ຫຼາຍພາກສ່ວນຊ່ວຍປະກອບ-ລະດົມທຶນ ກໍ່ສ້າງຫໍພັກນັກຮຽນ ມສ.ເມືອງຊຶມ ມູນຄ່າ 495 ລ້ານກ່ວາກີບ

115

ວັນທີ 19 ມີນາ 2023 ຜ່ານມານີ້ ຄະນະຮັບຜິດຊອບໂຄງການກໍ່ສ້າງຫໍພັກນັກຮຽນ ໂຮງຮຽນມັດທະຍົມສົມບູນເມືອງຊຶມ ເມືອງແອດ ແຂວງຫົວພັນ ໄດ້ລົງກວດກາເບິ່ງສະຖານທີ່ ເພື່ອກໍ່ສ້າງຫໍພັກນັກຮຽນ ຢູ່ເຂດດັ່ງກ່າວ ນຳໂດຍມີທ່ານ ມົນທອງ ລຽນຕິຄຸນ ຫົວໜ້າ ພະແນກສຶກສາທິການ ແລະ ກິລາແຂວງຫົວພັນ, ທ່ານ ວີເຕັ່ງ ຈື່ໄມເຕັ່ງ ຮອງປະທານແນວລາວສ້າງຊາດແຂວງ, ທ່ານ ວົງພັນ ຈັນງາຄຳ ຮອງເຈົ້າເມືອງ-ເມືອງແອດ ພ້ອມດ້ວຍຄະນະຮັບຜິດຊອບຂັ້ນແຂວງ, ຂັ້ນເມືອງ, ຄະນະອຳນວຍການໂຮງຮຽນ, ຄະນະກໍ່ສ້າງຮາກຖານການເມືອງ ແລະ ອຳນາດການປົກຄອງບ້ານເຂດເມືອງຊຶມ 10 ບ້ານເຂົ້າຮ່ວມ.

ໂຄງການກໍ່ສ້າງຫໍພັກນັກຮຽນ ໂຮງຮຽນມັດທະຍົມສົມບູນເມືອງຊຶມ ຕາມການອອກແບບ ແມ່ນເປັນອາຄານຊັ້ນດຽວ ມີລວງຍາວ 56 ແມັດ, ລວງກວ້າງ 6 ແມັດ ນອກນີ້ຍັງຈະກໍ່ສ້າງເຮືອນຄົວ, ອ່າງນໍ້າ, ຫ້ອງນໍ້າຍິງ-ຊາຍ ຊຶ່ງເປັນທຶນລະດົມຈາກຫຼາຍພາກສ່ວນ ນັບແຕ່ສູນກາງ ລົງຮອດທ້ອງຖິ່ນ ຄາດວ່າຈະລະດົມທຶນໃຫ້ໄດ້ 495 ລ້ານກວ່າກີບ ສໍາລັບຊື້ວັດສະດຸຕ່າງໆ ແລະ ຄ່າບໍລິສັດຜຮັບເໝົາກໍ່ລ້າງ ໂດຍແມ່ນຄະນະກຳມະການສູນກາງແນວລາວສ້າງຊາດ, ແນວລາວສ້າງຊາດແຂວງ, ພະແນກສຶກສາທິການ ແລະ ກິລາແຂວງ, ແນວລາວສ້າງຊາດເມືອງ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງ ເປັນຄະນະຮັບຜິດຊອບ; ຕາມການຄົ້ນຄ້ວາປຶກສາກອງປະຊຸມໄດ້ເຫັນດີເປັນເອກະພາບຄື: ປະຊາຊົນ 10 ບ້ານ ເຂດເມືອງຊຶມຈະໄດ້ຊ່ວຍປະກອບສ່ວນຄື: ຫີນແຮ່ 100 ແມັດກ້ອນ, ຊາຍ 150 ແມັດກ້ອນ, ໄມ້ໂຄງຫຼັງຄາ-ໄມ້ຕີແບບ-ໄມ້ເພຕີດານ-ໄມ້ເຮັດຕຽງນອນ 28 ແມັດກ້ອນ ເຊິ່ງບໍລິສັດຜູ້ຮັບເໝົາກໍ່ສ້າງຈະນໍາເອົາກົນຈັກໃນການຈົກແຮ່-ຊາຍ ແລະ ຕັດໄມ້ເລື່ອຍໄມ້ໃຫ້ທັງໝົດ ສ່ວນປະຊາຊົນເປັນຈະໄດ້ຊ່ວຍເປັນແຮງງານ ນອກນີ້ຍັງມີປະຊາຊົນຈະໄດ້ພ້ອມກັນປະກອບສ່ວນເປັນໄມ້ຄໍ້າແບບເຊິ່ງໄລ່ເປັນມູນຄ່າ 100 ລ້ານກວ່າກີບ.

