ພິທີມອບລາງວັນປະກວດອອກແບບ ຜະລິດຕະພັນ ລາວດີເດັ່ນ L Mark

83

ກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຮ່ວມກັບ ສູນອາຊຽນ-ຍີ່ປຸ່ນ (AIC) ແລະ ສະຖາບັນສົ່ງເສີມການອອກແບບຍີ່ປຸ່ນ (IDP) ໄດ້ຈັດພິທີມອບລາງວັນອອກແບບ ຜະລິດຕະພັນລາວດີເດັ່ນ (Lao Good Disige Award Ceremony ຫຼື L Mark) ຂຶ້ນ, ໂດຍການເຂົ້າຮ່ວມຂອງທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງ ອຄ, ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າ ກະຊວງ ອຄ, ທ່ານ ນາງ Akiko Watanabe ຕາງໜ້າຈາກສະຖາບັນສົ່ງເສີມການອອກແບບຍີ່ປຸ່ນ ແລະ ທ່ານ ນາງ Chiho Sasaki ຄະນະກໍາມະການ Good Design award, ພ້ອມມີບັນດາຜູ້ປະກອບການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ວັນທີ 16 ມີນາ 2023 ທີ່ສູນການຄ້າພາກຊັນ.


ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າ ກະຊວງ ອຄ ກ່າວໃນພິທີວ່າ: ການສ້າງຕັ້ງ L MARK, ການຄັດເລືອກຜະລິດຕະພັນລາວເພື່ອສົ່ງເຂົ້າປະກວດງານ GOOD DESIGN AWARD ທີ່ປະເທດຍີ່ປຸ່ນ ຍັງມີລັກສະນະເປັນວົງແຄບເນື່ອງຈາກຍັງບໍ່ທັນມີລະບົບການຄັດເລືອກ ແລະ ຄະນະກໍາມະການ ເຊິ່ງເຮັດໃຫ້ໂອກາດການສະແດງຜົນງານການອອກແບບຂອງຄົນລາວຍັງຈຳກັດ ຜ່ານມາໄດ້ມີແຕ່ 2 ບໍລິສັດ ໄດ້ສົ່ງໄປປະກວດ ຢູ່ປະເທດຍີ່ປຸ່ນ. ຍ້ອນເຫັນໄດ້ເຖິງຂໍ້ຈໍາກັດດັ່ງກ່າວ ທາງກົມສົ່ງເສີມການຄ້າ ຈຶ່ງຮ່ວມກັບ ສູນອາຊຽນ-ຍີ່ປຸ່ນ (AIC) ແລະ ສະຖາບັນສົ່ງເສີມການອອກແບບຍີ່ປຸ່ນ (IDP) ຄົ້ນຄວ້າ ແລະ ເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັນໃນວັນທີ 27 ມີນາ 2020 ແລະ ໃນວັນທີ 13 ທັນວາ 2021 (ຕໍ່ອາຍຸບົດບັນທຶກ). ທັງສາມຝ່າຍໄດ້ມີການປຶກສາຫາລືຮ່ວມກັນໃນການກະກຽມບັນດາເອກະສານສຳລັບ L Mark ພ້ອມທັງກໍານົດ 5 ລາຍການປະກວດຄື: ເຄື່ອງປະດັບເພັດພອຍ, ເຄື່ອງຫຸ້ມຫໍ່ຜະລິດຕະພັນ, ເຄື່ອງແຕ່ງກາຍທີ່ເຮັດດ້ວຍມື, ຫັດຖະກຳແຜ່ນແພຕົບແຕ່ງພາຍໃນບ້ານ ແລະ ເສື້ອຜ້າຫັດຖະກຳລັບທ່ານຍິງ ແລະຊາຍ ເຊິ່ງເປັນລາຍການທີ່ເປັນທ່າແຮງຂອງ ສປປລາວ. ພ້ອມດຽວກັນນີ້, ທາງກົມສົ່ງເສີມການຄ້າ ກໍ່ໄດ້ເຊັນບົດບັນທຶກການຮ່ວມມື ກັບ ບໍລິສັດອອກແບບບລູກາສ ແລະ ສະມາຄົມນັກທຸລະກິດໜຸ່ມເພື່ອຮ່ວມກັນພັດທະນາລະບົບຂອງ L Mark ໂດຍມີ G Mark ຂອງຍີ່ປຸ່ນເປັນຕົວແບບ.

