ເລີ່ມລ້ຽງໄກ່ປີ 2019 ທຸກມື້ນີ້ ມີໄຂ່ຂາຍ 15.000 ໜ່ວຍຕໍ່ວັນ

104

ໃນທ່າມກາງທີ່ລາຄາໄກ່ ແລະໄຂ່ກຳລັງມີລາຄາສູງຂຶ້ນ ຍ້ອນບັນຫາເສດຖະກິດ ແລະການສະໜອງທີ່ບໍ່ພຽງພໍ ແສງລໍ່າຟາມ ແມ່ນກຳລັງມີທ່າກ້າວທີ່ດີຂຶ້ນ ພາຍຫຼັງທີ່ລົງທຶນຈຳນວນຫຼາຍ ເພື່ອພັດທະນາຟາມຂອງຕົນຢູ່ບ້ານນໍ້າຫຽງ ເມືອງລະມາມ ແຂວງເຊກອງ ປະຈຸບັນສາມາດຜະລິດໄຂ່ສົ່ງຕະຫຼາດໄດ້ແລ້ວ 15.000 ໜ່ວຍຕໍ່ວັນ.

May be an image of 9 people and people standing

ທ່ານ ເຈີ່ນ ດິ່ງ ຮາຍ ເຈົ້າຂອງຟາມໄກ່ ແສງລໍ່າຟາມ ຄົບວົງຈອນ ໄດ້ລາຍງານໃນໂອກາດທີ່ທ່ານເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງລົງຢ້ຽມຢາມຟາມຂອງເພິ່ນເມື່ອບໍ່ດົນມານີ້ວ່າ:   ຟາມໄກ່ແສງລໍ່າຟາມ ຄົບວົງຈອນ, ມີເນື້ອທີ່ຈໍານວນ 10 ເຮັກຕາ, ເລີ່ມກໍ່ສ້າງໃນປີ 2019 ແລະ ສໍາເລັດໃນປີ 2022 ໂດຍນໍາໃຊ້ວັດສະດຸທີ່ມີຄຸນນະພາບ, ກົນຈັກ ແລະ ເຕັກນິກຕ່າງໆ ທີ່ທັນສະໄໝ ເປັນຕົ້ນ ລະບົບການໃຫ້ນໍ້າ, ໃຫ້ອາຫານ, ການຈັດເກັບ, ຄັດແຍກ ແລະ ລຳລຽງໄຂ່, ການມ້ຽນ-ອະນາໄມ, ບຳບັດ ແລະ ລຳລຽງຂີ້ໄກ່; ມີອາຄານລ້ຽງໄກ່ທັງໝົດຈຳນວນ 3 ຫຼັງ, ສາມາດບັນຈຸໄກ່ໄດ້ທັງໝົດ 25 ພັນໂຕ, ປັດຈຸບັນພາຍໃນຟາມມີໄກ່ 18 ພັນໂຕ, ສາມາດຜະລິດໄຂ່ໄກ່ໄດ້ຫຼາຍກວ່າ 15 ພັນໜ່ວຍຕໍ່ວັນ

May be an image of 4 people, people standing, sky and tree

ໂດຍໄຂ່ໄກ່ທີ່ຜະລິດໄດ້ສົ່ງອອກຂາຍພາຍໃນ 4 ຕົວເມືອງຂອງແຂວງ ແລະ ຕ່າງແຂວງຄື: ແຂວງອັດຕະປື, ຈຳປາສັກ, ຫົວພັນ ແລະ ແຂວງຫຼວງນໍ້າທາ ໃນລາຄາສະເລ່ຍ: 45 ພັນກີບຕໍ່ແຕະ.

No photo description available.

ໃນໂອກາດນີ້, ທ່ານເຈົ້າແຂວງເຊກອງ ກໍ່ໄດ້ມີຄຳເຫັນຊີ້ນໍາຕໍ່ຜູ້ລົງທຶນ ແລະ ພາກສ່ວນທີ່ກ່ຽວຂ້ອງ ໂດຍໄດ້ຍ້ອງຍໍຊົມເຊີຍຕໍ່ຜູ້ລົງທຶນ ທີ່ໄດ້ຕັດສິນໃຈເລືອກລົງທຶນໃນຂະແໜງກະສິກໍາ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງການພັດທະນາໃນປັດຈຸບັນ ກໍ່ຄືສະເພາະໜ້າ ໂດຍສະເພາະແມ່ນປະກອບສ່ວນເຂົ້າໃນການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ສົ່ງເສີມການຜະລິດພາຍໃນໃຫ້ເຂັ້ມແຂງ, ເຮັດໃຫ້ປະຊາຊົນແຂວງເຊກອງໄດ້ຊົມໃຊ້ຜະລິດຕະພັນພາຍໃນ, ທັງປະກອບສ່ວນເຂົ້າໃນການຊຸກຍູ້ສົ່ງເສີມປະຊາຊົນທຳການຜະລິດ ແລະ ມີວຽກເຮັດງານທຳ ເປັນຕົ້ນ ແມ່ນການລ້ຽງສັດໃຫ້ເປັນຂະບວນຟົດຟື້ນ.

No photo description available.

ພ້ອມນີ້, ທ່ານເຈົ້າແຂວງ ຍັງໄດ້ຊີ້ນໍາໃຫ້ເອົາໃຈໃສ່ຕໍ່ຂອດການຜະລິດໃຫ້ເປັນປົກກະຕິ ແລະ ມີປະສິດທິພາບ; ເອົາໃຈໃສ່ຕໍ່ດ້ານສິ່ງແວດລ້ອມຟາມລ້ຽງໄກ່ໃຫ້ດີ ເພື່ອຫຼີກລຽງຜົນກະທົບຕໍ່ສິ່ງແລດລ້ອມ ແລະ ສັງຄົມ; ຄົ້ນຄວ້າວາງແຜນການຈໍາໜ່າຍຮ່ວມກັບຂະແໜງການກ່ຽວຂ້ອງຂອງແຂວງ-ເມືອງ, ເປີດຮ້ານຕົວແທນຈໍາໜ່າຍຕາມຕົວເມືອງ ກໍ່ຄືບັນດາບ້ານຕ່າງໆບ່ອນທີ່ມີເງື່ອນໄຂ; ເພີ່ມທະວີການໂຄສະນາຜ່ານສື່ຕ່າງໆໃຫ້ປະຊາຊົນ ກໍ່ຄືຜູ້ປະກອບການໄດ້ຮັບຮູ້ຢ່າງກວ້າງ. ສ່ວນຂະແໜງການຂອງລັດ ກໍ່ຕ້ອງເປັນເຈົ້າການໃນການຕິດຕາມ, ກວດກາ, ຊຸກຍູ້ສົ່ງເສີມ ແລະ ສ້າງເງື່ອນໄຂສິ່ງອໍານວຍຄວາມສະດວກດ້ານຕ່າງໆໃຫ້ສາມາດດໍາເນີນການຜະລິດຢ່າງເປັນປົກກະຕິ ເພື່ອຕອບສະໜອງໃຫ້ພຽງກັບຄວາມຕ້ອງການພາຍໃນ, ຫຸດຜ່ອນການນໍາເຂົ້າຈາກຕ່າງແຂວງ ກໍ່ຄືຕ່າງປະເທດ.