ອິນໂດເນເຊຍ ເກີນດຸນການຄ້າ 5,48 ພັນລ້ານໂດລາ

8

ສຳນັກງານສະຖິຕິແຫ່ງຊາດຂອງອິນໂດເນເຊຍ ເປີດເຜີຍໃນວັນທີ 15 ມີນາ 2023 ວ່າ: ໃນເດືອນກຸມພາ 2023 ອິນໂດເນເຊຍເກີນດຸນການຄ້າ 5,48 ພັນລ້ານໂດລາສະຫະລັດ ສູງກວ່ານັກວິເຄາະຄາດການໄວ້ ວ່າຈະຢູ່ທີ່ລະດັບ 3,27 ພັນລ້ານໂດລາ ເນື່ອງຈາກການນຳເຂົ້າຫຼຸດລົງຫຼາຍກວ່າທີ່ຄາດການໄວ້.

อาจเป็นรูปภาพของ มหาสมุทร

ລາຍງານລະບຸວ່າ: ການນຳເຂົ້າຂອງອິນໂດເນເຊຍ ໃນເດືອນກຸມພາ ເພີ່ມຂຶ້ນ 4,51% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ໂດຍມີມູນຄ່າປະມານ 21,4 ຕື້ໂດລາ ຕໍ່າ ກວ່ານັກວິເຄາະຄາດການໄວ້ເລັກໜ້ອຍ ເຊິ່ງນັກວິເຄາະຄາດວ່າຈະເພີ່ມຂຶ້ນ 5%, ຫຼັງຈາກທີ່ການສົ່ງອອກເພີ່ມຂຶ້ນ 16,7% ໃນເດືອນມັງກອນ 2023. ຂະນະທີ່ການນຳເຂົ້າຫຼຸດລົງ 4,32% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຢູ່ທີ່ 15,92 ຕື້ໂດລາ, ເນື່ອງຈາກການນຳເຂົ້າວັດຖຸດິບຫຼຸດລົງ ເຊິ່ງກົງກັນຂ້າມກັບນັກວິເຄາະຄາດການໄວ້ ທີ່ຄາດວ່າຈະມີການນຳເຂົ້າເພີ່ມຂຶ້ນ 9,74%.

อาจเป็นรูปภาพของ ท้องฟ้า