ງານ L Mark ແມ່ນມີຈຸດປະສົງການສ້າງຕັ້ງລາງວັນອອກແບບຜະລິດຕະພັນລາວດີເດັ່ນແມ່ນ: ເພື່ອຍົກລະດັບຄວາມສາມາດໃນການອອກແບບຜະລິດຕະພັນລາວ ຂອງຄົນລາວພວກເຮົາ, ເພື່ອເປັນເຄື່ອງມືໃນການຊຸກຍູ້ຜູ້ປະກອບການໃນການພັດທະນາຜະລິຕະພັນຂອງເຂົາເຈົ້າໃຫ້ເປັນທີ່ຍອມຮັບຂອງຕະຫຼາດທັງພາຍໃນ ແລະ ຕ່າງປະເທດ; ເພື່ອສົ່ງເສີມຜະລິດຕະພັນລາວໃຫ້ໂດດເດັ່ນ ແລະ ສາມາດເຂົ້າເຖິງຕະຫລາດພາຍໃນ ແລະ ຕ່າງປະເທດ; ເພື່ອເຮັດໃຫ້ສັງຄົມຮັບຮູ້ສິນຄ້າລາວ, ຍີ່ຫໍ້ລາວ ແລະ ການອອກແບບ ທີ່ມີຄວາມໝາຍສະເພາະຂອງແຕ່ລະຜະລິດຕະພັນ ເຊັ່ນ: ແນວຄວາມຄິດ, ວັດຖຸດິບ, ການເປັນມິດກັບສິ່ງແວດລ້ອມ ສິ່ງສຳຄັນມ່ນເອກະລັກທີ່ໂດດເດັ່ນ ແລະ ແຕກຕ່າງ.

ທ່ານກ່າວຕື່ມວ່າ: ສຳລັບ ຂັ້ນຕອນການຈັດປະກວດລາງວັນ L Mark ນີ້ ພວກເຮົາໄດ້ ມີຂັ້ນຕອນ ເຊັ່ນ: ການເປີດງານຖະແຫລງຂ່າວແຈ້ງເຈດຈຳນົງ ແລະ ຄວາມສຳຄັນ ຫລື ທີ່ມາຂອງລາງວັນດັ່ງກ່າວ, ການເປີດຮັບສະຫມັກແຂ່ງຂັນລາງວັນ L Mark ໄດ້ເລີ່ມແຕ່ວັນທີ 7 ພະຈິກ 2022- ວັນທີ 30 ມັງກອນ 2023 ການຄັດເລືອກໃນຮອບທີ 01 ແມ່ນການຄັດເລືອກຜູ້ສະຫມັກຜ່ານແບບຟອມສະຫມັກ ແລະ ເອກະສານກ່ຽວຂ້ອງຄັດຕິດ ແລະ ໄດ້ປະກາດຜົນຜ່ານທາງເວັບໄຊ ກົມສົ່ງເສີມການຄ້າ, ເຟສບຸກ ແລະ ແຈ້ງຜ່ານກຸ່ມສະມາຄົມ ໃນວັນທີ 13 ກຸມພາ 2023; ຮອບທີ່ 02 ແມ່ນຜູ້ທີ່ຜ່ານການຄັດເລືອກຮອບທີ່ 01 ໄດ້ສົ່ງຜະລິດຕະພັນໂຕຈິງມາຍັງກົມສົ່ງເສີມການຄ້າ ກະຊວງ ອຄ ເພື່ອໃຫ້ຄະນະກໍາມະການທັງຝ່າຍລາວ ແລະ ຍີ່ປຸ່ນ ໄດ້ໃຫ້ຄະແນນໃນລະຫວ່າງ ວັນທີ 13-14 ມີນາ 2023 ທີ່ຜ່ານມານີ້.


