ທະນາຄານກາງ 6 ປະເທດ ຈັບມືກັນສ້າງສະພາບຄ່ອງ ຫຼຸດແຮງກົດດັນຕະຫຼາດທຶນ

82

ສຳນັກຂ່າວ AFP ລາຍງານວ່າ: ທະນາຄານກາງ 6 ປະເທດໃຫຍ່ ປະກອບດ້ວຍ ທະນາຄານກາງສະຫະພາບເອີຣົບ, ທະນາຄານກາງສະຫະລັດອາເມຣິກາ, ທະນາຄານແຫ່ງຊາດສະວິດ, ທະນາຄານກາງອັງກິດ, ທະນາຄານກາງການາດາ ແລະ ທະນາຄານກາງຍີ່ປຸ່ນ ໄດ້ປະກາດການຮ່ວມມື ເພື່ອເພີ່ມສະພາບຄ່ອງໃຫ້ແກ່ລະບົບການເງິນໂລກ ດ້ວຍການຕັ້ງ “ swap line ” ເຊິ່ງເລີ່ມນຳໃຊ້ແຕ່ວັນທີ 20 ມີນາ 2023 ເປັນຕົ້ນໄປ.

อาจเป็นรูปภาพของ 1 คน และ เงิน

ການຮ່ວມມືດັ່ງກ່າວ ມີວັດຖຸປະສົງເພື່ອສະໜັບສະໜູນໃນການບັນເທົາຄວາມເຄັ່ງຕຶງຂອງຕະຫຼາດການເງິນທົ່ວໂລກ ເພື່ອຫຼຸດຜົນກະທົບຕໍ່ການຈັດຫາສິນເຊື່ອໃຫ້ແກ່ພາກຄົວເຮືອນ ແລະ ພາກທຸລະກິດ.

ພາຍໃຕ້ການຮ່ວມມືດັ່ງກ່າວນີ້ ທະນາຄານທີ່ຕ້ອງການຫາແຫຼ່ງເງິນກູ້ ຈະສາມາດເຂົ້າໄປຫາທະນາຄານຂອງປະເທດຕົນທີ່ເຂົ້າຮ່ວມໃນໂຄງການ ເພື່ອເຂົ້າຫາເງິນກູ້ໄດ້ໂດຍກົງ.

อาจเป็นรูปภาพของ เงิน

ການປະກາດຮ່ວມມືກັນໃນຄັ້ງນີ້ ມີຂຶ້ນພາຍຫຼັງທີ່ທະນາຄານ UBS ຫາກໍປະກາດແຜນການຮວບຮວມກັບທະນາຄານເຄຣ ດິດສະວິດ ເຊິ່ງຢູ່ພາຍໃຕ້ການຄຸ້ມຄອງຂອງສະວິດເຊີແລນ ເພື່ອຊ່ວຍຫຼຸດຜົນກະທົບຈາກ ຄວາມກັງວົນຂອງສາທາລະນະ ແລະ ນັກລົງທຶນ ທີ່ມີຄວາມກັງວົນວ່າວິກິດທະນາຄານທີ່ເລີ່ມຂຶ້ນຈາກທະນາຄານ 2 ແຫ່ງ ໃນສະຫະລັດອາເມຣິກາ ໄດ້ປິດກິດຈະການລົງ ຈະບໍ່ແຜ່ລາມເປັນໂດມີໂນໄປປະເທດອື່ນໆ.