ອັດຕາການວ່າງງານຂອງຣັດເຊຍ ຕ່ຳສຸດເປັນປະຫວັດການ

39

ສຳນັກຂ່າວຊິນຫົວລາຍງານວ່າ: ປະທານາທິບໍດີ ວາລາດີເມຍ ປູຕິນ ຂອງຣັດເຊຍ ເປີດເຜີຍອັດຕາການວ່າງງານຂອງຣັດເຊຍ ຫຼຸດລົງຕ່ຳສຸດໃນປະຫວັດການຢູ່ທີ່ 3,6% ເຊິ່ງກ່ອນເກີດການແຜ່ລະບາດຂອງພະຍາດໂຄວິດ – 19 ຢູ່ທີ່ລະດັບ 4,9%.

อาจเป็นรูปภาพของ อนุสาวรีย์ และ กลางแจ้ง

ຜູ້ນຳຣັດເຊຍ ກ່າວວ່າ: ມີຫຼາຍຝ່າຍຕ່າງກໍວິເຄາະໄປຕ່າງໆນາໆວ່າ ບັນດາບໍລິສັດ ແລະ ຜູ້ປະກອບການໃນຣັດເຊຍ ອາດຈະຢຸດກິດຈະການໄປ ເນື່ອງຈາກການຂວ້ຳບາດຂອງຕາເວັນຕົກ ແຕ່ຄວາມເປັນຈິງແລ້ວ ບັນດາບໍລິສັດຕ່າງໆໃນຣັດເຊຍ ຍັງດຳເນີນກິດຈະການຕໍ່ໄປ ຈຶ່ງສົ່ງຜົນໃຫ້ອັດຕາການວ່າງງານໃນຣັດເຊຍຫຼຸດລົງ.

อาจเป็นรูปภาพของ 9 คน, อนุสาวรีย์ และ กลางแจ้ง

ຜູ້ນຳຣັດເຊຍ ກ່າວຕໍ່ສື່ມວນຊົນໃນຂະນະທີ່ກຳລັງເດີນທາງໄປຢ້ຽມຊົມໂຮງງານຜະລິດເຮືອບິນ ອູລານ – ອູເດ ເຊິ່ງເປັນໂຮງງານຜະລິດເຮລີຄ໊ອບເຕີລາຍໃຫຍ່ຂອງຣັດເຊຍ.