ຕູບໄມ້ນ້ອຍສວຍງາມ ຍົກຍ້າຍໄດ້ ຕັ້ງໄວ້ໃສກໍສະດວກ

30

ບາງຄົນມີດິນສວນແລ້ວກໍຢາກໄດ້ຕູບນ້ອຍນັ່ງຫຼິ້ນຊົມພືດພັນໃນສວນ, ບາງຄົນມີເຮືອນຫຼັງໃຫຍ່ແລ້ວ ກໍຢາກໄດ້ຕູບງາມໆຕັ້ງໂຊໜ້າເຮືອນໄວ້ນັ່ງດື່ມຊາ – ກາເຟ… ເພື່ອຕອບໂຈດຄວາມຕ້ອງການເຫຼົ່ານັ້ນ ໂຮງງານເຟີນີເຈີໄມ້ຈັນໄຕ ມີຜະລິດຕະພັນສໍາເລັດຮູບທີ່ງົດງາມກຽມໄວ້ໃຫ້ແລ້ວ.

ໄລຍະຫຼັງໆມານີ້ ເຫັນໄດ້ວ່າໂຮງງານເຟີນີເຈີໄມ້ຈັນໄຕ ມັກຈະມີຜະລິດຕະພັນໃໝ່ໆທີ່ແປກຕາອອກມາວາງສະແດງ ແລະ ຈໍາໜ່າຍໃນໂອກາດຕ່າງໆ ໜຶ່ງໃນນັ້ນ, ກໍແມ່ນເຮືອນໄມ້ນ້ອຍສວຍງາມນີ້ເອງ ເຊິ່ງກຽມພ້ອມທີ່ຈະນໍາໄປວາງສະແດງທີ່ສູນການຄ້າລາວ – ໄອເຕັກ ( ຕຶກເກົ່າ ) ນະຄອນຫຼວງວຽງຈັນ ພາຍໃນອາທິດໜ້ານີ້.

ເຮືອນໄມ້ນ້ອຍສວຍງາມ ແມ່ນຈໍາໜ່າຍໃນຫຼາຍລາຄາແຕກຕ່າງກັນ ອີງຕາມຄວາມຍາກ – ງ່າຍຕາມໂຄງສ້າງທີ່ເຮັດອອກມາ ປະກອບກັບຄຸນນະພາບຂອງເນື້ອໄມ້ ແນ່ນອນວ່າຄຸນຄ່າການໃຊ້ງານກໍບໍ່ແຕກຕ່າງກັນຫຼາຍ ແລະ ກໍຂຶ້ນກັບການນໍາໃຊ້ຂອງແຕ່ລະຄົນ; ບາງຄົນອາດຈະນໍາໄປຕັ້ງໂຊໜ້າເຮືອນເພື່ອ ຄວາມສວຍງາມ ຫຼື ຕັ້ງໄວ້ຈຸດໃດໜຶ່ງພາຍໃນຫ້ອງເຮືອນ, ບາງຄົນອາດຈະໄວ້ຮັບແຂກທີ່ຢ້ຽມຢາມ, ບາງຄົນອາດຈະຕັ້ງໄວ້ໃນສວນດອກໄມ້ເພື່ອໄປນັ່ງຫຼິ້ນໃນວັນພັກຜ່ອນ, ບາງຄົນອາດຈະນໍາໄວ້ວາງສິນຄ້າເຄື່ອງຂາຍ… ຈະນໍາໃຊ້ແນວໃດ ຫຼື ຕັ້ງໄວ້ຢູ່ໃສກໍດີ ເຮືອນຕູບນ້ອຍແບບນີ້ລ້ວນຄູ່ຄວນ ແລະ ສວຍງາມປະກອບກັບຄຸນຄ່າການໃຊ້ງານທີ່ກຸ້ມກັບລາຄາຊື້.


ເຮືອນນ້ອຍສວຍງາມ ມີໂຄງສ້າງທີ່ແທດເໝາະຕໍ່ການເຄື່ອນຍ້າຍຈຶ່ງບໍ່ຕ້ອງກັງວົນເລື່ອງການຈະປ່ຽນຈຸດວາງໃໝ່ ຫາກໃຜຊື້ໄປແລ້ວເຫັນວ່າຕົນເອງວາງໄວ້ບໍ່ເໝາະສົມ ກໍສາມາດຍົກຍ້າຍໄດ້ສະບາຍ ແລະ ທີ່ສໍາຄັນມັນເປັນສ່ວນປະກອບຂອງໄມ້ເປັນຕົ້ນຕໍ ເຊິ່ງມີຄວາມແໜ້ນໜາ ແລະ ທົນທານຕໍ່ສະພາບອາກາດຕາມທໍາມະຊາດຂອງໄມ້ຢູ່ແລ້ວ ຈຶ່ງແທດເໝາະກັບທຸກສະພາບແວດລ້ອມ ແລະ ເຮັດໃຫ້ຮູ້ສຶກເຢັນສະບາຍເມື່ອໄດ້ອາໄສຢູ່.

ສົນໃຈຊື້ ສາມາດໄປພົວພັນທີ່ໂຮງງານເຟີນີເຈີໄມ້ຈັນໄຕ ຕັ້ງຢູ່ບ້ານດົງນາໂຊກໃຕ້ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຫຼື ຈະໄປທີ່ສູນການຄ້າລາວ – ໄອເຕັກກໍໄດ້ ( ຕຶກເກົ່າ ) ເຊິ່ງທາງໂຮງງານຈະໄດ້ນໍາເອົາຜະລິດຕະພັນຂອງຕົນໄປວາງສະແດງລະຫວ່າງວັນທີ 18 – 26 ມີນາ 2023 ນີ້.

ຫາກທ່ານໃດຕ້ອງການເຮັດທຸລະກິດເຮືອນພັກ ທາງໂຮງງານກໍສາມາດສະໜອງຜະລິດຕະພັນໃຫ້ຕາມຄວາມຕ້ອງການ ບໍ່ວ່າຈະເປັນສິ່ງຮັບໃຊ້ໃນຫ້ອງນອນ, ເຮືອນຄົວ, ຕຽງນອນ, ໝອນ – ເສື່ອ, ຕູ້ໃສ່ເສື້ອຜ້າ ແອເຢັນ; ຕະຫຼອດຮອດອ່າງລ້າງຖ້ວຍ, ຕູ້ເຄື່ອງ, ໂຕະຕັ່ງນັ່ງກິນເຂົ້າ, ລະບຽງນັ່ງເຢັນ ແລະ ອື່ນໆ.