ທີມຊາດລາວ ຊຸດໃຫຍ່ ປະກາດ 23 ນັກເຕະລຸຍລາຍການທີ່ເນປານ, ໄມເຄີນ ວ່າງ-ສຸກອາພອນ ນໍາທີມ

85

ທ່ານ ໄມເຄີນ ໄວ໌ສ (Michael Weiss) ຫົວໜ້າຄູຝຶກ ທີມຊາດລາວ ຊຸດໃຫຍ່ ຕາງໜ້າໃຫ້ຄະນະສະຫະພັນບານເຕະແຫ່ງຊາດລາວ ປະກາດລາຍຊື່ ນັກກິລາ ທີມຊາດລາວ ຊຸດໃຫຍ່ 23 ຄົນສຸດທ້າຍຢ່າງເປັນທາງການເມື່ອວັນທີ 15 ມີນາ 2023 ເພື່ອເຂົ້າຮ່ວມ ການແຂ່ງຂັນນັດອຸ່ນເຄື່ອງ FIFA DAY ຢູ່ທີ່ປະເທດ ເນປານ ໃນທ້າຍເດືອນມີນາ 2023 ດັ່ງນີ້:

+ຜູ້ຮັກສາປະຕູ:
1. ໄຊສະຫວາດ ສຸວັນນະໂຊກ ຈາກ ສະໂມສອນບານເຕະ ຊ້າງນ້ອຍ
2. ກົບ ໂລກພະທິບ ຈາກ ສະໂມສອນບານເຕະ ເອສະຣາ
3. ຈັນທະວີໄຊ ທຽບອານົງ ຈາກ ສະໂມສອນບານເຕະ ເອສະຣາ

+ກອງຫຼັງ:
4. ອານັນຕະຊາ ສີພົງພັນ ຈາກ ສະໂມສອນບານເຕະ ເອສະຣາ
5. ພຸດທະວົງ ສັງວິໄລ ຈາກ ສະໂມສອນບານເຕະ ເອສະຣາ
6. ອິນທະຈັກ ສີສຸພັນ ຈາກ ສະໂມສອນບານເຕະ ຫຼວງພະບາງ
7. ເພັດດາວັນ ສົມສະນິດ ຈາກ ສະໂມສອນບານເຕະ ມາສເຕີ້ ເຊເວັ້ນ
8. ພົນສັກ ສີສະຫວາດ ຈາກ ສະໂມສອນບານເຕະ ເອສະຣາ
9. ນະລົງສີດ ຈັນທະລັງສີ ຈາກ ສະໂມສອນບານເຕະ ວຽງຈັນ
10. ພຸດທະລັກ ທອງສະນິດ ຈາກ ສະໂມສອນບານເຕະ ເອສະຣາ

+ກອງກາງ:
11.ອານຸສອນ ໄຊປັນຍາ ຈາກ ສະໂມສອນບານເຕະ ເອສະຣາ
12. ຈັນທະວີໄຊ ຂຸນທຸມພອນ ຈາກ ສະໂມສອນບານເຕະ ເອສະຣາ
13. ດາໝົດ ທອງຄຳສະຫວັດ ຈາກ ສະໂມສອນບານເຕະ ເອສະຣາ
14. ພັດທະນາ ພົມມະເທບ ຈາກ ສະໂມສອນບານເຕະ ເອສະຣາ
15. ແອັດ ວຽງຄຳ ຈາກ ສະໂມສອນບານເຕະ ມາສເຕີ້ ເຊເວັ້ນ
16. ສອນໄຊ ພັນທະໄຊ ຈາກ ສະໂມສອນບານເຕະ ມາສເຕີ້ ເຊເວັ້ນ
17. ທະນົງໄຊ ລາມັງກຸນ ຈາກ ສະໂມສອນບານເຕະ ນ້ຳທາ ຢູໄນເຕັດ
18. ໄມເຄີນ ວ່າງ ຈາກ ສະໂມສອນ Portland Timbers ລີກສູງສຸດຂອງ ສະຫະຫັດອາເມຣິກາ,
19 ສຸກອາພອນ ວົງຈຽງຄຳ ສະໂມສອນ ຕາດ ລີກສອງ ຂອງປະເທດໄທ

+ກອງໜ້າ:
20. ໂຈນີ້ ແຫວນປະເສີດ ຈາກ ສະໂມສອນບານເຕະ ເອສະຣາ
21. ສຸກພະຈັນ ເລື່ຶອນທະລາ ຈາກ ສະໂມສອນບານເຕະ ມາສເຕີ້ ເຊເວັ້ນ
22. ວັນນະສອນ ດວງໄມຕີ ຈາກ ສະໂມສອນບານເຕະ ມາສເຕີ້ ເຊເວັ້ນ
23. ບຸນພະຈັນ ບຸນກອງ ຈາກ ສະໂມສອນບານເຕະ ຊ້າງນ້ອຍ

ສຳລັບລາຍການແຂ່ງຂັນນັດອຸ່ນເຄື່ອງ FIFA DAY ຢູ່ທີ່ປະເທດເນປານ ແມ່ນຈະໄດ້ແຂ່ງຂັນແບບພົບກັນໝົດທັງ 3 ທີມຄື: ເນປານ ( ເຈົ້າພາບ ), ບູຖານ ແລະ ສປປ ລາວ ໂດຍທຸກໆນັດແຂ່ງຂັນທີ່ສຸດໜາມ Dashrath Stadium Kathmandu ປະເທດເນປານ ດັ່ງນີ້:
– ວັນທີ 22/03/2023 ເວລາ 18:00 ໂມງ ທີມຊາດເນປານ ພົບ ທີມຊາດລາວ
– ວັນທີ 25/03/2023 ເວລາ 18:00 ໂມງ ທີມຊາດລາວ ພົບ ທີມຊາດບູຖານ
– ວັນທີ 28/03/2023 ເວລາ 18:00 ໂມງ ທີມຊາດເນປານ ພົບ ທີມຊາດບູຖານ
– ວັນທີ 31/03/2023 ເວລາ 17:30 ໂມງ ຮອບຊີງຊະນະເລີດ ( ອັນດັບ 1 ຊີງກັບ ອັນດັບ 2 )