ຈີນ ວາງແຜນຂະຫຍາຍອາຍຸກະສຽນ ຮັບມືສັງຄົມອາຍຸສູງ

41

ເວັບໄຊຂອງໜັງສືພິມ Global Time ຂອງຈີນ ລາຍງານວ່າ: ຜູ້ຊ່ຽວຊານຈາກກະຊວງຊັບພະຍາກອນມະນຸດຂອງຈີນ ເປີດເຜີຍວ່າ ລັດຖະບານຈີນ ກຳລັງຈະວາງແຜນຈະເພີ່ມອາຍຸກະສຽນບຳນານຂອງປະຊາກອນ ໄວເຮັດວຽກຢ່າງຄ່ອຍເປັນຄ່ອຍໄປ ເພື່ອຮັບມືກັບຈຳນວນປະຊາກອນອາຍຸສູງເພີ່ມຂຶ້ນຢ່າງໄວວາ.

อาจเป็นรูปภาพของ 2 คน

ປະທານສະຖາບັນແຮງງານ ແລະ ຄວາມໝັ້ນຄົງຂອງຈີນ ເປີດເຜີນວ່າ: ຈີນກຳລັງແນມຫາແນວທາງທີ່ກ້າວໜ້າ ໃນການເພີ່ມອາຍຸກະສຽນຢ່າງຄ່ອຍເປັນຄ່ອຍໄປ ເຊິ່ງເບື້ອງຕົ້ນອາດຈະຂະຫຍາຍອາຍຸກະສຽນອອກໄປອີກຫຼາຍເດືອນ ຫຼື 2 – 3 ປີ ເພື່ອປັບຕົວ ແລະ ປ່ຽນແປງທີ່ຍາວນານ ແຕ່ສິ່ງສຳຄັນທີ່ສຸດຂອງການປະຕິຮູບຄື ໃຫ້ປະຊາຊົນເລືອກເວລາທີ່ຈະກະສຽນອາຍຸຕາມສະຖານະການ ແລະ ເງື່ອນໄຂຂອງໃຜລາວ, ແຕ່ແຜນດັ່ງກ່າວເປັນພຽງຄວາມຄິດເບື້ອງຕົ້ນ.

ປັດຈຸບັນ ຈີນ ເປັນໜຶ່ງໃນປະເທດທີ່ມີອາຍຸກະສຽນຕ່ຳທີ່ສຸດໃນໂລກ ໂດຍອາຍຸກະສຽນຂອງຜູ້ຊາຍຢູ່ທີ່ 60 ປີ, ໃນຂະນະທີ່ແມ່ຍິງທີ່ເຮັດວຽກຢູ່ຫ້ອງການ 55 ປີ, ສ່ວນແມ່ຍິງທີ່ເຮັດວຽກຢູ່ຕາມໂຮງຈັກ – ໂຮງງານ ຢູ່ທີ່ 50 ປີ.

อาจเป็นรูปภาพของ 4 คน, ผู้คนกำลังยืน และ ผู้คนกำลังนั่ง

ຈີນ ມີປະຊາກອນປະມານ 1,4 ພັນລ້ານຄົນ ກຳລັງປະເຊີນກັບຈຳນວນປະຊາກອນຫຼຸດລົງ ແລະ ມີຜູ້ອາຍຸສູງເພີ່ມຂຶ້ນ ໂດຍຄະນະກຳມະການສຸຂະພາບແຫ່ງຊາດຈີນຄາດວ່າ ປະຊາກອນຈີນ ທີ່ມີອາຍຸ 60 ປີຂຶ້ນໄປ ຈະເພີ່ມຈາກ 280 ລ້ານຄົນໃນປັດຈຸບັນ ເປັນຫຼາຍກວ່າ 400 ລ້ານຄົນໃນປີ 2035, ໃນຂະນະທີ່ອາຍຸໄຂສະເລ່ຍຂອງປະຊາກອນໃນປີ 2021 ຢູ່ທີ່ 78 ປີ ແລະ ຈະເພີ່ມເປັນ 80 ປີ ໃນປີ 2050 ເຮັດໃຫ້ນັກປະຊາກອນສາດ ແລະ ນັກເສດຖະສາດ ອອກມາສະແດງຄວາມກັງວົນວ່າ ອາຍຸບຳເນັດບຳນານໃນປັດຈຸບັນ ເຊິ່ງເພິ່ງພາແຮງງານທີ່ມີຈຳນວນຫຼຸດລົງ ເພື່ອຈ່າຍໃຫ້ແກ່ຜູ້ອາຍຸສູງທີ່ມີຈຳນວນເພີ່ມຂຶ້ນນັ້ນ ບໍ່ແມ່ນເລື່ອງທີ່ມີຄວາມຍືນຍົງ ເຊິ່ງຈຳເປັນຕ້ອງໄດ້ປະຕິຮູບ.