ຜົນການສຶກສາຊີ້ ເມືອງທີ່ມີອາກາດດີໃນອາຊີຕາເວັນອອກສ່ຽງໃຕ້ ມີພຽງ 2,7%

24

ສຳນັກຂ່າວຣອຍເຕີ ລາຍງານວ່າ IQ Air, ບໍລິສັດ ເຕັກໂນໂລຊີຂອງສະວິດ ເປີດເຜີຍບົດລາຍງານຄຸນນະພາບອາກາດ 2022 ວ່າ: ມີພຽງ 2,7% ຂອງຈຳນວນເມືອງໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ກວມເອົາ 8 ເມືອງ ຈາກທັງໝົດ 296 ເມືອງ ໄດ້ບັນທຶກຕົວເລກ ເຊິ່ງເປັນໄປຕາມແນວທາງປະຕິບັດຂອງອົງການອະນາໄມໂລກ ( WHO ) ກ່ຽວກັບຝຸ່ນ PM 2.5 ເປັນຝຸ່ນລະອອງຂະໜາດນ້ອຍ ສາມາດເຮັດໃຫ້ເກີດບັນຫາສຸຂະພາບຮ້າຍແຮງໄດ້, ເປັນມົນລະພິດທາງອາກາດຮູບແບບໜຶ່ງ ທີ່ມີເສັ້ນຜ່າສູນກາງນ້ອຍກວ່າ 2,5 ໄມໂຄຣແມັດ.

อาจเป็นรูปภาพของ ตึกระฟ้า และ ท้องฟ้า

ບົດລາຍງານລະບຸວ່າ: ອິນໂດເນເຊຍ ຖືກບັນທຶກເປັນພື້ນທີ່ມີລະດັບມົນລະພິດສູງ ໂດຍມີ 6 ເມືອງ ໃນຈໍານວນ 15 ເມືອງ ທີ່ມີລະດັບຄວາມເຂັ້ມຂຸ້ນຂອງຝຸ່ນລະອອງ ຂະໜາດນ້ອຍ PM2.5 ສູງສຸດ ລວມທັງເມືອງປາຊາ ເຄມີສ ໃນແຂວງ ບັນເຕນ ເທິງເກາະ ຈາວາ ແລະ ນະຄອນຫຼວງຈາກາຕາ ແລະ ສຸຣາບາຢາ ເຊິ່ງເປັນອັນດັບທີ 4 ແລະ 7 ໃນບັນຊີລາຍຊື່, ເມືອງທີ່ມີມົນລະພິດຫຼາຍທີ່ສຸດ.

ຂະນະທີ່ໃນບັນດາຕົວເມືອງທີ່ມີຄຸນນະພາບດີ ພົບວ່າ: ມີ 3 ເມືອງຂອງອິນໂດເນເຊຍ ທີ່ມີຄຸນນະພາບອາກາດໃນລະດັບ “ ດີຕໍ່ສຸຂະພາບ ” ຫຼື ລະດັບ 0 – 5 ໄມໂຄກຣາມຕໍ່ແມັດກ້ອນ ເຊິ່ງວັດແທກຄວາມເຂັ້ມຂຸ້ນຂອງມົນລະພິດທາງອາກາດ ລວມມີເມືອງກູປັງ ແຂວງນູຊາຕາເວັນອອກ, ເມືອງປັງກັລ ປີນັງ ໝູ່ເກາະບັງກາເບລິຕຸງ ແລະ ເມືອງມາມູຈູ ແຂວງສຸລາເວສີ ຕາວັນຕົກ, ນອກນີ້ຍັງມີເມືອງອື່ນໆອີກ.

อาจเป็นรูปภาพของ หมอก, แสงอาทิตย์ลับขอบฟ้า, ท้องฟ้า และ ตึกระฟ้า

ແນວໃດກໍຕາມຄຸນນະພາບອາກາດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ຖືວ່າ “ ດີຂຶ້ນ ” ໃນປີ 2022 ເນື່ອງຈາກ 7 ປະເທດໃນພາກພື້ນດັ່ງກ່າວນີ້ ມີ ຄວາມເຂັ້ມຂຸ້ນຂອງ PM 2,5 ຫຼຸດລົງ, ໃນຂະນະທີ່ ສປປ ລາວ ແລະ ສສ ຫວຽດນາມ ເປັນພຽງ 2 ປະເທດທີ່ມີລະດັບມົນລະພິດທາງອາກາດແຮງຂຶ້ນ.