ນັດທີ່ມັນທີ່ສຸດໃນລາວລີກ 1 ປີ 2023 ຊ້າງນ້ອຍ ດັບຝັນ ເອສະຣາ ໃນນາທີສຸດທ້າຍ ພ້ອມໜີຫ່າງທີ 2

75

ຢຸດບໍ່ຢູ່ສໍາລັບຟອມຮ້ອນແຮງຂອງ ຊ້າງນ້ອຍ ເອັຟຊີ ແຊັມເກົ່າ ລົງສະໜາມນັດຫຼ້າສຸດສ້າງຄວາມຕື່ນເຕັ້ນສຸດໆເມື່ອຍິງປະຕູໄຊບຽດເອົາຊະນະ ເອສະຣາ ເອັຟຊີ ໄປແບບສຸດມັນ 3-2 ໃນໄລຍະຕໍ່ເວລາບາດເຈັບ ຫຼັງຖືກ ເອສະຣາ ຕີສະເໝີ 2-2 ໃນ 2 ນາທີໆຂອງການຕໍ່ເວລາ ເມື່ອວັນທີ 18 ມີນາ 2023 ໃນການແຂ່ງຂັນບານເຕະເປບຊີ ລາວລີກ 1 ປະຈໍາປີ 2023 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16.

ນັດດັ່ງກ່າວ ເອສະຣາ ເອັຟຊີ ໄດ້ປະຕູຂຶ້ນນໍາໄປກ່ອນ 1-0 ຈາກການຍິງຂອງ ອາທິດ ຫຼວງລາດ ພິກຕົວຍິງໄກເຂົ້າໄປຢ່າງສວຍງາມໃນນາທີໆ 20, ແຕ່ຫຼັງຈາກນັ້ນ ຊ້າງນ້ອຍ ເອັຟຊີ ພິກຂຶ້ນນໍາ 2-1 ຈາກການຍິງຂອງ ມະໂນລົມ ເພັດພັກດີ ນາທີໆ 28 ແລະ Cycle O’Connell ນາທີໆ 36 ກ່ອນຈົບເຄິ່ງເວລາທໍາອິດ.

ສ່ວນເຄິິ່ງເວລາທີ 2 ຕະຫຼອດ 90 ນາທີໆບໍ່ມີປະຕູເກີດຂຶ້ນ ທໍາທ່າວ່າຈະຈົບທີ່ຄະແນນດັ່ງກ່າວ, ແຕ່ແລ້ວໃນໄລຍະເວລາບາດເຈັບ 4 ນາທີເປັນ ເອສະຣາ ເອັຟຊີ ໄດ້ປະຕູຕີສະເໝີ 2-2 ນາທີໆ 90+2 ຈາກກາຍິງຂອງ ພຸດທະວົງ ສັງວິໄລ. ຢ່າງໃດກໍຕາມ ນາທີໆ 90+4 ຊ້າງນ້ອຍ ເອັຟຊີ ໄດ້ໂອກາດຂຶ້ນບານໄວຈາກແດນກາງທີ່ ບຸນພະຈັນ ບຸນກອງ ກອງໜ້າຕົວເກັ່ງຂອງທີມ ຍິງໄກບານພຸ່ງໄປຢ່າງແຮງ ຜູ້ຮັກສາປະຕູຂອງ ເອສະຣາ ເອັຟຊີ ອອກມາຮັບບານບໍ່ຢູ່ ເຮັດໃຫ້ບານມາເຂົ້າທາງຂອງ ກີ້ດາວອນ ສຸວັນນີ ຍິງເຂົ້າໄປເຮັດໃຫ້ ຊ້າງນ້ອຍ ເອັຟຊີ ພິກເອົາຊະນະ 3-2.

ສ່ວນຜົນການແຂ່ງຂັນອີກ 3 ຄູ່ໃນອາທິດທີ 5 ມີດັ່ງນີ້:
-ກອງທັບ ເອັຟຊີ ເສຍໃຫ້ກັບ ມາສເຕີ 7 ເອັຟຊີ 1-2 ທີ່ສະໜາມກີລາກອງທັບ ຫຼັກ 5
-ຫຼວງພະບາງ ຊະນະ ນໍ້າທາ ຢູໄນເຕັດ 1-0 ທີ່ສະໜາມກີລາແຂວງຫຼວງພະບາງ
-ຈໍາປາສັກ ເອັຟຊີ ຊະນະ ວຽງຈັນ ເອັຟຊີ 2-0 ທີ່ສະໜາມກີລາແຂວງຈໍາປາສັກ

ຈາກຜົນດັ່ງກ່າວເຮັດໃຫ້ ຊ້າງນ້ອຍ ເອັຟຊີ ເກັບເພີ່ມເປັນ 15 ຄະແນນຢຶດທີມນໍາຕາຕະລາງຄະແນນລວມ ພ້ອມໜີຫ່າງ ມາສເຕີ 7 ເອັຟຊີ ທີມອັນດັບ 2 ທີ່ມີ 9 ຄະແນນ ຈາກ 5 ນັດເທົ່າກັນ, ສ່ວນ ເອສະຣາ ເອັຟຊີ ມີ 7 ຄະແນນເທົ່າກັບ ວຽງຈັນ ເອັຟຊີ ຢູ່ອັນດັບທີ 3 ແລະ 4 ຕາມລໍາດັບ. ຂະນະທີ່ ກອງທັບ ຍັງມີ 6 ຄະແນນຢູ່ອັນດັບທີ 5, ອັນດັບ 6 ຫຼວງພະບາງ ມີ 5 ຄະແນນເທົ່າກັບອັນດັບ 7 ຈໍາປາສັກ ເອັຟຊີ ແລະ ອັນດັບ 8 ນໍ້າທາ ຢູໄນເຕັດ ມີພຽງ 1 ຄະແນນຈາກ 5 ນັດ.
ຂ່າວ: Larh Cretors; ຮູບຈາກ: ສຕລ