ສາວໆກຽມພ້ອມລະບໍ? ລົງປະກວດຊິງມົງກຸດ Miss Universe Laos 2023 ໂດຍປີນີ້ໄດ້ NDຄົນໃໝ່ ແລະ ມີ ຕ້າ ເອແພັກ ເປັນປະທານໂຄງການ

61

ເວທີປະກວດນາງງາມຈັກກະວານ ຫຼື Miss Universe Laos 2023 ມີການຖະແຫຼງຂ່າວຢ່າງເປັນທາງການແລ້ວໃນວັນທີ 18 ມີນາ 2023 ທີ່ໂຮງແຮມ ຄຣາວ ພລາຊາ. ມາລຸ້ນນໍາກັນໃຜຈະໄດ້ເປັນນາງງາມຈັກກະວານຄົນທີ 7 ຫຼື Miss Universe Laos 2023.

ປີນີ້ຍັງສ້າງຄວາມຮືຮາຍິ່ງຂຶ້ນເມື່ອໄດ້ ND ຄົນໃຫມ່ (National Director)  ທ່ານ  ຫົງຄຳ ສຸວັນນະວົງ ແລະ ປະທານໂຄງການ ແມ່ນທ່ານ ເທບມະຫາວິໄຊ ໄຊທິລາດ ຫຼື ຕ້າ ເອແພັກ.

ທ່ານ  ຫົງຄຳ ສຸວັນນະວົງ ກ່າວວ່າ: ມີຄວາມດີໃຈ ຕື່ນເຕັ້ນ ແລະ ເປັນກຽດທີ່ສຸດ ຂອບໃຈຜູ້ສະໜັບສະໜຸນທຸກພາກສ່ວນ, ທຸກຄົນທີ່ມາຮ່ວມການ ແລະ ຂອບໃຈທີ່ຕິດຕາມການປະກວດເວທີນາງງາມ ພ້ອມໃຫ້ຄວາມສົນໃຈ ແລະ ສະໜັບສະໜຸນຕະຫຼອດມາ.

ສໍາລັບປີນີ້ຖືວ່າເປັນປີແຫ່ງການປ່ຽນແປງ ແລະ ເປີດໂອກາດໃຫ້ແມ່ຍິງທຸກຄົນໄດ້ຕາມຫາຄວາມຝັນໃນເວທີນີ້ໂດຍໃຫ້ຍິງທີ່ແຕ່ງດອງ, ມີລູກແລ້ວ ກໍສາມາມາດສະໝັກໄດ້ທົ່ວປະເທດ ພາຍໄດ້ຄໍາຂວັນຂອງ ເວທີນາງງາມຈັກກະວານປີນີ້ “ຄວາມງາມພ້ອມໃນການປ່ຽນແປງໃນການເປັນຜູ້ນໍາ” Transformational Leadership ໂດຍຈະຈັດຂຶ້ນໃນປະເທດ ເອວຊາເວດໍ ໃນທ້າຍເດືອນ ທັນວາ 2023 ນີ້.

ຄະນະທີ່ ຕ້າ ເອແພັກ ໄດ້ກ່າວເຖິງການປະກວດວ່າ: ປີນີ້ຈະພິເສດ ເຮົາເນັ້ນການທ່ອງທ່ຽວ, ເນັ້ນຖ່າຍທອດຄວາມເປັນລາວທົ່ວປະເທດ ໃຫ້ນ້ອງໆຜູ້ເຂົ້າກວດຖືສາຍສະພາຍຂອງແຕ່ລະແຂວງ ຜູ້ທີ່ຜ່ານເຂົ້າຮອບຄັດເລືອກຈະມາຈາກ 18 ນາງສາວງາມຈາກ 18 ແຂວງເທົ່ານັ້ນ ແລະ ເປັນຕົວແທນຂອງແຂວງນັ້ນໆນໍາສະເໜີຄວາມໂດດເດັ່ນ ເອກກະລັກຂອງຕົນ.

ເລີ່ມຮັບສະໝັກຕັ້ງແຕ່ມື້ນີ້ເປັນຕົ້ນໄປຮອດວັນທີ 4 ເດືອນພຶດສະພາ ໂດຍມີເງື່ອນໄຂຄື: ເປັນສາວລາວເຊື້ອສາຍລາວ 100 %, ອາຍຸບໍ່ເກີນ 18- 28 ປີ, ລວງສູງ 160 ຊັງຕີແມັດຂຶ້ນໄປ.

ສະໝັກກັນເຂົ້າມາໄດ້ ເພາະລາງວັນສຳລັບຜູ້ຊະນະເປັນເງິນສົດມູນຄ່າ 150 ລ້ານກີບ ສູງສຸດໃນປະຫວັດສາດ!.