ຄຸນລັກສະນະຜູ້ນໍາ 10 ປະການ

323

ຜູ້ນຳ ຄືຫົວໃຈສຳຄັນໃນການນຳພາອົງກອນກ້າວສູ່ຜົນສຳເລັດ ເຊິ່ງມື້ນີ້ຜູ້ຂຽນຂໍນຳເອົາຄຸນລັກສະນະ 10 ປະການຂອງຜູ້ນຳ ເພື່ອເປັນແນວທາງໃນການປະຕິບັດ ແລະ ຮຽນຮູ້ເພື່ອພັດທະນາກ້າວສູ່ການເປັນຜູ້ນຳທີ່ດີໃນອະນາຄົດ.

1. ຄວາມກ້າຫານ
ຄືການບັງຄັບຈິດໃຈຕົວເອງໃຫ້ຢູ່ໃນຄວາມສະຫງົບ, ບໍ່ຢ້ານວ່າຈະເກີດຫຍັງຂຶ້ນ, ບໍ່ສະທົກສະທ້ານ ຫຼື ອ່ອນໄຫວ, ກ້າເຮັດກ້າເວົ້າ, ກ້າຍອມຮັບຜິດ ຫຼື ຄໍາຕິຕຽນ ເມື່ອມີຄວາມຜິດພາດ ຫຼື ບົກຜ່ອງ, ໜັກແໜ້ນໃນໃນສິ່ງທີ່ຖືກທີ່ຄວນ ເຖິງວ່າສິ່ງນັ້ນຈະບໍ່ເປັນທີ່ຖືກໃຈຂອງຜູ້ອື່ນກໍຕາມ.

2. ຄວາມເດັດຂາດ
ຄືຄວາມສາມາດໃນການຕົກລົງໃຈໂດຍເດັດຂາດ ແລະ ປະກາດຂໍ້ຕົກລົງຢ່າງເອົາຈິງເອົາຈັງ ແລະ ຈະແຈ້ງ ໂດຍພິຈາລະນາຈາກຂໍ້ຄວາມຈິງຕ່າງໆ ລວມທັງປະສົບການຂອງຕົວເອງ ແລະ ບຸກຄົນອື່ນຢ່າງມີເຫດ ແລະ ມີຄວາມໝັ້ນໃຈໃນລັກສະນະທີ່ວ່ອງໄວ, ບໍ່ເວົ້າອ້ອມຄ້ອມ, ຖືກຕ້ອງ ແລະ ທັນເວລາ.

3. ຄວາມໄວ້ເນື້ອເຊື່ອໃຈ
ຄືການໄດ້ຮັບຄວາມໄວ້ວາງໃຈໃນການປະຕິບັດງານຕາມໜ້າທີ່ ຫຼື ວຽກງານທີ່ມອບໝາຍໄດ້ຢ່າງຖືກຕ້ອງບໍ່ຜິດພາດ, ດ້ວຍຄວາມຄ່ອງແຄ້ວວ່ອງໄວ, ສະຫຼາດ, ເຮັດສຸດຄວາມສາມາດ ແລະ ພິຖີພິຖັນເປັນຄົນກົງຕໍ່ເວລາ ບໍ່ກ່າວຄໍາແກ້ຕົວ, ມີຄວາມຕັ້ງໃຈ ແລະ ຈິງໃຈ.

4. ຄວາມອົດທົນ
ຄືພະລັງງານຮ່າງກາຍ ແລະ ຈິດໃຈ ເຊິ່ງວັດໄດ້ຈາກຂີດຄວາມສາມາດໃນການທົນຕໍ່ຄວາມອິດເມື່ອຍ, ຄວາມຍາກລໍາບາກ, ຄວາມເຄັ່ງຄຽດ, ງານໜັກ ລວມເຖິງ ຄວາມອົດກັ້ນຕໍ່ສະຖານະການທີ່ບີບບັງຄັບ.


5. ຄວາມກະຕືລືລົ້ນ
ຄືການສະແດງອອກເຖິງ ຄວາມສົນໃຈຢ່າງຈິງຈັງ ແລະ ມີຄວາມຈົດຈໍ່ຕໍ່ການປະຕິບັດງານຢ່າງຈິງຈັງ ໝາຍເຖິງ ການເຮັດວຽກດ້ວຍຄວາມລ່າເລີງ ແລະ ຄິດແຕ່ແງ່ດີສະເໝີ.

