ຈາກກໍລະນີທີ່ມີລູກຄ້າຂອງທະນາຄານການຄ້າຕ່າງປະເທດລາວຖຶກລັກເອົາຂໍ້ມູນບັດເອທີເອັມ ແລະ ເງິນໃນບັນຊີໃນຊ່ວງໄລຍະທີ່ຜ່ານມາ ສົ່ງຜົນເຮັດໃຫ້ເກີດຄວາມຫວາດລະແວງໃນສັງຄົມ ແລະ ມີການຕັ້ງຄຳຖາມເຖິງຄວາມປອດໄພຕໍ່ກັບລະບົບຂອງທະນາຄານ.
ແນວໃດກໍ່ຕາມຕໍ່ບັນຫາທີ່ເກີດຂຶ້ນ ທະນາຄານເອງແມ່ນບໍ່ໄດ້ນິ້ງນອນໃຈ ໃນວັນທີ 16 ມີນາທີ່ຜ່ານມາ ທາງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ໄດ້ອອກແຈ້ງການເຖິງບັນດາລູກຄ້າຂອງທະນາຄານ ກ່ຽວກັບການເເນະນຳວິທີການໃນການປ່ຽນລະຫັດບັດເອທີເອັມຢູນຽນເພ ສຳລັບບັດທີ່ເປັນບັດແຖບແມ່ເຫຼັກ ເພື່ອເພີ່ມຄວາມປອດໄພໃນການນຳໃຊ້ບັດເອທີເອັມແຖບແມ່ເຫຼັກ ໂດຍມີເນື້ອໃນດັ່ງນີ້:
ການປ່ຽນລະຫັດບັດເອທີເອັມຢູນຽນເພ ສຳລັບບັດທີ່ເປັນບັດແຖບແມ່ເຫຼັກ; ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຂໍຖືເປັນກຽດແຈ້ງມາຍັງທ່ານເພື່ອຮັບຊາບວ່າ: ເພື່ອເພີ່ມ ຄວາມປອດໄພໃນການນຳໃຊ້ບັດເອທີເອັມຢູນຽນເພທີ່ເປັນບັດແຖບແມ່ເຫຼັກ, ທຄຕລ ຈິ່ງໄດ້ດໍາເນີນການປ່ຽນລະຫັດ ບັດເອທີເອັມຂອງບັດແຖບແມ່ເຫຼັກທັງໝົດໃນທົ່ວລະບົບ ດັ່ງລາຍລະອຽດລຸ່ມນີ້:
1) ສໍາລັບລູກຄ້າທີ່ມີ BCEL One, ທ່ານສາມາດເບິ່ງລະຫັດບັດເອທີເອັມ 6 ຕົວເລກ ຜ່ານທາງແອັບ BCEL One (ຕາມຄູ່ມືທີ່ຄັດຕິດມາພ້ອມນີ້). ທ່ານສາມາດນໍາໃຊ້ລະຫັດ ຫຼື ປ່ຽນເປັນລະຫັດຂອງຕົນເອງໃໝ່ ໄດ້ຢູ່ ທີ່ຕູ້ ATM ຂອງ ທຄຕລ ໃນທົ່ວລະບົບ ຫຼື ໃນ ແອັບ BCEL One (ແຕ່ຫ້າມບໍ່ໃຫ້ປ່ຽນເປັນລະຫັດເກົ່າທີ່ ທ່ານເຄີຍນໍາໃຊ້ມາກ່ອນ).
2) ສຳລັບລູກຄ້າບໍ່ມີ BCEL One ແມ່ນສາມາດເຂົ້າມາປ່ຽນລະຫັດໃໝ່ ຫຼື ປ່ຽນເປັນບັດເອທີເອັມຊິບ ຢູ່ທີ່ ປ່ອງບໍລິການ ຂອງ ທຄຕລ ໃນທົ່ວລະບົບ ໂດຍບໍ່ມີຄ່າທຳນຽມ ຈົນເຖິງວັນທີ 31 ພຶດສະພາ 2023. ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຮັບຊາບ ເເລະ ຂໍອະໄພໃນຄວາມບໍ່ສະດວກມານະທີ່ນີ້ດ້ວຍ.
ດັ່ງນັ້ນແລ້ວເພື່ອເພີ່ມຄວາມປອດໄພໃນຊັບສິນຂອງເຮົາບໍ່ໃຫ້ເກີດຄວາມສ່ຽງ ເຖິງແມ່ນວ່າຈະຝາກໄວ້ໃນທະນະຄານກໍຕາມ ສະນັ້ນຂໍໃຫ້ທຸກຄົນຈົ່ງມີສະຕິລະມັດລະວັງໃນການນຳໃຊ້ບັດເອທີເອັມ ແລະ ການເຮັດທຸລະກຳທາງອ່ອນລາຍຕ່າງໆ.