ໂຄງການກໍ່ສ້າງຫໍພັກນັກຮຽນ ໂຮງຮຽນມັດທະຍົມສົມບູນເມືອງຊຶມ ເມືອງແອດ ແຂວງຫົວພັນ ຕັ້ງຢູ່ບ້ານເມືອງຊຶມ ໂດຍຫ່າງຈາກເທດສະບານເມືອງແອດ ປະມານ 43 ກິໂລແມັດ ແຕ່ສະພາບເສັ້ນທາງໄປ-ມາແມ່ນພົບຄວາມຫຍຸ້ງຍາກຫຼາຍ ເຊິ່ງໃຊ້ເວລາເດີນທາງ ປະມານ 3 ຊົ່ວໂມງກວ່າຈິ່ງໄປຮອດ, ເຂດເມືອງຊຶມ ປະກອບມີ 10 ບ້ານ ແຕ່ລະບ້ານແມ່ນຫ່າງໄກໂຮງຮຽນ ໂດຍສະເພາະໂຮງຮຽນມັດທະຍົມສົມບູນ ໃນໄລຍະຜ່ານມາ ເພື່ອໃຫ້ລູກ-ຫຼານໄດ້ສຶກສາຮໍ່າຮຽນ ພໍ່ແມ່ຜູ້ປົກຄອງຂອງນ້ອງຫຼານນັກຮຽນຜູ້ມີເງື່ອນໄຂ ກໍໄດ້ພາກັນມາປຸກຕູບ (ເຮືອນນ້ອຍ) ພັກເຊົາຢູ່ໃກ້ໂຮງຮຽນທີ່ໂຮງຮຽນໄດ້ກຳນົດໃຫ້ນັ້ນເພື່ອໃຫ້ລູກຕົນເອງໄດ້ເຂົ້າຮຽນຕາມເກນອາຍຸ ຍ້ອນເຫັນໄດ້ເຖີງຄວາມຫຍຸ້ງຍາກລຳບາກຂອງໂຮງຮຽນເຂດນີ້ ໂດຍສະເພາະແມ່ນເຫັນໄດ້ເຖິງຄວາມສຳຄັນຂອງວຽກງານການສຶກສາ ແລະ ກິລາ ບວກກັບຄວາມເອົາໃຈໃສ່ຂອງ ພັກ-ລັດ ສະນັ້ນຫຼາຍພາກສ່ວນຈິ່ງໄດ້ລະດົມທຶນ ເພື່ອມາກໍ່ສ້າງຫໍພັກໃຫ້ນັກຮຽນ ແລະ ຄູສອນ ໃຫ້ມີບ່ອນພັກເຊົາຖາວອນ ໃຫ້ລູກ-ຫຼານນັກຮຽນໄດ້ສຸມສະຕິປັນຍາໃສ່ການຮຽນ-ການສອນ ໃຫ້ສະດວກ ແລະໄດ້ຮັບຄຸນນະພາບຂຶ້ນເລື້ອຍໆ.