ດ້ວຍທ່າແຮງທີ່ມີ! ນ້ຳບາກວາງເປົ້າໝາຍເປັນເມືອງເຂັ້ມແຂງຮອບດ້ານເມື່ອຮອດ 2025

41

ນ້ຳບາກເປັນເມືອງໜຶ່ງຂອງແຂວງຫຼວງພະບາງ ເປັນເມືອງທາງຜ່ານທີ່ມີເງື່ອນໄຂໃນການສ້າງເສດຖະກິດ ແລະຍັງມີທ່າແຮງດ້ານກະສິກຳ  ທາງອຳນາດການປົກຄອງເມືອງຈິ່ງວາງເປົ້າໝາຍໄວ້ ຮອດປີ 2025 ໃຫ້ເມືອງນ້ຳບາກກາຍເປັນເມືອງເຂັ້ມແຂງຮອບດ້ານ, ເປັນຈຸດສຸມທາງດ້ານການສຶກສາ, ການບໍລິການປີ່ນປົວສຸຂະພາບ, ການບໍລິການດ້ານທະນາຄານ, ການລົງທືນ, ເປັນພື້ນທີ່ປູກພືດອຸດສາຫະກຳ, ປູກໄມ້ໃຫ້ໝາກ, ປູກຫຍ້າລຽ້ງສັດ, ຜະລິດກະສິກຳສະອາດ ແລະ ເປັນເມືອງບໍລິການທາງຜ່ານ ຕິດພັນກັບການທ່ອງທຽ່ວແບບປະຊາຊົນມີສ່ວນຮ່ວມ, ທາງດ້ານປະຫວັດສາດ ແລະ ທຳມະຊາດ.

May be an image of fruit and outdoors
ທ່ານ ສົມຫວັງ ພອນຄຳວົງສາ ເຈົ້າເມືອງນ້ຳບາກ ໄດ້ລາຍງານຕໍ່ກອງປະຊຸມຄົບຄະນະ ກາງສະໄໝຄັ້ງທີ IX ຂອງຄະນະບໍລິຫານງານພັກເມືອງນໍ້າບາກ ໃນຄັ້ງວັນທີ 13-16 ມີນາ 2023 ນີ້ວ່າ: ແຕ່ນີ້ຫາກອງປະຊຸມໃຫຍ່ຄັ້ງທີ X ຂອງເມືອງທີ່ຈະມາເຖີງ ໃນອີກ 2 ປີ ແມ່ນຈະຕ້ອງຮັບປະກັນໃຫ້ເມືອງນໍ້າບາກ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍຢ່າງໜັກແໜ້ນ; ສູ້ຊົນເຮັດໃຫ້ເສດຖະກິດຂອງເມືອງ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຍືນຍົງ ໄປຕາມທິດໂຄງປະກອບດ້ານເສດຖະກິດຕິດພັນກັບກະສິກຳເປັນສິນຄ້າ, ການບໍລິການ-ການທ່ອງທຽ່ວ, ອຸດສາຫະກຳ-ຫັດຖະກຳ ແລະ ການປຸງແຕ່ງ.

May be an image of 9 people, people standing and outdoors

ຮອດປີ 2025 ຍອດຜະລິດຕະພັນສັງຄົມພາຍໃນເມືອງ ໃຫ້ບັນລຸ 1.858 ຕື້ກີບ, ສະເລ່ຍລາຍຮັບໃສ່ຫົວຄົນໜື່ງໃຫ້ໄດ້ 22,74 ລ້ານກີບຕໍ່ຄົນຕໍ່ປີ, ຍູ້ແຮງພັດທະນາກະສິກໍາ ແບບປະສົມປະສານ, ກະສິກໍາແບບຍືນຍົງ, ກະສິກໍາສະອາດປອດສານພິດ ເປັນມິດຕໍ່ສີ່ງແວດລ້ອມ, ສ້າງສິ່ງອຳນວຍທີ່ເປັນທ່າແຮງທີ່ເປັນສິນຄ້າ ສົ່ງອອກ ໂດຍອີງຕາມເງື່ອນໄຂຂອງປະຊາຊົນທີ່ມີມູນເຊື້ອ ແລະ ມີທ່າໄດ້ປຽບ ເປັນຕົ້ນແມ່ນ ການປູກເຂົ້າ, ປູກໝາກກຽ້ງ ແລະ ອື່ນໆ.