6. ຄວາມລິເລີ່ມ
ຄືການເປັນຜູ້ຮູ້ຈັກໃຊ້ ຄວາມຄິດໃນການສະແຫວງຫາວຽກເຮັດງານທໍາ ແລະ ເລີ່ມຫາຫົນທາງປະຕິບັດ ເຖິງວ່າຈະບໍ່ມີຄໍາສັ່ງໃຫ້ປະຕິບັດ ຫຼື ການສະແຫວງຫາແນວທາງໃນການປະຕິບັດງານໃໝ່ໆທີ່ດີມີປະສິດທິພາບຫຼາຍກວ່າເດີມ ແລະ ກະທໍາທັນທີ ໂດຍບໍ່ຕ້ອງລໍຊັກຊ້າ.

7. ຄວາມຊື່ສັດສຸດຈະລິດ
ຄືຄວາມທ່ຽງຕົງ ແລະ ຢຶດໝັ້ນຢູ່ໃນຫຼັກແຫ່ງສິນທໍາອັນດີງາມ ເປັນຄຸນສົມບັດຂອງການຮັກສາ ຄວາມຈິງ, ຮັກສາວາຈາສັດຈະຕະຫຼອດເວລາ, ຄໍາເວົ້າທຸກຄໍາຕ້ອງຖືກຕ້ອງເປັນຈິງທັງເລື່ອງສ່ວນລວມ ແລະ ສ່ວນຕົວ ຢືນຢັນໃນເລື່ອງທີ່ຖືກຕ້ອງ ແລະ ສໍານຶກໃນໜ້າທີ່ການງານຂອງຕົວເອງ.

8. ຄວາມຍຸຕິທໍາ
ຄືການບໍ່ລໍາອຽງເຂົ້າຂ້າງໃຜ, ມີຄວາມທ່ຽງຕົງ, ບໍ່ເລືອກທີ່ຮັກມັກທີ່ຊັງ, ມີຄວາມສະເໝີຕົ້ນສະເໝີປາຍໃນການບັງຄັບບັນຊາ, ການໃຫ້ລາງ ວັນ ແລະ ການລົງໂທດແກ່ຜູ້ເຮັດຜິດ ລວມເຖິງມີຄວາມເປັນທໍາຄົງເສັ້ນຄົງວາ ໂດຍບໍ່ຫັນແກ່ໜ້າໃຜ.

9. ຄວາມຮອບຮູ້
ຄືຂ່າວສານທີ່ບຸກຄົນຫາມາໄດ້ ລວມທັງຄວາມຮູ້ໃນວິຊາຊີບຂອງຕົວເອງ ແລະ ມີ ຄວາມເຂົ້າອົກເຂົ້າໃຈໃນຕົວຜູ້ໃຕ້ບັງຄັບບັນຊາ ນອກຈາກຄວາມຮູ້ໃນວິຊາຊີບຄວາມຮູ້ເຫດການພາຍໃນ ແລະ ພາຍນອກປະເທດ.

10. ຄວາມຮູ້ຈັກກາລະເທສະ
ຄືຄວາມສາມາດໃນການປະຕິບັດຕົນກັບບຸກຄົນອື່ນ ໂດຍບໍ່ເກີດຄວາມຂຸ່ນຂ້ອງໝອງໃຈ, ບໍ່ກໍ່ໃຫ້ເກີດສັດຕູ ຫຼື ເປັນປໍລະປັກຕໍ່ກັນ ໃນທັດສະນະຂອງບຸກຄົນທົ່ວໄປ. ກາລະເທສະ ຍັງໝາຍເຖິງຄວາມສາມາດທີ່ຈະເວົ້າ ຫຼື ເຮັດສິ່ງໃດໜຶ່ງໄດ້ຖືກຕ້ອງເໝາະສົມແກ່ກາລະເວລາ ແລະ ສະຖານທີ່, ຄວາມສຸພາບອ່ອນໂຍນຖືເປັນສ່ວນໜຶ່ງຂອງກາລະເທສະອີກດ້ວຍ.