ແຜນງານບີຄວາ ຜະລິດສື່ການຮຽນ-ການສອນແບບໃໝ່ ສົ່ງເສີມການຮຽນວິຊາພາສາອັງກິດຊັ້ນປະຖົມສຶກສາ ຜ່ານຊ່ອງທາງຢູທູບ

92

ຫຼັກສູດວິຊາພາສາອັງກິດສະບັບປັບປຸງໃໝ່ ຂອງຊັ້ນປະຖົມປີທີ 4 ແມ່ນໄດ້ຮັບການພັດທະນາໂດຍ ກະຊວງສຶກສາທິການ ແລະ ກິລາ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ, ໄດ້ນໍາໃຊ້ວິທີການເພື່ອການສື່ສານ ທີ່ຊ່ວຍໃຫ້ນັກຮຽນນຳໃຊ້ພາສາອັງກິດ ແລະ ສາມາດສື່ສານຕາມສະຖານະການຕົວຈິງ. ຫຼັກສູດຊັ້ນປະຖົມໃໝ່ນີ້ໄດ້ເນັ້ນໜັກໃຫ້ມີການພັດທະນາທັກສະທາງດ້ານການຟັງ ແລະ ການເວົ້າ. ເພື່ອໃຫ້ນັກຮຽນໄດ້ມີໂອກາດນຳໃຊ້ພາສາອັງກິດ ແລະ ພັດທະນາທັກສະການປາກເວົ້າ ນັກຮຽນແມ່ນຈະໄດ້ຮັບການຊ່ວຍເຫຼືອດ້ວຍການອ່ານ ແລະ ການຂຽນ. ແຕ່ເນື່ອງຈາກວ່າ ການອອກສຽງ ແລະ ຄຳສັບໃນພາສາອັງກິດ ແມ່ນຫຍັງໃໝ່ ແລະ ເປັນສິ່ງທີ່ຍາກສຳລັບຄູຫຼາຍຄົນໃນລາວ ຄູຈຶ່ງຕ້ອງການຕົວຢ່າງໃນການສິດສອນເພື່ອອອກສຽງ ແລະ ເວົ້າຄຳສັບພາສາອັງກິດໃຫ້ຖືກຕ້ອງເພື່ອດຳເນີນການຮຽນການສອນ.

ທ່ານ ນາງ ມະໂນລີ ດົງວັນ ຮອງຜູ້ອໍານວຍການສູນສົ່ງເສີມພາສາຕ່າງປະເທດ ໄດ້ອະທິບາຍວ່າ: ຫຼັງຈາກທີ່ນັກຮຽນໄດ້ຮຽນຄຳສັບໃໝ່, ນັກຮຽນຈະຕ້ອງໄດ້ຝຶກການນຳໃຊ້ຄຳສັບເຫຼົ່ານັ້ນເພື່ອທີ່ຈະສາມາດນຳໃຊ້ຄຳສັບໃໝ່ເຫຼົ່ານັ້ນເຂົ້າໃນການສົນທະນາ, ໃນຊີວິດຕົວຈິງຂອງເຂົາເຈົ້າ. ເພາະສະນັ້ນ, ນີ້ຈຶ່ງເປັນຊ່ອງທາງໜຶ່ງທີ່ຈະຊ່ວຍໃຫ້ຄູໄດ້ເຂົ້າເຖິງວິທີການສິດສອນເພື່ອຊ່ວຍໃຫ້ການຮຽນການສອນໄດ້ບັນລຸຕາມເປົ້າໝາຍທີ່ວາງໄວ້. ດັ່ງນັ້ນ, ເມື່ອໄດ້ເລີ່ມຕົ້ນພັດທະນາບົດຮຽນວິຊາພາສາອັງກິດຊັ້ນ ປ.3, ພວກເຮົາກໍ່ໄດ້ຜະລິດສື່ທີ່ເປັນຄລິບສຽງເພື່ອຊ່ວຍຄູ ແລະ ນັກຮຽນ.


ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໄດ້ສ້າງ 105 ຟາຍສຽງວິຊາພາສາອັງກິດຂັ້ນ ປ.4 ທີ່ເປັນວີດີໂອ ຜ່ານຊ່ອງທາງຢູທູບວິດີໂອສຳລັບການພັດທະນາຄູ Teacher Development Videos. ຟາຍສຽງດັ່ງກ່າວ ແມ່ນເພີ່ມຕື່ມ 101 ຟາຍສຽງຂອງວິຊາພາສາອັງກິດຂັ້ນ ປ.3 ເຊິ່ງໄດ້ຜະລິດໃນປີທີ່ຜ່ານມາ. ບັນດາຟາຍສຽງແມ່ນສຽງຂອງຜູ້ທີ່ໃຊ້ພາສາອັງກິດເປັນພາສາຫຼັກ, ຫຼາກຫຼາຍອາຍຸ ແລະ ສຽງຄືເຫດການຈິງ. ເຊິ່ງບັນດາສຽງລວມມີພາກສຽງເວົ້າຂອງຄົນຜູ້ດຽວ, ສຽງຂອງບົດສົນທະນາ, ບົດເລື່ອງຕ່າງໆ, ບົດເພງ ແລະ ຕົວຢ່າງການອອກສຽງຂອງບັນດາສຽງໃໝ່. ໃນປື້ມຄູ່ມືຄູວິຊາພາສາອັງກິດຂອງຂັ້ນ ປ.4 ແມ່ນລວມມີຄຳແນະນຳກ່ຽວກັບບັນດາຟາຍສຽງທີ່ນຳໃຊ້ ແລະ ລາຍລະອຽດຂອງສຽງທີ່ຢູ່ໃນວິຊາພາສາອັງກິດ ແລະ ວິຊາພາສາລາວ. ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ປະຈຸບັນນີ້ ແມ່ນໄດ້ເລີ່ມອັດສຽງເພື່ອປະກອບເຂົ້າໃນຫຼັກສູດຊັ້ນປະຖົມສຶກສາປີທີ 5 ທີ່ກຳລັງຈະອອກມາໃນໄວໆນີ້.


