BMW ສົ່ງມອບລົດ iX5 ລົດໄຮໂດເຈນ + ໄຟຟ້າແລ່ນໄກ 500 ກມ ໃຫ້ເລີ່ມທົດສອບແລ້ວ

43

BMW ສົ່ງມອບ iX5 ລົດທີ່ໃຊ້ພະລັງງານໄຮໂດຣເຈນ + ໄຟຟ້າ ໃຫ້ຄູ່ຮ່ວມທົດລອງໃຊ້ໂດຍທາງ BMW ຈະສົ່ງມອບລົດລຸ້ນດັ່ງກ່າວເກືອບ 100 ຄັນໃຫ້ແກ່ຄູ່ຮ່ວມທົ່ວໂລກເພື່ອທົດລອງຂັບ ແລະ ເປັນການສາທິດ ການໃຊ້ລົດລວມທັງປະເມີນປະສິດທິພາບໄຮໂດເຈນ ທີ່ໃຊ້ໃນໂຕລົດ.


BMW ໃຊ້ເວລາກວ່າ 4 ປີ ໃນການພັດທະນາເຊວໄຮໂດເຈນເພື່ອນໍາມາໃຊ້ໃນລົດ iX5 ເພາະທາງບໍລິສັດ ໄດ້ເປີດໂຕຕອນເຊັບລົດດັ່ງກ່າວ ທີ່ງານ IAA ໄປເມື່ອປີ 2019 ແລະເປີດໂຕຂອງລົດໂຕຈິງຄັ້ງທໍາອິດໃນປີ 2021
ເທັກໂນໂລຊີໄຮໂດເຈນທີ່ BMW ນໍາມາໃຊ້ຄັ້ງນີ້ ມີປະສິດທິພາບຫຼາຍກວ່າແບບທີ່ທາງບໍລິສັດເຄີຍພັດທະນາ ໃນອະດິດໃນລຸ້ນ ເຄີຍພັດທະນາ ໃນອະດິດ ໃນລຸ້ນ E65 ແລະ E66 ເພາະທາງ BMW ເນັ້ນວ່າ ໄລຍະການແລ່ນຂອງ iX5ຢູ່ທີ່ 504 ກິໂລແມັດ(ກມ) (WLTP) ຕໍ່ໄຮໂດເຈນ 6 ກີໂລກຣາມ (67 ລິດ ທີ່ອຸນນະພູມ 0 ອົງສາເຊ)ຈາກທີ່ກ່ອນໜ້ານີ້ 50 ລິດແລ່ນໄດ້ ພຽງ 100 ກມ ເທົ່ານັ້ນ.

ໜຶ່ງປັດໄຈ ທີ່ເຮັດໃຫ້ເທັກໂນໂລຊີ ໄຮໂດນເຈນຂອງ BMW ໃນຄັ້ງນີ້ປະສົບຜົນສໍາເລັດ ເປັນເພາະ ໄດ້ເຊວໄຮໂດເຈນ ມາຈາກ Toyota ທີ່ເປັນໜຶ່ງໃນຜູ້ນໍາດ້ານນີ້ນັ້ນເອງ ໂດຍທາງ BMW ສາມາດເຄັ້ນປະສິດທິພາບຂອງເຊວໄຮໂດເຈນສູງເຖິງ 125kW ເຮັດໃຫ້ໃຫ້ເມື່ອລວມກັບ ແບັດເຕີລີລິທຽມ-ໄອອ້ອນ 170kW ຈຶ່ງສາມາດໃຫ້ພະລັງງານໄຟຟ້າໄດ້ເຖິງ 295 kW.
ການເຮັດວຽກຂອງ BMW iX5 ດັ່ງກ່າວໂດຍປົກກະຕິຈະໃຊ້ພະລັງງານຈາກແບັດເຕີລີເປັນສ່ວນໃຫຍ່ ຈະມີພຽງແຕ່ຕອນທີ່ໃຊ້ພະລັງງານຢ່າງເຕັມທີ່ເທົ່ານັ້ນ ຈຶ່ງຈະດຶງພະລັງງານຈາກທັງເຊວແບັດເຕີລີ້ ແລະ ເຊວໄຮໂດເຈນມາໃຊ້ ສ່ວນສະຖານະການອື່ນໆ ໄຮໂດເຈນຈະເຮັດໜ້າທີ່ສາກພະລັງງານໃຫ້ເຊວແບັດເຕີລີ້ ຕາບໃດທີ່ຍັງມີໄຮໂດເຈນຢູ່ໃນຖັງນັ້ນເອງ.

ສໍາລັບລົດ iX5 ທີ່ທາງ BMWປ່ອຍອອກມາໃນຄັ້ງນີ້ ບາງສ່ວນຖືກກະຈາຍໄປໃຫ້ຄູ່ຮ່ວມ ທົ່ວໂລກໃນການປະເມີນປະສິດທິພາບຂອງໂຕລົດ ບາງສ່ວນຈະຖືກນໍາໄປສະແດງໃນງານສື່ ແລະ ສ່ວນທີ່ເຫຼືອຈະຖືກປ່ອຍໃຫ້ຄົນທົ່ວໄປສາມາດມາດທົດລອງກັນໄດ້.
[ຂໍ້ມູນ: https://www.arenaev.com/bmw_launches_hydrogen_powered_ix5]