ນວ ຕັ້ງເປົ້າ ຈະດຶງດູດນັກທ່ອງທ່ຽວຕ່າງປະເທດ ໃຫ້ໄດ້ 5 ແສນເທື່ອຄົນ ໃນປີ 2023

59

ສະພາບການທ່ອງທ່ຽວຢູ່ໃນນະຄອນຫຼວງວຽງຈັນ (ນວ) ໃນປີ 2022 ນວ ສາມາດດຶງດູດນັກທ່ອງທ່ຽວຕ່າງປະເທດ ໃຫ້ເຂົ້າມາທ່ຽວໃນນະຄອນຫຼວງວຽງຈັນ ບັນລຸ 5 ແສນເທື່ອຄົນ ເຊິ່ງເກີນຄາດໝາຍທີ່ກຳນົດໄວ້ຄື ປີ 2022 ຈະດຶງດູດນັກທ່ອງທ່ຽວຕ່າງປະເທດ ໃຫ້ໄດ້ 3 ແສນເທື່ອຄົນ ແລະ ໃນປີ 2023 ນີ້ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງ (ຖວທ ນວ) ຕັ້ງເປົ້າຈະດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວ ນວ ໃຫ້ໄດ້ 5 ແສນເທື່ອຄົນ.


ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ກ່າວບາງຕອນວ່າ: ຕົວເລກນັກທ່ອງທ່ຽວແຕ່ເດືອນມັງກອນ ຫາ ເດືອນພະຈິກ ປີ 2022 ມີນັກທ່ອງທ່ຽວເຂົ້າມາທ່ຽວນະຄອນຫຼວງວຽງຈັນທັງໝົດ 554.656 ເທື່ອຄົນ ໃນນັ້ນ: ນັກທ່ອງທ່ຽວຕ່າງປະເທດ ຈຳນວນ 528.811 ເທື່ອຄົນ. ພ້ອມທັງໄດ້ອອກອະນຸຍາດໃໝ່ ແລະ ສືບຕໍ່ອະນຸຍາດດຳເນີນທຸລະກິດທ່ອງທ່ຽວ 358 ຫົວໜ່ວຍ, ໂຈະກິດຈະການ ແລະ ປະກັນສັງຄົມ 3 ຫົວໜ່ວຍທຸລະກິດ.


ທ່ານກ່າວຕື່ມວ່າ: ໃນທິດທາງແຜນການຈຸດສຸມໃນປີ 2023 ສຳລັບວຽກງານທ່ອງທ່ຽວ ຖວທ ນວ ໄດ້ວາງຄາດໝາຍຕົວເລກສູ້ຊົນໃຫ້ນັກທ່ອງທ່ຽວ ບັນລຸ 5 ແສນເທື່ອຄົນ ດັ່ງນັ້ນພວກເຮົາຈຶ່ງວາງວຽກຈຸດສຸມທີ່ຕ້ອງເອົາໃຈໃສ່ປະຕິບັດຄື: 1). ຈະສືບຕໍ່ຕິດຕາມ, ກວດກາ ແລະ ແກ້ໄຂ ບັນດາທຸລະກິດການທ່ອງທ່ຽວ ທີ່ເຄື່ອນໄຫວຜິດຕໍ່ລະບຽບກົດໝາຍທີ່ມີຄຳຮ້ອງຟ້ອງຈາກຫາງສຽງຂອງສັງຄົມ.

2). ສ້າງແຜນການກິດຈະກຳສົ່ງເສີມການທ່ອງທ່ຽວໄລຍະຍາວ ເພື່ອຊອກວິທີຫຼຸດຜ່ອນຜົນກະທົບ ແລະ ກະຕຸ້ນການທ່ອງທ່ຽວໃຫ້ກັບມາຟື້ນຕົວຄືນໃໝ່ ເພື່ອດຶງດູດນັກທ່ອງທ່ຽວໃຫ້ຢູ່ສະພາບດີຂຶ້ນ; 3). ຊຸກຍູ້ສົ່ງເສີມ ແລະ ຮ່ວມມືກັບພາກທຸລະກິດການທ່ອງທ່ຽວ ໃນການສ້າງກິດຈະກໍາການທ່ອງທ່ຽວ ໃຫ້ມີຄວາມຫຼາກຫຼາຍຕິດພັນກັບງານບຸນປະເພນີຕ່າງໆ ຮອງຮັບໃຫ້ແກ່ການຟື້ນຟູການທ່ອງທ່ຽວ ທັງເປັນການດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ; 4). ເພື່ອເປັນການກະຕູນຊຸກຍູ້ ແລະ ສ້າງຄວາມເຊື້ອໝັ້ນທາງດ້ານຄຸນນະພາບການບໍລິການຂອງທຸລະກິດການທ່ອງທ່ຽວ, ກົມພັດທະນາການທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ. ຈະໄດ້ດຳເນີນການປະເມີນມາດຕະຖານເຮືອນພັກແຮມອາຊຽນ ແລະ ມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ ເພື່ອຂໍຮັບລາງວັນດັ່ງກ່າວໃນປີ 2023.

5). ສ້າງກິດຈະກຳສົ່ງເສີມການທ່ອງທ່ຽວທີ່ຕິດພັນກັບງານບຸນປະເພນີ, ສ້າງເທດສະການອາຫານ, ຄາລາວານນັກທ່ອງທ່ຽວຢູ່ໃນນະຄອນຫຼວງວຽງຈັນ ແລະ ບຸນພະທາດທີ່ມີຄວາມລາກລາຍເພື່ອດຶງດູດນັກທ່ອງທ່ຽວ; 6). ກະກຽມແຜນການລົງສຳຫຼວດຄວາມເປັນໄປໄດ້ ໃນການພັດທະນາການທ່ອງທ່ຽວ ແບບປະຊາຊົນມີສ່ວນຮ່ວມ(CBT) ທີ່ເມືອງປາກງື່ມ, ເມືອງຫາດຊາຍຟອງ, ເມືອງສີໂຄດຕະບອງ ແລະ ເມືອງສັງທອງ ນະຄອນຫຼວງວຽງຈັນ; 7). ກະກຽມຂຶ້ນແຜນລົງສຳຫຼວດ ເສັ້ນທາງທ່ອງທ່ຽວ ນໍ້າງື່ມ, ບ້ານເວີນແທ່ນ, ເມືອງໄຊທານີ – ເມືອງປາກງື່ມ. [ຂ່າວ; ພາບ: ຄຳນ້ອຍ]