ວິທີການຄັດເລືອກແກ່ນແນວພັນ ກາເຟ ທີ່ມີຄຸນນະພາບ

74

ເນື່ອງຈາກກາເຟເປັນພືດອາຍຸຍາວນານ 10 ປີຂຶ້ນໄປ, ດັ່ງນັ້ນການຄັດເລືອກສາຍພັນແນວພັນທີ່ເໝາະສົມ ແລະ ເມັດພັນທີ່ມີຄຸນນະພາບຈຶ່ງມີຜົນຕໍ່ການຈະເລີນເຕີບໂຕ, ສະມັດຖະພາບ ແລະ ຄຸນນະພາບຂອງຜົນຜະລິດ.

▶ຂັ້ນຕອນວິທີການເອົາເມັດພັນກາເຟທີ່ມີຄຸນນະພາບ ມີດັ່ງນີ້: ການເກັບເມັດແນວພັນກາເຟ ແມ່ນໃຫ້ເກັບເອົາໝາກກາເຟທີ່ຢູ່ສ່ວນກາງຂອງຕົ້ນ ແລະ ເອົາສ່ວນກາງຂອງຫງ່າ ໂດຍເລືອກເອົາ ໝາກທີ່ໃຫຍ່ ແລະ ສຸກດີ ແລະ ອາຍຸຂອງຕົ້ນ 5 ປີຂຶ້ນໄປ ເຊິ່ງເລືອກເອົາຊ່ວງກາເຟໃນຕົ້ນທີ່ສຸກຫຼາຍທີ່ສຸດ, ໃນຕົ້ນໜຶ່ງເລືອກເອົາ ປະມານ 50 ຫາ 100 ໜ່ວຍ.

▶ການຄັດໝາກຟູອອກ ເພື່ອເອົາໝາກຈົມ: ຫຼັງຈາກໄດ້ກາເຟຕາມຈຳນວນທີ່ຕ້ອງການແລ້ວ ໃຫ້ເອົາລົງແຊ່ນໍ້າຄົນ ແລະ ຕັກເອົາໝາກທີ່ຟູນໍ້າອອກ ເພື່ອເອົາແຕ່ໝາກຈົມ.

▶ການເອົາເປືອກແດງອອກດີທີ່ສຸດແມ່ນ: ໃຊ້ມືບີບອອກ ຫຼື ບໍ່ດັ່ງນັ້ນໃຊ້ເຄື່ອງອິ້ວດ້ວຍມືກໍໄດ້ ແຕ່ບໍ່ໃຫ້ເມັດແຕກ ແລະ ຖືກເຄື່ອງອິ້ວກັດ.

▶ຂັ້ນຕອນການໝັກ: ພາຍຫຼັງອິ້ວກາເຟແລ້ວ ນຳເອົາກາເຟມາໝັກບໍ່ໃຫ້ເກີນ 18 ຊົ່ວໂມງ ຄວນໝັກໃນອ່າງ ຫຼື ຊາມທີ່ສະອາດ ແລະ ຮັກສາອຸນຫະພູມການໝັກໃຫ້ສະເໝີກັນ.

▶ຂັ້ນຕອນການລ້າງ: ນໍາເອົາກາເຟທີ່ໝັກໄດ້ແລ້ວມາລ້າງດ້ວຍນໍ້າສະອາດ, ລ້າງເມືອກກາເຟອອກຈົນໝົດ ແລະ ໃຊ້ມືກຳເມັດກາເຟ ແລ້ວຂວ້າມມືລົງ ຖ້າເມັດກາເຟບໍ່ຕິດມືສະແດງວ່າລ້າງເມືອກດີແລ້ວ.

▶ຂັ້ນຕອນການຕາກ: ນໍາເອົາກາເຟທີ່ລ້າງດີແລ້ວມາຕາກໃນເຮືອນຮົ່ມ ເພື່ອບໍ່ໃຫ້ຖືກແສງແດດແກ່ ຫຼື ລົມ, ຄົນແກ່ນທີ່ກຳລັງຕາກທຸກໆ 2 ຊົ່ວໂມງໃນໄລຍະ 3 ມື້ທຳອິດ.

▶ການວັດແທກຄວາມຊຸ່ມຂອງແກ່ນກາເຟ: ແທກຄວາມຊຸ່ມໃຫ້ໄດ້ 20%.

▶ ການຄັດເລືອກເມັດກາເຟແນວພັນທີ່ບໍ່ໄດ້ຄຸນນະພາບອອກ: ພາຍຫຼັງການຕາກກາເຟແນວພັນ ແລະ ວັດແທກຄວາມຊຸ່ມໃຫ້ໄດ້ຕາມມາດຕະຖານແລ້ວ, ຕ້ອງໄດ້ຄັດກາເຟທີ່ບໍ່ໄດ້ຄຸນນະພາບອອກ.

▶ເມັດກາເຟແນວພັນຄຸນນະພາບທີ່ຄວນນຳໄປກ້າແກ່ນ: ຕ້ອງເປັນເມັດເຕັມ, ຕື່ງ, ໃຫຍ່, ບໍ່ຫັກ, ບໍ່ເປັນແມງ, ບໍ່ມີຮູບຊົງ 3 ລ່ຽມ, ເມັດກາເຟມົນ ຫຼື ເມັດນ້ອຍ.

[ ຂໍ້ມູນ: ກົມສົ່ງເສີມເຕັກນິກການຜະລິດກາເຟ ]