ທ່າບົກບ້ານນີ້ ຍອດເລື່ອງສາມັກຄີທາງເຂົ້າບ້ານປູເບຕົງທຸກຮ່ອມ

159

ລູກບ້ານສາມັກຄີ ນາຍບ້ານນຳພາດີ ເຮັດຫຍັງກໍ່ສຳເລັດ ໂດຍສະເພາະສິ່ງທີ່ຈະອຳນວຍຄວາມສະດວກໃຫ້ກັບທຸກຄອບຄົວໄປງ່າຍທຽວສະດວກຄືເສັ້ນທາງ ທີ່ເປັນປັດໄຈສຳຄັນສຸດ ແລະມື້ນີ້ທີມຂ່າວພວກເຮົານຳເອົາບ້ານທ່າບົກເມືອງທ່າພະບາດ ແຂວງບໍລິຄຳໄຊ ມານຳສະເໜີ ເພິ່ນມີຄວາມປຸ້ມລຸມສາມັກຄີກັນເປັນໜຶ່ງ ມີເສັ້ນທາງຊອຍເຂົ້າບ້ານທີ່ປູເບຕົງແລ້ວເກືອບທັງໝົດ.

May be an image of 10 people, people standing, tree and outdoors

ຫຼ້າສຸດວັນທີ 17 ມີນາ 2023 ນີ້ ອໍານາດການປົກຄອງ ເຖົ້າແກ່ແນວໂຮມ ຕະຫຼອດຮອດພໍ່ແມ່ປະຊາຊົນ ບ້ານ ທ່າບົກເມືອງ ທ່າພະບາດ ໄດ້ເຕົ້າໂຮມກຳລັງແຮງງານລວມ ສ້າງທາງເບຼຕົງເສີມເຫຼັກ ເຂດທາງຮ່ອມ ຊອຍວັດປ່າຂອງບ້ານ ທ່າບົກ ກວ້າງ 5 ແມັດ, ຍາວ 460 ກວ່າແມັດ, ຄວາມໜາ 15 ຊັງຕີແມັດ ດ້ວຍທຶນທີ່ໄດ້ມາຈາກການຮ່ວມແຮງຮ່ວມໃຈ ປະກອບສ່ວນທາງດ້ານເງິນ ແລະ ແຮງງານຂອງພໍ່ແມ່ປະຊາຊົນພາຍໃນບ້ານ ໂດຍສະເພາະກໍ່ຄືເຈົ້າອະທິການວັດທ່າບົກ ພຣະຄູ ບຸນອຸ້ມ ອິນທິລາດວົງສີ, ເປັນຜູ້ສົມທົບທຶນຮອນ ແລະ ເຕົ້າໂຮມຄວາມສາມັກຄີ ນອກນັ້ນ ກໍ່ຍັງມີ ຜູ້ປະກອບການ, ນັກທຸລະກິດຕ່າງໆພາຍໃນເມືອງ-ຕ່າງແຂວງ ໄດ້ປະກອບສ່ວນທຶນຮອນໃນການກໍ່ສ້າງ.

May be an image of 5 people, people standing and outdoorsທ່ານ ທິດພົມມີ ຫຼວງນາມ ພະນັກງານບໍານານ ຜູ້ຊົງຄຸນວຸດທິ ແລະ ເປັນທີ່ປຶກສາໃຫ້ແກ່ບ້ານ ທ່າບົກ ໄດ້ໃຫ້ຮູ້ຕື່ມວ່າ: ບ້ານ ທ່າບົກ ມີຄອບຄົວ 434, ມີປະກອນ 2.314 ຄົນ ຍິງ 1.172 ຄົນ ປະຊາຊົນພາຍບ້ານໄດ້ມີມູນເຊື້ອແຫ່ງຄວາມສາມັກຄີປອງດອງ, ດຸໝັັ່ນຂະຫຍັນພຽນ ປະກອບສ່ວນເຂົ້າໃນການສ້າງສາພັດທະນາ ປະເທດຊາດເວົ້າລວມ ເວົ້າສະເພາະແມ່ນ ເມືອງ ແລະ ບ້ານ ທ່ານບົກ ໃຫ້ໄດ້ຮັບການພັດທະນາ-ເສດຖະກິດຂະຫາຍຕົວຢ່າງຕໍ່ເນື່ອງ.

May be an image of 7 people, people standing and road

ຄຽງຄູ່ກັບການພັດທະນາໃນທຸກໆດ້ານ ດ້ານພື້ນຖານໂຄງລ່າງຖະໜົນຫົນທາງກໍ່ໄດ້ມີການສ້າງ ແລະ ພັດທະນາໄປພ້ອມໆກັນ ເຊິ່ງໂຄງການສ້າງທາງດັ່ງກ່າວແມ່ນໄດ້ເລີ່ມສ້າງມາແຕ່ປີ 2016 ເປັນຕົ້ນມາໂດຍອີງໃສ່ປັດໄຈທາງດ້ານທຶນຮອນທີ່ໄດ້ຈາກການລະດົມທຶນ ສໍາລັບ ປີ 2023 ມີແຜນຈະສ້າງແມ່ນ 460 ແມັດ ໄດ້ສໍາເລັດໄປແລ້ວ 280 ແມັດ ແລະ ພວມດໍາເນີນກໍ່ສ້າງຕໍ່ 180 ແມັດໃຫ້ສໍາເລັດ ເຊິ່ງຈະເຮັດໃຫ້ບ້ານ ທ່າບົກ ມີເສັ້ນທາງຮ່ອມຊອຍປູດ້ວຍເບຼຕົງເສີມເຫຼັກກວມເອົາ 100 ສ່ວນຮ້ອຍ ຂອງທາງຮ່ອມຊອຍທັງໝົດພາຍໃນບ້ານ.

May be an image of 7 people, people standing and outdoors