ຮູ້ໄວ້ ກໍລະນີຈ່າຍເງິນອາກອນຄ່າປຸກສ້າງຕ້ອງເຮັດແບບນີ້

769

ທີ່ຜ່ານມາການປຸກສ້າງຂອງພໍ່ແມ່ປະຊາຊົນລາວ ແມ່ນຈະກໍ່ສ້າງໄປເລີຍບໍ່ອີຫຼີກໍ່ບໍໄດ້ຈ່າຍຄ່າອາກອນປຸກສ້າງ ເວັ້ນເສຍແຕ່ກໍລະນີເປັນໂຄງການໃຫຍ່ໆ ແຕ່ທຸກມື້ນີ້ກໍມີຫຼາຍກໍລະນີຕ້ອງຈ່າຍອາກອນປຸກສ້າງ ໂດຍສະເພາະຖ້າມີການຈ້າງງານແບບມອບເໝົາ ເຈົ້າຂອງເຮືອນຈ້າງບຸກຄົນອື່ນ ຖືວ່າບຸກຄົນນັ້ນເປັນຜູ້ມີລາຍຮັບຕ້ອງເສຍອາກອນຕາມລະບຽບກົດໝາຍ ເຮົາມາເບິ່ງກໍລະນີນີ້ເປັນຕົວຢ່າງ.

ຫ້ອງການກະຊວງການເງິນ ລາຍງານກ່ຽວກັບຄໍາຖາມ ແລະ ຄຳສະເໜີຂອງປະຊາຊົນຜ່ານໂທລະສັບສາຍດ່ວນ 1519 ຂອງກະຊວງການເງິນກໍລະນີ ພະນັກງານບໍານານຢູ່ບ້ານໜອງແຕ່ງເໜືອ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນສ່ອງແສງວ່າປັດຈຸບັນມີພະນັກງານສ່ວຍສາອາກອນປະຈຳເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນລົງມາເກັບເງິນອາກອນຄ່າປຸກສ້າງ,ຄິດໄລ່ປະມານ 2.000.000 ກີບ ແຕ່ເຈົ້າຂອງເຮືອນຈ່າຍໃຫ້ພະນັກງານທີ່ໄປເກັບຄັ້ງທີ 1 ຈໍານວນ 600.000ກີບໂດຍບໍ່ມີໃບເກັບເງິນ ແລະ ຄັ້ງທີ 2 ໄດ້ມາໄລ່ຄ່າອາກອນປຸກສ້າງອີກປະມານ 2.000.000 ກີບແຕ່ຜູ້ກ່ຽວບໍ່ຈ່າຍ. ສະເໜີໃຫ້ກະຊວງການເງິນຊ່ວຍອະທິບາຍ ແລະ ຊີ້ແຈງ: 1). ການເກັບອາກອນປຸກສ້າງນຳເຈົ້າຂອງເຮືອນ ຫຼື ເກັບນຳຜູ້ຮັບເໝົາກໍ່ສ້າງ; 2). ໃນກໍລະນີເຮັດເອງບໍ່ໄດ້ຈ້າງຊ່າງຮັບເໝົາຕ້ອງໄດ້ເສຍອາກອນບໍ່ ແລະ ການມອບອາກອນກໍ່ສ້າງເຮືອນມີໃບເກັບເງິນ ຫຼື ບໍ່ມີໃບບິນ.

