ສະຫຼຸບຜົນງານ ທີມບານເຕະຄົນພິການລາວ ຄວ້າອັນດັບ 2 ລາຍການລະດັບອາຊີ ທີ່ປະເທດໄທ

39

ກ່ອນອື່ນຕ້ອງຂໍຊົມເຊີຍຄົນພິການຕາລາວ ທີ່ສ້າງຜົນງານໂດດເດັ່ນໃຫ້ກັບປະເທດຊາດກໍຄື ທີມບານເຕະຄົນພິການຕາລາວ ສາມາດຄວ້າຮອງແຊັມ ຫຼື ອັນດັບ 2 ໃນການແຂ່ງຂັນໃນລາຍການໃຫຍ່ລາຍການ Asia & Pacific Invitational Blind Football Tournament 2023 ທີ່ສະໜາມ Aimphan Sport ຈັງຫວັດນົນທະບູລີ ປະເທດໄທ ລະຫວ່າງວັນທີ 13-19 ມີນາ 2023.

ສໍາລັບ ລາຍການດັ່ງກ່າວມີ 4 ປະເທດເຂົ້າຮ່ວມແຂ່ງຂັນຄື: ໄທ ເຈົ້າພາບ, ອິນເດຍ ຄາຊັກສະຖານ ແລະ ລາວ ແຂ່ງຂັນແບບພົບກັນໝົດ ເພື່ອຄັດເອົານທີ 1 ກັບ ທີ 2 ໄປຊີງຊະນະເລີດ, ສ່ວນ ທີ 3 ກັບ ທີ 4 ໄປຊີງອັນດັບ 3.

ປາກົດວ່າ: ທີມບານເຕະຄົນພິການຕາລາວ ລົງສະໜາມນັດທໍາອິດສາມາດເອົາຊະນະ ອິນເດຍ 1-0 ແລະ ນັດທີ 2 ກໍຍັງໂດດເດັ່ນເອົາຊະນະ ກາຊັກສະຖານ 2-0 ເຮັດໃຫ້ຜ່ານເຂົ້າຮອບຊີງຊະນະເລີດເປັນທີ່ແນ່ນອນແລ້ວ, ສ່ວນນັດສຸດທ້າຍຮອບທໍາອິດທີມຊາດລາວ ເສຍໃຫ້ກັບ ໄທ 0-2 ຈາກຜົນດັ່ງກ່າວເຮັດໃຫ້ ທີມຊາດຄົນພິການຕາລາວ ຜ່ານເຂົ້າຮອບຊີງຊະນະເລີດພົບກັບ ທີມຊາດໄທ ທີ່ຊະນະ 3 ນັດລວດ. ນັດຊີງຊະນະເລີດແຂ່ງຂັນໃນວັນທີ 18 ມີນາ 2023 ການແຂ່ງຂັນດໍາເນີນໄປຢ່າງສູສີ ສະເໝີກັນ 0-0 ໃນເວລາປົກກະຕິ ກ່ອນທີ່ຈະໄປຕັດສິນກັນດ້ວຍການດວນຈຸດໂທດ ແລະ ເປັນ ທີມຊາດໄທ ຄົມກວ່າເອົາຊະນະ ທີມຊາດລາວ 3-2 ຄວ້າແຊັມໄປຄອງ, ສ່ວນ ທີມຊາດບານເຕະຄົນພິການຕາລາວ ຄວ້າຮອງແຊັມໄປຄອງ, ສ່ວນ ທີມອັນດັບ 3 ເປັນຂອງ ອິນເດຍ ແລະ ອັນດັບ 4 ກາຊັກສະຖານ

ສ່ວນລາງວັນດີເດັ່ນອື່ນໆປະກອບມີ:
-ລາງວັນດາວຍິງສູງສຸດ Panyawut Kupan ຈາກໄທ
-ລາງວັນຜູ້ຮັກສາປະຕູດີເດັ່ນ Ponchai Kasikonudompaisan ຈາກໄທ
-ນັກເຕະດີເດັ່ນປະຈໍາລາຍການ: ສົມສັກ ດວງວິໄລ ຈາກລາວ
ຂ່າວ: Larh Creators; ຮູບຈາກ: IBSA Blind Football