ສາຍຫວຍກຽມເຮ ສະຫຼາກພັດທະນາໄດ້ສືບຕໍ່ວາງຈຳໜ່າຍແລ້ວ ພ້ອມປັບເພີ່ມມູນຄ່າລາງວັນ

68

ຖືວ່າເປັນຂ່າວດີສຳລັບຜູ້ທີ່ມັກສ່ຽງໂຊກ-ສ່ຽງດວງເປັນຢ່າງຍິ່ງ ເນື່ອງຈາກວ່າໃນວັນທີ 16 ມີນາທີ່ຜ່ານມາ ທາງບໍລິສັດ ລັດວິສາຫະກິດຫວຍພັດທະນາ ໄດ້ມີການແຈ້ງການເລື່ອງທີ່ຈະມີການ ສືບຕໍ່ເຄື່ອນໄຫວຈຳໜ່າຍສະຫຼາກພັດທະນາ 5/45 ແບບທັນສະໄໝ ຖືວ່າເປັນການເພິ່ມທາງເລືອກໃຫ້ກັບຜູ້ທີ່ມັກສ່ຽງໂຊກໃຫ້ມີທາງເລືອກໃນການສ່ຽງໂຊກ-ສ່ຽງດວງເພີ່ມຂຶ້ນ ນອກຈາກນັ້ນກໍຍັງມີການປັບເພີ່ມເງິນລາງວັນຂອງລາງວັນທີສອງຕື່ມອີກ ຈາກ 2 ລ້ານກີບ ມາເປັນ 4 ລ້ານກີບ.

No photo description available.

ສຳລັບເງິນລາງວັນຂອງສະຫຼາກພັດທະນານີ້ແມ່ນປະກ່ອບມີ 4 ລາງວັນດ້ວຍກັນເຊິ່ງລາງວັນທີໜຶ່ງ ແມ່ນມີມູນຄ່າສູງເຖິງ 1.250.000.000 ກີບ. ເຊິ່ງຈະໄດ້ມີການເລີ່ມຈຳໜາຍໃນວັນທີ 17 ມີນາ 2023 ນີ້ເປັນຕົ້ນໄປໃນງວດທຳອິດ ແລະ ອອກລາງວັນໃນທີ 22 ມີນາ 2023.

No photo description available.
ສ່ວນການປັບປຸງໂຄງປະກອບລາງວັນທີສອງແມ່ນເພີ່ມ ຈາກ 2 ລ້ານກີບ ມາເປັນ 4 ລ້ານກີບ ລາຍ ລະອຽດຄືດັ່ງນີ້:
– ລາງວັນທີ 1 ຕ້ອງຖືກ 5 ຕົວເລກ ຈະຢູ່ຕຳແໜ່ງໃດກໍໄດ້ ຊື້ 5.000 ກີບ ມູນຄ່າລາງວັນ 1.250.000.000 ກີບ.
– ລາງວັນທີ 2 ຕ້ອງຖືກ 4 ຕົວເລກ ຈະຢູ່ຕຳແໜ່ງໃດກໍໄດ້ ຊື້ 5.000 ກີບ ມູນຄ່າລາງວັນ 4.000.000 ກີບ.
– ລາງວັນທີ 3 ຕ້ອງຖືກ 3 ຕົວເລກ ຈະຢູ່ຕຳແໜ່ງໃດກໍໄດ້ ຊື້ 5.000 ກີບ ມູນຄ່າລາງວັນ50.000 ກີບ.
– ລາງວັນທີ 4 ຕ້ອງຖືກ 2 ຕົວເລກ ຈະຢູ່ຕຳແໜ່ງໃດກໍໄດ້ ຊື້ 5.000 ກີບ ມູນຄ່າລາງວັນ 5.000 ກີບ.

No photo description available.
ສຳລັບລາງວັນທີ1 ກໍລະນີຖືກຫລາຍຄົນແມ່ນຕ້ອງໄດ້ເອົາຈຳນວນເງິນລາງວັນສະສົມທັງໝົດມາແບ່ງປັນກັນຕາມຈຳນວນຄົນຖືກ.
ການຈໍາໜ່າຍສະຫລາກພັດທະນາ 5/45 ໄດ້ແບ່ງອອກເປັນ 3 ໄລຍະຄື:
• ໄລຍະທີ 1: ອອກລາງວັນ 1 ຄັ້ງ/ອາທິດ, ທຸກໆວັນພຸດ ນັບແຕ່ງວດອອກວັນທີ 22 ມີນາ 2023 ເປັນຕົ້ນໄປ.
• ໄລຍະທີ 2: ອອກລາງວັນ 2 ຄັ້ງອາທິດ, ທຸກໆວັນຈັນ ແລະ ວັນພຸດ ນັບແຕ່ງວດອອກວັນທີ 21 ມິຖຸນາ 2023 – ເປັນຕົ້ນໄປ.

No photo description available.
• ໄລຍະທີ 3: ອອກລາງວັນ 3 ຄັ້ງ/ອາທິດ, ທຸກໆວັນຈັນ, ວັນພຸດ ແລະ ວັນສຸກ ຕາມແຜນການອອກເລກລາງວັນ ປົກກະຕິ ນັບແຕ່ວັນທີ 20 ກັນຍາ 2023 ເປັນຕົ້ນໄປ.