ໃນຍຸກປັດຈຸບັນທີ່ເຂົ້າຍາກໝາກແພງຄືແນວນີ້ ການມີລາຍໄດ້ທາງດຽວຄົງຈະຍັງບໍ່ພຽງພໍສຳລັບໃຊ້ຈ່າຍໃນຊີວິດປະຈຳວັນ ຫຼື ອາດຈະພຽງພໍແຕ່ໃຊ້ຈ່າຍເດືອນຕໍ່ເດືອນ ແຕ່ກໍບໍ່ມີເຫຼືອເພື່ອເກັບໄວ້ໃຊ້ໃນຈຳເປັນ. ດັ່ງນັ້ນ, ຫຼາຍໆຄົນກໍຊອກຫາວິທີທາງເພື່ອຈະຫາລາຍໄດ້ເສີມ ໂດຍນຳໃຊ້ວິທີການຕ່າງໆ ບໍ່ວ່າຈະເປັນການຮັບຈ້າງ, ຂາຍເຄື່ອງອອນລາຍ ລວມທັງການລົງທຶນໃນສິນຊັບຕ່າງໆ. ສະນັ້ນ, ມື້ນີ້ໃນຄໍລໍາການ ເງິນ – ການລົງທຶນເຮົາຈະພາມາຮູ້ວ່າ ສິ່ງສຳຄັນທີ່ເຮົາຄວນຮູ້ກ່ອນຕັດສິນໃຈລົງທຶນມີຄືແນວໃດ.
▶ເປົ້າໝາຍການລົງທຶນ:
ເຮົາຕ້ອງຮູ້ວ່າເປົ້າໝາຍການລົງທຶນຂອງເຮົາແມ່ນຫຍັງ ຕົວຢ່າງເຊັ່ນ: ການຮັກສາເງິນຕົ້ນໃຫ້ປອດໄພ, ເພີ່ມມູນຄ່າຂອງເງິນຢ່າງໜ້ອຍໃຫ້ຊະນະອັດຕາເງິນເຟີ້ ເພື່ອຮັກສາອຳນາດການຊື້ ຫຼື ເພື່ອໃຫ້ເງິນເກີດດອກອອກຜົນ ເພື່ອນໍາໄປໃຊ້ໃນວັດຖຸປະສົງຕ່າງໆ ເຊັ່ນ: ເພື່ອເປັນທຶນຮອນໃນການສົ່ງລູກຮຽນ, ເພື່ອການກະສຽນອາຍຸເປັນຕົ້ນ.
▶ອັດຕາຜົນຕອບແທນທີ່ຕ້ອງການ:
ໃນການບັນລຸເປົ້າໝາຍໃນການລົງທຶນນັ້ນໆ ແມ່ນຂຶ້ນຢູ່ກັບວ່າເຮົາມີເງິນລົງທຶນເບື້ອງຕົ້ນຢູ່ເທົ່າໃດ ມີໄລຍະເວລາໃນການລົງທຶນດົນນານເທົ່າໃດ ແລະ ເຮົາມີເງິນທີ່ຈະສາມາດທ້ອນເພີ່ມຂຶ້ນ ເພື່ອນຳມາລົງທຶນເພີ່ມຂຶ້ນໄດ້ ຫຼື ບໍ່.
▶ ຄວາມສາມາດໃນການຍອມຮັບຄວາມສ່ຽງ ( ability to take risk ) ແລະ ຄວາມຍິນດີໃນການຮັບຄວາມສ່ຽງ ( Willingness to take risk ):
ສອງສິ່ງນີ້ມີຄວາມແຕກຕ່າງກັນ ໂດຍປັດໄຈທີ່ກຳນົດຄວາມສາມາດໃນການຮັບ ຄວາມສ່ຽງ ເຊັ່ນ: ອາຍຸ, ລາຍໄດ້ ແລະ ໄລຍະເວລາການລົງທຶນ. ໃນຂະນະທີ່ຄວາມເຕັມໃຈໃນການຮັບຄວາມສ່ຽງ ຄື: ທັດສະນະຄະຕິ, ຄວາມມັກ ຫຼື ຄວາມສົນໃຈໃນສິນຊັບລົງທຶນແຕ່ລະປະເພດ ໂດຍຄວາມສາມາດໃນການຍອມຮັບຄວາມສ່ຽງຈະບອກວ່າ ເຮົາສາມາດລົງທຶນໃນສິນຊັບປະເພດໃດໄດ້ແດ່ ແລະ ໃນຂະນະທີ່ຄວາມເຕັມໃຈໃນການຮັບຄວາມສ່ຽງຈະບອກວ່າ ເຮົາເໝາະສົມກັບສິນຊັບປະເພດນັ້ນ ຫຼື ບໍ່ ເຊັ່ນ: ຄົນໜຸ່ມເປັນຄົນທີ່ສາມາດຮັບຄວາມສ່ຽງໄດ້ສູງ ສາມາດລົງທຶນໃນສິນຊັບສ່ຽງຢ່າງ ເຊັ່ນ: ຮຸ້ນ, ກອງທຶນລວມຮຸ້ນ. ເຖິງຢ່າງໃດກໍຕາມ, ຫາກວ່າບໍ່ຍິນດີທີ່ຈະຍອມຮັບຄວາມສ່ຽງທີ່ສູງເກີນໄປ ກໍຈະເໝາະສົມກັບການລົງທຶນໃນສິນຊັບທີ່ມີຄວາມສ່ຽງຕ່ຳລົງມາ ເຊັ່ນ: ພັນທະບັດລັດຖະບານ. ດັ່ງນັ້ນ, ເຮົາຄວນທຳຄວາມຮູ້ຈັກຕົນເອງກ່ອນລົງທຶນ, ຍອມຮັບ ແລະ ເຕັມໃຈຮັບຄວາມສ່ຽງ ຫຼື ການຂາດທຶນໄດ້ຫຼາຍໜ້ອຍພຽງໃດ ຈະໄດ້ເລືອກສິນຊັບລົງທຶນໄດ້ຢ່າງເໝາະສົມກັບຕົວເຮົາໄດ້ຫຼາຍທີ່ສຸດ.
