ເມຕາ ປະກາດເລີກຈ້າງພະນັກງານຮອບໃໝ່ ກະທົບ 10 ພັນຄົນ

47

ສຳນັກຂ່າວຕ່າງປະເທດລາຍງານວ່າ: ເມຕາ ( META ) ເຊິ່ງເປັນບໍລິສັດແມ່ຂອງແພຼັດຟອມເຟສບຸ໊ກ ປະກາດແຜນປົດພະນັກງານອີກຮອບໃໝ່ ເຊິ່ງຄາດວ່າຈະມີພະນັກງານ 10 ພັນຄົນ ຕ້ອງຖືກເລີກຈ້າງ ແລະ ໃຊ້ຕົ້ນທຶນໃນການປັບໂຄງສ້າງປະມານ 3-5 ພັນລ້ານໂດລາສະຫະລັດ.

อาจเป็นรูปภาพของ 7 คน และ ข้อความ

ທ່ານ ມາກ ຊັກເກີເບີກ ຜູ້ບໍລິຫານຂອງ ບໍລິສັດເມຕາ ໄດ້ອອກແຈ້ງການເຖິງພະນັກງານຂອງ ບໍລິສັດ ໂດຍລະບຸວ່າ: “ ນີ້ຄືເຫດການຄາດວ່າຈະເກີດຂຶ້ນໃນໄລຍະ 2 – 3 ເດືອນຂ້າງໜ້ານີ້ ຜູ້ບໍລິຫານອົງກອນຈະປະກາດແຜນປັບໂຄງສ້າງ ໂດຍເນັ້ນໄປທີ່ການເສີມສ້າງຄວາມຄ່ອງຕົວໃຫ້ແກ່ອົງກອນ, ຈະຍົກເລີກໂຄງການທີ່ມີຄວາມສຳຄັນລຳດັບທ້າຍໆ ແລະ ມີປັບຫຼຸດພະນັກງານຂອງບໍລິສັດລົງ.

ທ່ານ ມາກ ຊັກເກີເບີກ ກ່າວວ່າ: ບໍລິສັດຍັງບໍ່ມີແຜນຮັບສະໝັກພະນັກງານໃໝ່ເພີ່ມອີກ ເພື່ອຮອງຮັບກັບຄວາມບໍ່ແນ່ນອນຂອງເສດຖະກິດທີ່ກຳລັງດຳເນີນຢູ່ໃນຂະນະນີ້, ບໍລິສັດອາດຈະຕ້ອງກຽມພ້ອມຮັບມືກັບຄວາມເປັນໄປໄດ້ທີ່ວ່າ ສະພາບເສດຖະກິດທີ່ເປັນຢູ່ໃນປັດຈຸບັນ ອາດຈະແກ່ຍາວໄປອີກຫຼາຍປີ.

อาจเป็นรูปภาพของ 1 คน และ กำลังยืน

ທັງນີ້, ເມື່ອເດືອນພະຈິກ 2022 ຜ່ານມາ ບໍລິສັດເມຕາ ໄດ້ປະກາດເລີກຈ້າງພະນັກງານຄັ້ງໃຫຍ່ ເຊິ່ງສົ່ງຜົນໃຫ້ພະນັກງານຕ້ອງອອກຈາກຕຳແໜ່ງປະມານ 11 ພັນຄົນ ກວມເອົາ 13% ຂອງພະນັກງານທັງໝົດຂອງບໍລິສັດໃນທົ່ວໂລກ.