ແຈ້ງ! ກ່ອນ 26 ມີນາໃຫ້ຮີບແກ້ໄຂລະບົບສາຍໂທລະຄົມມະນາຄົມຕາມທາງ 13 ໃຕ້ເຂດຫຼັກ 16

53

ເພື່ອຄວາມເປັນລະບຽບຮຽບຮ້ອຍຂອງນະຄອນຫຼວງວຽງຈັນທີ່ເປັນເມືອງເອກ ຂອງ ສປປ ລາວໃຫ້ມີຄວາມສະອາດສວຍງາມ ພະແນກເຕັກໂນໂລຊີ ແລະການສື່ສານ ແຕ້ງໃຫ້ບັນດາບໍລິສັດທີ່ໃຫ້ບໍລິການດ້ານໂທລະຄົມມະນາຄົມ ຮີບຮ້ອນໄປແກ້ໄຂສາຍຂອງຕົນທີ່ເກາະຕາມເສົາໄຟຕ່າງໆ ໃຫ້ເອົາລົງດິນກ່ອນວັນທີ 26 ມີນາ 2023 ນີ້.

May be an image of road, tree and sky
ໂດຍພະແນກເຕັກໂນໂລຊີ ແລະການສື່ສານ ນະຄອນຫຼວງວຽງຈັນໄດ້ແຈ້ງເຖິງ ບັນດາບໍລິສັດ ທີ່ໃຫ້ບໍລິການດ້ານໂທລະຄົມມະນາຄົມ ຢູ່ນະຄອນຫຼວງວຽງຈັນທີ່ມີສາຍໂທລະສັບ, ສາຍເຄເບີ້ນ, ສາຍອິນເຕີເນັດ ແລະ ສາຍອື່ນໆ ຂອງຕົນທີ່ເກາະຫ້ອຍຕາມເສົາໄຟຟ້າ ຕາມທາງເລກ 13 ໃຕ້ ເຂດສວນວັດທະນະທໍາລ້ານຊ້າງ ເຊິ່ງຕັ້ງຢູ່ ກົງກັນຂ້າມກັບສະຫນາມກິລາແຫ່ງຊາດຫຼັກ 16.

No photo description available.

ຂໍຄວາມຮ່ວມມືໃຫ້ຮີບຮ້ອນລົງໄປແກ້ໄຂ ແລະ ນໍາເອົາລະບົບສາຍໂທລະຄົມມະນາຄົມ ຂອງຕົນອອກ ຫຼື ເອົາລົງດິນ ໃຫ້ສໍາເລັດກ່ອນ ວັນທີ 26 ມີນາ 2023 ຖ້າຫາກກາຍກໍານົດເວລາທາງຄະນະຮັບຜິດຊອບໂຄງການ ຈະຮື້ຖອນເສົາໄຟຟ້າ ອອກຈາກບໍລິເວນດັ່ງກ່າວ ແລະ ຈະບໍ່ຮັບຜິດຊອບຕໍ່ຄວາມເສຍຫາຍໃດໆທີ່ເກີດຂຶ້ນ.

ດັ່ງນັ້ນ, ຈຶ່ງໄດ້ແຈ້ງການມາຍັງບັນດາທ່ານເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້.