May be an image of outdoors

ຕໍ່ຄຳຊັກຖາມດັ່ງກ່າວ ຜ່ານການປະສານສົມທົບກັບກົມສ່ວຍສາອາກອນ, ພາກສ່ວນທີ່ກ່ຽວຂ້ອງຄົ້ນຄວ້າເນື້ອໃນທາງດ້ານວິຊາການສະເໜີຂໍຊີ້ແຈງດັ່ງນີ້: ຜ່ານການລົງເກັບກໍາຂໍ້ມູນ ກວດກາ ແລະ ອີງໃສ່ບົດບັນທຶກຄໍາໃຫ້ການຂອງພະນັກງານຮັບຜິດຊອບເຂດໜອງໜ້ຽວ, ຜ່ານການສອບຖາມຂອງຄະນະວິຊາການຕາມຂໍ້ຕົກລົງເລກທີ 3755/ກງ, ລົງວັນທີ 29 ພະຈິກ 2022 ຕໍ່ພະນັກງານວິຊາການສ່ວຍສາອາກອນຜູ້ຮັບຜິດຊອບແຕ່ປີ 2019- 2022 ກ່ຽວກັບການຄິດໄລ່ອາກອນລາຍໄດ້ຈາກແຮງງານກໍ່ສ້າງເຮືອນພະນັກງານບຳນານດັ່ງກ່າວ ພວກກ່ຽວໄດ້ຢັ້ງຢືນຕໍ່ກອງປະຊຸມວ່າບໍ່ໄດ້ໄປຄິດໄລ່, ບໍ່ໄດ້ເອົາເງິນຈໍານວນ 600.000 ກີບມາຕາມຫາງສຽງດັ່ງກ່າວ ແລະ ບໍ່ຮູ້ວ່າແມ່ນສະຖານທີ່ ຫຼື ເຮືອນຫຼັງໃດ ທີ່ໄດ້ກ່າວມາຂ້າງເທິງ ເນື່ອງຈາກວ່າພະນັກງານບຳນານຢູ່ບ້ານໜອງແຕ່ງມີຫຼາຍ ແລະ ພວກຂ້າພະເຈົ້າກໍບໍ່ໄດ້ໄປຄິດໄລ່ລັກສະນະນີ້ມາກ່ອນ.

ລ້າສຸດສ່ວຍສາອາກອນປະຈຳນະຄອນຫຼວງກໍໄດ້ຮຽກຕົວຜູ້ກ່ຽວມາຊ່ອງໜ້າສອບຖາມອີກຄັ້ງແຕ່ຜູ້ກ່ຽວກໍຢືນຢັນປະຕິເສດວ່າບໍ່ມີເຫດການດັ່ງກ່າວ.

– ຕໍ່ກັບການເກັບອາກອນສິ່ງປູກສ້າງນໍາເຈົ້າຂອງເຮືອນ ຫຼື ເກັບນໍາຜູ້ຮັບເໝົາກໍ່ສ້າງ: ອີງຕາມກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ ສະບັບເລກທີ 66/ສພຊ 17 ມິຖຸນາ 2019 ແລະ ກົດໝາຍອາກອນລາຍໄດ້ ສະບັບເລກທີ 67/ສພຊ, ລົງວັນທີ 18 ມິຖຸນາ 2019, ມາດຕາ 39 ຂໍ້ 3, ຂີດໜ້າ 3 ກໍານົດໄວ້ວ່າ: ການບໍລິການກໍ່ສ້າງສ້ອມແປງແມ່ນຖືກຄິດໄລ່ອາກອນລາຍໄດ້ໃນອັດຕາ 2% ຂອງລາຍໄດ້ທັງໝົດ. ໝາຍຄວາມວ່າຜູ້ມີລາຍໄດ້ເປັນຜູ້ເສຍອາກອນລາຍໄດ້, ຜູ້ຈ້າງງານເຮັດໜ້າທີ່ຄິດໄລ່ເກັບໄວ້ມອບແທນ ຫຼື ອາດຈະແມ່ນເຈົ້າຂອງເຮືອນຕາມການຕົກລົງກັນ.