ການປະກວດຜະລິດຕະພັນອອກແບບລາວດີເດັ່ນ ປີນີ້ເປັນປີທຳອິດ ເຊິ່ງຍັງເຫັນໄດ້ວ່າ: ພວກເຮົາຈະໄດ້ມາຊົມຜົນງານນໍາກັນ ໃນການອອກແບບຜະລິດຕະພັນຂອງຜູ້ສະໝັກທັງໝົດທີ່ຜ່ານການຄັດເລືອກ, ຜະລິດຕະພັນທີ່ຜ່ານການຄັດເລືອກມີທັງໝົດ 20 ລາຍການ ຈາກຜູ້ເຂົ້າຮ່ວມສະໝັກ 16 ທ່ານ ໃນນັ້ນເປັນຜູ້ເຂົ້າປະກວດອິສະລະ ຈໍານວນ 5 ທ່ານ ແລະ ບໍລິສັດ 11 ທ່ານ ເຊິ່ງມີແຂວງເຂົ້າຮ່ວມຈາກ ນະຄອນຫຼວງວຽງຈັນ, ຜົ້ງສາລີ, ເຊກອງ, ສະຫວັນນະເຂດ ແລະ ຈຳປາສັກ, ຂ້າພະເຈົ້າເຊື່ອວ່າ ໃນຄັ້ງຕໍ່ໄປ ຈະມີຫລາຍບໍລິສັດ ແລະ ນັກອອກແບບອິດສະຫລະໃຫ້ຄວາມສົນໃຈ ແລະ ພ້ອມກັນສົ່ງຜົນງານການອອກແບບເຂົ້າມາປະກວດເພີ່ມຕື່ມ. ເຊື່ອຫມັ້ນວ່າຜົນງານການອອກແບບຂອງທ່ານ ທີ່ນໍາໃຊ້ເວທີນີ້ ເປັນຂົວຕໍ່ໃຫ້ນັກອອກແບບ ໄດ້ສະແດງຜົນງານ ແລະ ຮັບການຕິດຕໍ່ຈາກຜູ້ປະກອບການ ຜູ້ທີ່ຢາກອອກແບບສີນຄ້າ ແລະ ພັດທະນາສີນຄ້າຕື່ມ.


ບັນດາແຂກທີ່ມີກຽດທຸກທ່ານ, ພວກເຮົາມີແຜນທີ່ຈະຈັດພິມວາລະສານ L MARK ເຊິ່ງລວບລວມເອົາຜົນງານຂອງຜູ້ເຂົ້າປະກວດທີ່ຜ່ານການຄັດເລືອກທັງຮອບ 01 ແລະ 02 ເຂົ້າໃນວາລະສານເພື່ອເປັນການໂຄສະນາ ແລະ ສ້າງແຮງບັນດານໃຈໃຫ້ແກ່ບັນດານັກອອກແບບ ແລະ ບໍລິສັດທົ່ວໄປໄດ້ມີການພັດທະນາສິມືການອອກແບບຜະລິດຕະພັນໃຫ້ເປັນທີ່ຍອມຮັບແກ່ຕະຫຼາດພາຍໃນ ແລະ ກ້າວໄປສູ່ການສະແດງຜົນງານໃນເວທີສາກົນ, ພ້ອມດຽວກັນນີ້ກໍ່ສາມາດນຳໃຊ້ກາໝາຍ L Mark ເປັນໄລຍະເວລາ 01 ປີ ແລະ ຜະລິດຕະພັນກໍ່ຈະຖືກວາງສະແດງຜົນງານໃນບັນດາງານວາງສະແດງສິນຄ້າພາຍໃນເປັນແຕ່ລະໄລຍະ. ພິເສດ, ຜະລິດຕະພັນທີ່ໄດ້ຮັບການຄັດເລືອກຈາກສະຖາບັນສົ່ງເສີມການອອກແບບຍີ່ປຸ່ນ ແລະ ຄະນະກໍາມະການຝ່າຍລາວຈະໄດ້ຖືກນຳໄປເຂົ້າຮ່ວມປະກວດໃນງານ Good Design Award ທີ່ປະເທດຍີ່ປຸ່ນ ໃນ ເດືອນສິງຫາ 2023 ແລະ ຈະໄດ້ເຂົ້າຮ່ວມວາງສະແດງ ທີ່ ງານວາງສະແດງໂລກ ທີ່ປະເທດຍີ່ປຸ່ນ ໂອຊາກາ 2025.