ການຫຸ້ມຫໍ່ ແລະ ການຕິດສະຫຼາກສິນຄ້າ ກະສິກຳ ເພື່ອສົ່ງອອກໄປ ສປ ຈີນ

55

ພືດກະສິກຳ ທີ່ ສປປ ລາວ ສົ່ງອອກໄປຈຳໜ່າຍ ຢູ່ ສປ ຈີນ ແມ່ນມີຫຼາຍຢ່າງ ແຕ່ສິນຄ້າທີ່ ມີການສົ່ງອອກເປັນຈຳນວນຫຼາຍກວ່າໝູ່ແມ່ນ ໝາກກ້ວຍ ແລະ ໝາກໂມ ແລະ ອື່ນໆ ດັ່ງນັ້ນມື້ນີ້ ຄໍລໍ້າກະສິກຳ ໄດ້ນຳເອົາຂໍ້ມູນກ່ຽວກັບເຕັກນິກ, ມາດຖານ, ເງື່ອນໄຂ ແລະ ຂັ້ນຕອນ ການຫຸ້ມຫໍ່ ແລະ ການຕິດສະຫຼາກສິນຄ້າ ກະສິກຳ ເພື່ອສົ່ງອອກໄປ ສປ ຈີນ ມາສູ່ຜູ້ອ່ານໄດ້ສຶກສາ.
ສຳຄັນໃນການ ການຫຸ້ມຫໍ່ ແລະ ການຕິດສະຫຼາກສິນຄ້າ ກະສິກຳ ເພື່ອສົ່ງອອກໄປ ສປ ຈີນ ແມ່ນສະຖານທີ່ຫຸ້ມຫໍ່ ໝາກໂມ ແລະ ໝາກກ້ວຍ ຕ້ອງສະອາດ, ປາສະຈາກສັດຕູພືດທີ່ເປັນອັນຕະລາຍ ແລະ ກ່ອນຫຸ້ມຫໍ່ຕ້ອງຜ່ານການລ້າງດ້ວຍນໍ້າສະອາດ ຫຼື ນໍ້າຢາຂ້າເຊື້ອ ເພື່ອປ້ອງກັນການຕິດເຊື້ອ ແລະ ຮັບປະກັນການສຸກແກ່ກ່ອນກໍານົດ ແລະ ໃຊ້ແກັດເຈ້ຍໃໝ່ຫຸ້ມຫໍ່ ພ້ອມທັງຕິດສະຫຼາກໃສ່ແກັດສິນຄ້າ.

ສະຖານທີ່ຫຸ້ມຫໍ່ ສາລີ, ມັນຕົ້ນແຫ້ງ ແລະ ເຂົ້າສານຕ້ອງສະອາດປາສະຈາກສັດຕູພືດທີ່ເປັນອັນຕະລາຍ(ແມງມອດ, ໜູ…) ຕ້ອງມີສາງເກັບມ້ຽນ, ລານຕາກ ທີ່ໄດ້ມາດຕະຖານ ແລະ ທີ່ສຳຄັນ ກ່ອນຈະຫຸ້ມຫໍ່ຕ້ອງຜ່ານການອົບແຫ້ງ, ຄັດ ແລະ ສີ ເພື່ອຮັບປະກັນບໍ່ໃຫ້ເກີດເຊື້ອລາ ແລະ ແມງມອດ ການຫຸ້ມຫໍ່ຕ້ອງນຳໃຊ້ ເປົ້າໃໝ່ທີ່ສະອາດ ແລະ ມີໂລໂກເປັນ ສັນຍາລັກຂອງຕົນເອງບັນຈຸ.


+ສະຫຼາກສິນຄ້າຕ້ອງຂຽນເປັນພາສາລາວ, ພາສາອັງກິດ ແລະ ພາສາຈີນ
ປະຕິບັດດັ່ງນີ້:
-ຊື່ບໍລິສັດ:
-ຊື່ສິນຄ້າ:
-ລະຫັດສິນຄ້າ:
-ລະຫັດສວນປູກ:
-ລະຫັດໂຮງເຮືອນຫຸ້ມຫໍ່:
-ວັນທີເດືອນປີເກັບກ່ຽວຜົນຜະລິດ:
-ວັນທີເດືອນປີສົ່ງອອກ:
-ປະເທດທີ່ຈະສົ່ງອອກສິນຄ້າ:

ໃນການພິຈາລະນາອອກໃບທະບຽນສະຖານທີ່ຫຸ້ມຫໍ່ຜະລິດຕະພັນພືດຂະແໜງປູກຝັງແຂວງ, ນະຄອນຫຼວງເປັນຜູ້ພິຈາລະນາ ແລະ ອອກໃບວັນທະບຽນສະຖານທີ່ຫຸ້ມຫໍ່ຜະລິດຕະພັນພືດ ໃຫ້ສຳເລັດພາຍໃນ 3 ວັນລັດຖະການ ໂດຍອີງໃສ່ໃບສະເໜີ ຂອງຫົວໜ່ວຍທຸລະກິດ ແລະ ກຸ່ມຊາວກະສິກອນ ທີ່ສະເໜີມາ. ໃນກໍລະນີຫາກຂໍ້ມູນບໍ່ຊັດເຈນ ຂະແໜງປູກຝັງແຂວງ, ນະຄອນຫຼວງ ຕ້ອງປະສານສົມທົບກັບ ໜ່ວຍງານປູກຝັງ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ເພື່ອລົງກວດກາຕົວຈິງຢູ່ພາກສະໜາມ.
ໃບທະບຽນສະຖານທີ່ຫຸ້ມຫໍ່ຜະລິດຕະພັນພືດໃບທະບຽນສະຖານທີ່ຫຸ້ມຫໍ່ຜະລິດຕະພັນພືດແມ່ນເອກະສານທາງການ ເຊິ່ງອອກໃຫ້ໂດຍຂະແໜງປູກຝັງແຂວງ, ນະຄອນຫຼວງ, ມີອາຍຸການນຳໃຊ້ 1 ປີ. ກ່ອນໝົດອາຍຸ 1 ເດືອນ ເຈົ້າຂອງທະບຽນຕ້ອງມາຕໍ່ທະບຽນນຳຂະແໜງປູກຝັງ ແຂວງ, ນະຄອນຫຼວງ ແລະ ຕ້ອງມີບົດລາຍງານການຈັດຕັ້ງປະຕິບັດໃນໄລຍະ 1 ປີ ທີ່ຜ່ານມາ ໂດຍຢັ້ງຢືນຈາກ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ແລະ ຕ້ອງສໍາເນົາໃບທະບຽນສະຖານທີ່ຫຸ້ມຫໍ່ຜະລິດຕະພັນພືດທີ່ຈະຕໍ່ມາພ້ອມ. ຖ້າຫາກວ່າຜູ້ກ່ຽວບໍ່ມາຕໍ່ໃບທະບຽນສະຖານທີ່ຫຸ້ມຫໍ່ຜະລິດຕະພັນພືດພາຍຫຼັງ 2 ເດືອນ ແມ່ນບໍ່ສາມາດສືບຕໍ່ດຳເນີນກິດຈະການສົ່ງອອກໄດ້.

[ຂໍ້ມູນ: ກົມປູກຝັກ, ພະແນກຄຸ້ມຄອງການປູກຝັງ]