+ ກໍລະນີຈ້າງຜູ້ຮັບເໝົາກໍ່ສ້າງເປັນ

ບໍລິສັດ: ແມ່ນຄິດໄລ່ເກັບອາກອນນຳຜູ້ຮັບເໝົາເຈົ້າຂອງເຮືອນແມ່ນໃຫ້ ຄວາມຮ່ວມມືກ່ຽວກັບການສະໜອງສັນຍາຈ້າງງານ ແລະ ໃບອະນຸຍາດປຸກສ້າງໃຫ້ເຈົ້າໜ້າທີ່ສ່ວຍສາອາກອນເພື່ອຄິດໄລ່ເກັບອາກອນເຂົ້າງົບປະມານແຫ່ງລັດ.

+ ກໍລະນີເຈົ້າຂອງເຮືອນກໍ່ສ້າງເຮືອນດ້ວຍຕົນເອງ: ຖ້າສາມາດພິສູດໄດ້ວ່າບໍ່ມີການຈ້າງແຮງງານຈາກທາງນອກມາກໍ່ສ້າງຖືວ່າເປັນການປຸກສ້າງເຮືອນຢູ່ເອງເຮັດດ້ວຍຕົນແມ່ນຈະບໍ່ໄດ້ຄິດໄລ່ເກັບອາກອນ.

No photo description available.

+ ກໍລະນີຈ້າງຜູ້ຮັບເໝົາກໍ່ສ້າງເປັນບຸກຄົນ: ການຈ້າງບຸກຄົນ, ພີ່ນ້ອງ, ນາຍຊ່າງ ແລະ ອື່ນໆມາກໍ່ສ້າງໂດຍ ເປັນການຈ້າງແຮງງານດ້ວຍຮູບການຕ່າງໆ (ວັດສະດຸຕ່າງໆ ໃນການກໍ່ສ້າງແມ່ນເຈົ້າຂອງເຮືອນຊື້ເອງ) ທາງເຈົ້າໜ້າທີ່ສ່ວຍສາອາກອນຈະໄດ້ຄິດໄລ່ເກັບອາກອນລາຍໄດ້ກັບບຸກຄົນຜູ້ທີ່ມີລາຍໄດ້ (ຜູ້ຮັບຈ້າງ), ເຈົ້າຂອງເຮືອນແມ່ນໃຫ້ຄວາມຮ່ວມມືກ່ຽວກັບການສະໜອງສັນຍາຈ້າງງານ,ໃບອະນຸຍາດປຸກສ້າງ ແລະ ຄິດໄລ່ເກັບອາກອນນຳບຸກຄົນທີ່ຕົນເອງຈ້າງງານແລ້ວແຈ້ງຕໍ່ເຈົ້າ ຫຼື ແນະນຳໃຫ້ບຸກຄົນທີ່ມີລາຍຮັບດັ່ງກ່າວມາແຈ້ງເສຍອາກອນລາຍໄດ້ດ້ວຍຕົນເອງ ນໍາເຈົ້າໜ້າທີ່ກໍ່ໄດ້ເພື່ອເກັບອາກອນເຂົ້າງົບປະມານແຫ່ງລັດ.

– ການມອບອາກອນກໍ່ສ້າງເຮືອນມີໃບເກັບເງິນ ຫຼື ບໍ່ມີໃບບິນ: ພາຍຫຼັງທີ່ໄດ້ຮັບໃບຄິດໄລ່ນຳເຈົ້າໜ້າທີ່ສ່ວຍສາອາກອນ ແນະນຳໃຫ້ຜູ້ມີລາຍໄດ້, ຜູ້ຈ້າງງານເຮັດໜ້າທີ່ຄິດໄລ່ເກັບໄວ້ມອບແທນ ຫຼື ອາດຈະແມ່ນເຈົ້າຂອງເຮືອນຕາມການຕົກລົງກັນ ໄປເສຍອາກອນລາຍໄດ້ດ້ວຍຕົນເອງນຳເຈົ້າໜ້າທີ່ສ່ວຍສາອາກອນບ່ອນສະຖານຂຶ້ນກັບ ຫຼື ໄປຊຳລະຜ່ານລະບົບທະນາຄານ.

ຂ່າວຈາກ: ກະຊວງການເງິນ