May be an image of 9 people, people standing, outdoors and tree

ແກ້ໄຂບ້ານທຸກຍາກໃຫ້ໄດ້ 6 ບ້ານ, ແກ້ໄຂຄອບຄົວທຸກຍາກໃຫ້ໄດ້ 800 ຄອບຄົວ, ສູ້ຊົນເຮັດເສັ້ນທາງເຂົ້າຫາບ້ານ ໃຫ້ທຽ່ວໄດ້ຕະຫຼອດປີ ເພີ້ມຂື້ນ 80%, ສູ້ຊົນຂະຫຍາຍຕາຂ່າຍໄຟຟ້າເຂົ້າຫາບ້ານໃຫ້ເພີ້ມຂື້ນ, ສ້າງບ້ານພັດທະນາໃຫ້ກວມ 75% ແລະ ສ້າງໃຫ້ບ້ານຈຳນວນໜື່ງ ກ້າວຂື້ນກາຍເປັນເມືອງໃນຊົນນະບົດ, ເຮັດໃຫ້ວິສາຫະກິດຂະໜາດນ້ອຍ, ຂະໜາດກາງ ໃຫ້ມີການຂະຫຍາຍຕົວ, ເພີ່ມປະສິດທິພາບໃນການຄຸ້ມຄອງ ບັນດາຫົວໜວ່ຍທຸລະກິດຕ່າງຯຕາມລະບຽບກົດໝາຍ, ສູ້ຊົນສ້າງລາຍຮັບງົບປະມານ ໃຫ້ເພີ້ມຂື້ນໃນແຕ່ລະປີ, ສ້າງເນື້ອທີ່ປ່າໄມ້ປົກຫຸ້ມໃຫ້ກວມ 75%.

May be an image of 8 people, people standing and outdoors

ຮັບປະກັນໃຫ້ຄຸນະພາບການສຶກສາ ໄດ້ຮັບການປັບປຸງດີຂື້ນ: ອັດຕາເຂົ້າຮຽນເພີ່ມຂື້ນ, ອັດຕາຄ້າງຫ້ອງ ແລະ ປະລະການຮຽນຫລຸດລົງ, ປະຊາຊົນ ໄດ້ຮັບການບໍລິການສາທາລະນະສຸກ ຢ່າງທົ່ວເຖີງ ແລະ ມີຄວາມເພີ່ງພໍໃຈ ຕໍ່ການບໍລິການຂອງແພດໝໍ,  ອາຍຸຍືນສະເລ່ຍຂອງປະຊາຊົນເພີ່ມຂື້ນ, ຮັບປະກັນ ໃຫ້ວັດທະນະທຳ ອັນດີງາມໄດ້ຮັບການອານຸລັກຮັກສາ ແລະ ເສີມຂະຫຍາຍ ດວ້ຍການສ້າງເມືອງນ້ຳບາກ ໃຫ້ກາຍເປັນເມືອງວັດທະນະທຳ, ສ້າງ ແລະ ພັດທະນາສີມືແຮງງານໃຫ້ສູງຂື້ນ, ຮັບປະກັນ ໃຫ້ບັນດາອົງການອຳນາດລັດ ໄດ້ຮັບການປັບປຸງຕາມທິດກະທັດຫັດ, ມີຄວາມໜັກແໜ້ນ, ເຂັ້ມແຂງ, ສາມາດຄຸ້ມຄອງບໍລິຫານລັດ ຕາມລະບຽບກົດໝາຍ, ແກ້ໄຂຄະດີຕ່າງໆ ໃຫ້ຖືກຕ້ອງຕາມຂະບວນການຍຸຕິທຳ, ເຮັດໃຫ້ທົ່ວເມືອງ ມີຄວາມສາມັກຄີປອງດອງ, ມີຄວາມເປັນປຶກແຜ່ນ, ສ້າງໃຫ້ອົງການຈັດຕັງມະຫາຊົນພາຍໃນເມືອງ ມີຄວາມໜັກແໜ້ນເຂັ້ມແຂງ, ຮັກສາໄດ້ນາມມະຍົດ ເປັນເມືອງຊາວໜຸ່ມ 4 ບຸກ, ສະຫະພັນແມ່ຍິງ 3 ດີ ແລະ ກຳມະບານ 5 ເປັນເຈົ້າ ໃນແຕ່ລະປີ.

May be an image of fruit and outdoors