ທ່ານ ນາງ ມະໂນລີ ຍັງໄດ້ກ່າວຕື່ມອີກວ່າ: ການຜະລິດຟາຍເປັນວິດີໂອຈະສາມາດຊ່ວຍຄູສາມາດຝຶກນັກຮຽນໃຫ້ສາມາດອອກສຽງໄດ້ຄືກັບສຽງຈິງ. ພວກເຂົາຈະສາມາດສອນໃຫ້ນັກຮຽນໄດ້ອອກສຽງໃນພາສາອັງກິດທີ່ມີສຽງແຕກຕ່າງກັນ ແລະ ເຮັດໃຫ້ບົດຮຽນມີຄວາມມ່ວນຊື່ນ. ນອກຈາກນີ້, ບັນດາຟາຍສຽງເຫຼົ່ານີ້ ທາງຂະແໜງສື່ເອເລັກໂຕຼນິກ ແລະ ການສຶກສາທາງໄກ ຂອງສະຖາບັນຄົ້ນຄ້ວາວິທະຍາສາດການສຶກສາ ໄດ້ຜະລິດວິດີໂອສຳລັບການພັດທະນາຄູໃນປີ 2022 ທີ່ໄດ້ສະແດງໃຫ້ຮູ້ເຕັກນິກຄຳແນະນຳການອອກສຽງໃນພາສາອັງກິດ, ການກວດການອອກສຽງທີ່ຖືກຕ້ອງ ແລະ ການຝຶກຂຽນຕົວອັກສອນ ສຳລັບສຽງທີ່ແຕກຕ່າງກັນ ພ້ອມທັງ ບັນດາຕົວອັກສອນທີ່ນັກຮຽນໄດ້ຮຽນໃນຂັ້ນ ປ.3 ແລະ ໃນຂັ້ນ ປ.4. ວີດີໂອຍັງໄດ້ຖືກແປເປັນພາສາມືເພື່ອໃຫ້ສາມາດເຂົ້າໃຈໄດ້ສຳລັບທຸກຄົນ.

ທ່ານ ຄຳຈັນ ລັດທະຍອດ ຮອງຜູ່ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກ່າວບາງຕອນວ່າ: ຄູຊັ້ນປະຖົມສຶກສາ ແລະ ຄູຝຶກ ຈະໄດ້ນໍາໃຊ້ວິດີໂອ ແລະ ສຽງຂອງສື່ການຮຽນ-ການສອນ ເຊິ່ງໄດ້ກະກຽມໃສ່ໃນບົດຮຽນ ແລະ ສຳລັບການຮຽນຮູ້ດ້ວຍຕົນເອງ ເພື່ອຝຶກເຕັກນິກການສອນດ້ວຍຫຼັກສູດໃໝ່ ແລະ ຝຶກການສອນດ້ວຍການປະຕິບັດຕົວຈິງ. ພວກເຂົາສາມາດເປີດຟາຍສຽງໄດ້ໂດຍກົງເພື່ອໃຊ້ໃນຫ້ອງຮຽນ.

ປະຈຸບັນ ພວກເຮົາໄດ້ຮັບຫຼາຍກ່ວາ 2,6 ລ້ານວິວ ຜ່ານທາງຊ່ອງທາງຢູທູບວີດີໂອສຳລັບການພັດທະນາຄູ Teacher Development Videos”. ຕົວເລກຂໍ້ມູນຜູ້ຊົມທີ່ຫຼາຍໃນລະດັບນີ້ ແມ່ນໄດ້ສະແດງໃຫ້ເຫັນວ່າ ຄູສ່ວນຫຼາຍແມ່ນມີຄວາມພໍໃຈຕໍ່ກັບສື່ດັ່ງກ່າວທີ່ສ້າງມາ. ບັນດາສື່ການຮຽນການສອນແມ່ນຍັງໄດ້ຖືກເຜີຍແພ່ຜ່ານທາງຊ່ອງໂທລະພາບສຶກສາທີ່ໄດ້ອອກອາກາດຜ່ານທາງດາວທຽມລາວແຊັດ ຊ່ອງ 8, ໃນແທັບເລັດ ທີ່ໄດ້ແຈກຢາຍໃຫ້ແກ່ບັນດາເມືອງເປົ້າໝາຍ, ໃນຢູເອສບີ ທີ່ໄດ້ແຈກຢາຍໃຫ້ແກ່ຄູ ແລະ ແພຼດຟອມ ຄັງປັນຍາລາວ. (ສຳລັບລີ້ງ ການຮຽນ-ການສອນ https://www.dropbox.com/s/vc2rzbem95u…ຫຼື https://youtu.be/pXq2Elv02fE  )