▶ຮູ້ຈັກ ແລະ ເຂົ້າໃຈໃນສິນຊັບທີ່ຈະລົງທຶນ:
ເມື່ອຮູ້ແລ້ວວ່າຕົວເຮົາສົນໃຈໃນສິນຊັບການລົງທຶນປະເພດໃດ ຄວນຖາມຕົວເອງກ່ອນລົງທຶນວ່າ ມີຄວາມເຂົ້າໃຈໃນສິນຊັບນັ້ນພຽງພໍແລ້ວ ຫຼື ຍັງ ທັງຜົນຕອບແທນ, ຄວາມສ່ຽງ, ວິທີການຊື້ – ຂາຍ; ຫາກຍັງບໍ່ຮູ້ ຫຼື ບໍ່ແນ່ໃຈ ກໍຄວນສຶກສາຫາຂໍ້ມູນກ່ຽວກັບສິນຊັບປະເພດນັ້ນໃຫ້ດີເສຍກ່ອນ ເຊັ່ນ: ຫາກສົນໃຈໃນການລົງທຶນກອງທຶນລວມ ກໍຄວນອ່ານໜັງສືທີ່ກ່ຽວຂ້ອງເພື່ອສຶກສາວ່າ ກອງທຶນລວມທີ່ເຮົາສົນໃຈນັ້ນມີນະໂຍບາຍການລົງທຶນຄືແນວໃດ, ກົງກັບລະດັບຄວາມສ່ຽງທີ່ຍອມຮັບໄດ້ຂອງເຮົາ ຫຼື ບໍ່ ການສຶກສາທຳຄວາມເຂົ້າໃຈວ່າສິນຊັບທີ່ລົງທຶນເປັນເລື່ອງສຳຄັນ ເພາະເຖິງແມ່ນວ່າຕົວເຮົາຈະລົງທຶນໃນສິນຊັບທີ່ມີຄວາມສ່ຽງສູງ ແຕ່ຖ້າຫາກລົງທຶນດ້ວຍຄວາມຮູ້ຄວາມເຂົ້າໃຈໃນສິນຊັບຫຼາຍເທົ່າໃດ ກໍຍິ່ງມີໂອກາດສ້າງຜົນຕອບແທນໄດ້ຫຼາຍຂຶ້ນເທົ່ານັ້ນ ທີ່ສຳຄັນແມ່ນຫ້າມລົງທຶນໃນສິ່ງທີ່ເຮົາບໍ່ມີຄວາມຮູ້ ຫຼື ຄວາມເຂົ້າໃຈໂດຍເດັດຂາດ.
ນອກຈາກນີ້ແລ້ວ ສິ່ງທີ່ສຳຄັນທີ່ຜູ້ລົງທຶນຄວນມີ ຄື ຄວາມມຸ່ງໝັ້ນຕັ້ງໃຈ ການທີ່ເຮົາຈະປະສົບຄວາມສຳເລັດໄດ້ໄວໃນເລື່ອງໃດໆກໍຕາມ ຕົວເຮົາເອງແມ່ນເປັນປັດໄຈທີ່ສຳຄັນທີ່ສຸດ ເຖິງແມ່ນວ່າແຜນການລົງທຶນທີ່ໄດ້ວາງໄວ້ຈະດີພຽງໃດກໍຕາມ ແຕ່ຫາກຂາດຄວາມມຸ່ງໝັ້ນຕັ້ງໃຈ, ຂາດວິໄນ ແລະ ຂາດຄວາມອົດທົນໃນການລົງທຶນແລ້ວ ການໄປເຖິງເປົ້າໝາຍທີ່ຕັ້ງໄວ້ຄົງຈະເປັນໄປໄດ້ຍາກ, ດັ່ງນັ້ນເມື່ອຕັ້ງເປົ້າໝາຍການເງິນຂອງຕົວເອງໄດ້ແລ້ວ ຂໍໃຫ້ຮີບຮ້ອນລົງມືເຮັດຕາມແຜນ ຢ່າຜັດວັນ ເພາະຈະເຮັດໃຫ້ເຮົາອາດຈະໄປບໍ່ເຖິງເປົ້າໝາຍທີ່ຕັ້ງໄວ້.