ລັດຖະບານ ໄຂກອງປະຊຸມວິສາມັນສຸມພິຈາລະນາ 9 ກົດໝາຍສຳຄັນຂອງຊາດ

64

ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍ່ຄືການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນເປັນກ້າວໆ  ເວົ້າສະເພາະ ເພື່ອປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍ ປະຈຳປີ 2023 ທີ່ສະພາແຫ່ງຊາດໄດ້ຮັບຮອງ ໃຫ້ບັນລຸຕາມຄາດໝາຍ, ໃນຕອນເຊົ້າວັນທີ 15 ມີນາ 2023 ທີ່ສຳນັກງານນາຍົກລັດຖະມົນຕີ, ລັດຖະບານ ໄດ້ໄຂກອງປະຊຸມວິສາມັນ ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ທ່ານຮອງປະທານສະພາແຫ່ງຊາດ, ປະທານກໍາມາທິການກົດໝາຍ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມຢ່າງພ້ອມພຽງ.

May be an image of 1 person
ກອງປະຊຸມຄັ້ງນີ້ ຈະດຳເນີນ ໃນລະຫວ່າງວັນທີ 15-16 ມີນາ 2023 ເຊິ່ງເນື້ອໃນຂອງກອງປະຊຸມ ແມ່ນຈະ ລາຍງານ, ຄົ້ນຄວ້າ, ປຶກສາຫາລື ກ່ຽວກັບ ຮ່າງກົດໝາຍ 9 ສະບັບ ທີ່ລັດຖະບານ ຈະສະເໜີ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ພິຈາລະນາຮັບຮອງ ຄື:
1. ຮ່າງກົດໝາຍ ວ່າດ້ວຍສາທາລະນະສຸກ (ສ້າງໃໝ່);
2. ຮ່າງກົດໝາຍ ວ່າດ້ວຍທະນາຄານທຸລະກິດ (ສະບັບປັບປຸງ);
3. ຮ່າງກົດໝາຍ ວ່າດ້ວຍສັດນໍ້າ ແລະ ການປະມົງ (ສະບັບປັບປຸງ);
4. ຮ່າງກົດໝາຍ ວ່າດ້ວຍສັດປ່າ (ສະບັບປັບປຸງ);
5. ຮ່າງກົດໝາຍ ວ່າດ້ວຍການຈັດພິມຈຳໜ່າຍ (ສະບັບປັບປຸງ);
6. ຮ່າງກົດໝາຍ ວ່າດ້ວຍການຊົດເຊີຍຄ່າເສຍຫາຍຈາກລັດ (ສ້າງໃໝ່);
7. ຮ່າງກົດໝາຍ ວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ (ສະບັບປັບປຸງ);
8. ຮ່າງກົດໝາຍ ວ່າດ້ວຍສານທະຫານ (ສະບັບປັບປຸງ).
9. ຮ່າງກົດໝາຍ ວ່າດ້ວຍການຈັດຫາງານ (ສ້າງໃໝ່);

May be an image of 7 people and indoor

ເພື່ອເຮັດໃຫ້ກອງປະຊຸມລັດຖະບານຄັ້ງນີ້ ປະສົບຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້, ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງບັນດາທ່ານສະມາຊິກລັດຖະບານ ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄຳເຫັນຢ່າງເລິກເຊິ່ງ, ກະທັດຮັດ ແລະ ມີຈຸດສຸມ ເພື່ອຮັບປະກັນໃຫ້ບັນດາຮ່າງກົດໝາຍ ທີ່ຈະນຳເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ IX ທັນຕາມກຳນົດເວລາ ແລະ ມີເນື້ອໃນລະອຽດ, ຈະແຈ້ງ, ຮັດກຸມ ແລະ ຄົບຖ້ວນ.

May be an image of 7 people, people standing and indoor

ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ.