເຈົ້າແຂວງຫຼວງພະບາງ, ມີຫົວໜ້າຫ້ອງການກະຊວງການເງິນ, ຄະນະກົມ, ຮັກສາການຫົວໜ້າພະແນກການເງິນແຂວງຫຼວງພະບາງ, ຫົວໜ້າຄັງເງິນປະຈຳຂວງ, ຫົວໜ້າສ່ວຍສາອາ ກອນ, ພະນັກງານຫຼັກແຫຼ່ງ ແລະ ພາກສ່ວນກ່ຽວຂ້ອງຈາກສູນກາງ, ແຂວງເຂົ້າຮ່ວມ.

May be an image of 2 people and people standingໂດຍປະຕິບັດຕາມມາດຕາ 03 ຂໍ້ທີ 1 ຂອງມະຕິກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ສະບັບເລກທີ 63/ສພຊ, ລົງວັນທີ 09 ທັນວາ 2022 ກະຊວງການເງິນ ແລະ ແຂວງຫຼວງພະບາງເຫັນດີເປັນເອກະພາບມອບ-ຮັບການທົດລອງຫັນຫົວໜ່ວຍວິສາຫະກິດທີ່ສູນກາງຄຸ້ມຄອງໃນໄລຍະຜ່ານມາໃຫ້ແຂວງຫຼວງພະບາງ, ສືບຕໍ່ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໃນປີ 2023 ຈຳນວນ 12 ຫົວໜ່ວຍທຸລະກິດເພື່ອໃຫ້ກາຍເປັນແຂວງເກີນດຸນທາງດ້ານງົບປະມານ (ລາຍຮັບກຸ້ມລາຍຈ່າຍ ແລະ ມີສ່ວນເຫຼືອດຸ່ນດ່ຽງໃຫ້ສູນກາງ).

No photo description available.

ໃນນັ້ນປະກອບມີ: ບໍລິສັດ ວາບປ໌ ດາຕາ ເຕັກໂນໂລຊີ ລາວ ຈໍາກັດຜູ້ດຽວ, ບໍລິສັດ ທຽນຈິນຫົວຄານ ບໍ່ແຮ່ (ລາວ) ຈຳກັດ, ບໍລິສັດ ຊໍການຊ່າງ (ລາວ) ຈໍາກັດ, ບໍລິສັດ ຜະລິດໄຟຟ້າພະລັງນ້ຳ ນ້ຳອູ ຈໍາກັດ, ບໍລິສັດ ລາວເຊີນຮວາ ມາຍນີ້ງ ຈຳກັດ, ບໍລິສັດ ພູເບ້ຍ ລຽນນາ ມາຍນີ້ງ ຈຳກັດ, ບໍລິສັດ ລາວ ເສສວນ ວິສາວະກໍາ ບໍ່ແຮ່ ຈໍາກັດ, ບໍລິສັດ ໂພນທອງ ມາຍນີ້ງ ຈຳກັດ, ບໍລິສັດ ເມືອງງອຍ ພັດທະນາ ມາຍນີ້ງ ຈຳກັດ, ບໍລິສັດ ເສສວນ ຊວນຕີ້ (ລາວ) ລົງທຶນດ້ານບໍ່ແຮ່ ຈຳກັດ, ບໍລິສັດ ໄມ້ສັກຫລວງພະບາງ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ແລະ ບໍລິສັດ ແມ່ນໍ້າຂອງກຣຸບ ຈໍາກັດ.

May be an image of 13 people and people standing
ການມອບ-ໂອນຫົວໜ່ວຍວິສາຫະກິດທີ່ສູນກາງຄຸ້ມຄອງຜ່ານມາມອບໃຫ້ທ້ອງຖິ່ນ ແມ່ນເຫັນຄວາມຈໍາເປັນໃນການພັດທະນາທ້ອງຖິ່ນ, ອັນຈະສ້າງຄວາມສະດວກໃນການຄຸ້ມຄອງ, ການປະສານວຽກ ແລະ ທິດນໍາຂອງລັດຖະບານກໍ່ຄືກະຊວງການເງິນ ທີ່ໄດ້ເຫັນດີເປັນເອກະພາບມອບ-ໂອນຫົວໜ່ວຍທຸລະກິດຂະໜາດໃຫຍ່ທີ່ສູນກາງຄຸ້ມຄອງ, ເພື່ອໃຫ້ແຂວງຮັບຜິດຊອບໃນໄລຍະທີ່ທາງສູນກາງໄດ້ມອບໃຫ້ແຂວງກຸ້ມຕົນເອງທາງດ້ານງົບປະມານ.

May be an image of 11 people and people standing

ສະນັ້ນ,ຈຶ່ງມີການຈັດສັນໂດຍການມອບຫົວໜ່ວຍທຸລະກິດ ແລະ ບໍລິສັດທີ່ຕັ້ງຢູ່ກັບແຂວງນັ້ນເພື່ອໃຫ້ແຂວງຄຸ້ມຄອງເອງ. ທັງນີ້, ເພື່ອໃຫ້ກາຍເປັນແຂວງເກີນດຸນທາງດ້ານງົບປະມານ (ລາຍຮັບກຸ້ມລາຍຈ່າຍ ແລະ ມີສ່ວນເຫຼືອດຸ່ນດ່ຽງໃຫ້ສູນກາງ).

May be an image of 1 person and standing
ກ່ອນກອງປະຊຸມເຊັນບົດບັນທຶກການມອບ-ໂອນຫົວວິສາຫະກິດທີ່ສູນກາງຄຸ້ມຄອງມອບໃຫ້ແຂວງຫຼວງພະບາງຄຸ້ມຄອງ; ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ພ້ອມດ້ວຍຄະນະໄດ້ເຂົ້າພົບປະທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ນໍາອີກດ້ວຍ.

May be an image of 2 people, people sitting and indoor