ອີຣານ – ປາກິດສະຖານ ລົງນາມແລກປ່ຽນຊື້ – ຂາຍໄຟຟ້າ

27

ສຳນັກຂ່າວຊິນຫົວລາຍງານວ່າ: ອີຣານ ແລະ ປາກິດສະຖານ ໄດ້ລົງນາມສັນຍາເພື່ອຂະຫຍາຍການແລກປ່ຽນຊື້ – ຊາຍໄຟຟ້າ ໂດຍພິທີການລົງນາມໃນສັນຍາດັ່ງກ່າວ ໄດ້ຈັດຂຶ້ນໃນນະຄອນຫຼວງເຕຮາຣານ ປະເທດອີຣານ ໂດຍມີ ທ່ານ ອາລີ – ອັກບາ ເມຣາບຽນ ລັດຖະມົນຕີ ກະຊວງພະລັງງານຂອງອີຣານ ແລະ ທ່ານ ຄູຣຳ ດັສກີ ຂ່ານ ລັດຖະມົນຕີກະຊວງພະລັງງານຂອງປາກິດສະຖານ ເຂົ້າຮ່ວມ.

อาจเป็นรูปภาพของ ท้องฟ้า

ດ້ວຍສັກກະຍະພາບການແລກປ່ຽນໄຟຟ້າ ລະຫວ່າງສອງປະເທດຜ່ານສາຍສົ່ງ 132 ກິໂລໂວນ ທີ່ຕິດຕັ້ງໃໝ່ ຈະເພີ່ມຂຶ້ນອີກ 100 ເມກາວັດ ( MW ) ເປັນ 200 ເມກາວັດ ໃນໄລຍະທຳອິດ. ສ່ວນໄລຍະທີສອງ, ທັງສອງປະເທດຈະຕິດຕັ້ງສາຍສົ່ງໄຟຟ້າ 230 ກິໂລໂວນ ໃນໄລຍະທາງ 70 ກິໂລແມັດ ໃນປາກິດສະຖານ ເພື່ອຂະຫຍາຍ ຄວາມສາມາດໃນການແລກປ່ຽນໄຟຟ້າ ເປັນ 400 ເມກາວັດ.

อาจเป็นรูปภาพของ ท้องฟ้า

ທ່ານ ອາລີ – ອັກບາຣ ເມຣາບຽນ ກ່າວວ່າ: ປັດຈຸບັນເຄືອຂ່າຍໄຟຟ້າຂອງອີຣານ ໄດ້ເຊື່ອມໂຍງກັບບັນດາປະເທດເພື່ອນບ້ານ ເພື່ອຊ່ວຍພັດທະນາຄວາມຍືນຍົງຂອງເຄືອຂ່າຍພະລັງງານຂອງ ອີຣານ.