ໄດ້ເລິກງາມຍາມດີ 15 ມີນາ ເລີ່ມບໍລິການປີ້ລົດລົດໄຟແບບອອນລາຍ

105

ໃນວັນທີ 15 ມີນານີ້ທາງລົດໄຟລາວ-ຈີນເລີ່ມເປີດນຳໃຊ້ລະບົບຂາຍປີ້ອອນລາຍ LCR Ticket ຢ່າງເປັນທາງການ, ເຊິ່ງຈະເປັນ​ການ​ຍົກລະ​ດັບບາດກ້າວ​ໃນການ​ໃຫ້​ຂໍ້​ມູນ​ຂ່າວ​ສານ​ຂອງ​ການ​ຂົນ​ສົ່ງ​​ໂດຍ​ສານ​ທາງ​ລົດ​ໄຟ​ລາວ-ຈີນ, ເຮັດໃຫ້ການເດີນທາງຂອງຜູ້ໂດຍສານສະດວກສະບາຍ ແລະ ມີປະສິດທິພາບຍິ່ງຂຶ້ນ ອັນເປັນ​ຂີດ​ໝາຍວ່າທາງລົດໄຟລາວ-ຈີນ ໄດ້ກ້າວເຂົ້າສູ່ຍຸກແຫ່ງການຂາຍປີ້ອອນລາຍຢ່າງເປັນທາງການ.

May be an image of train
ນັບຕັ້ງແຕ່ເປີດດຳເນີນການທາງລົດໄຟລາວຈີນໃນວັນທີ 3 ທັນວາ 2021 ເປັນຕົ້ນມາ, ບໍລິສັດທາງລົດໄຟລາວ-ຈີນ ບໍ່ຢຸດທີ່ຈະພັດທະນາການບໍລິການ, ດຳເນີນການແລ່ນລົດໄຟ EMU “ຂະບວນລ້ານຊ້າງ” ແລະ ລົດໄຟທຳມະດາ ດ້ວຍຄວາມປອດໄພ ແລະ ມີຄຸນນະພາບ, ໃນມໍ່ໆມານີ້ຈຳ​ນວນ​ຂົນສົ່ງຜູ້​ໂດຍ​ສານ​ສູງ​ສຸດ​ຕໍ່​ມື້​​ກໍໄດ້​ບັນລຸເຖິງ 10.000 ເທື່ອຄົນ ສະແດງໃຫ້ເຫັນເຖິງປະລິມານການຂົນສົ່ງຜູ້ໂດຍສານທີ່ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ.

May be an image of 2 people, indoor and text that says 'LCR จดฉๆ 老 Laos'

ປະຈຸ​ບັນ, ​ຊ່ອງທາງການຊື້ປີ້​ຂອງຜູ້​ໂດຍສານ​ແມ່ນສາມາດ​ຊື້ຢູ່​ປ່ອງບໍລິການຂາຍປີ້ທີ່ສະຖານີ ແລະ ​ຈຸດຂາຍປີ້ລົດໄຟໃນເມືອງ, ສະນັ້ນ ເພື່ອຍົກລະດັບປະສົບການການຊື້ປີ້ຂອງຜູ້ໂດຍສານຕື່ມອີກ,ບໍລິສັດ​ທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ມອບໃຫ້ບໍລິສັດ CARS ທີ່ຂຶ້ນກັບກຸ່ມລັດວິສາຫະກິດລົດໄຟແຫ່ງຊາດຈີນ China Railway ​​ພັດທະນາ​ລະບົບ APP ​ຊື້​ປີ້ອອນລາຍໃຫ້ແກ່ທາງລົດໄຟລາວ-ຈີນ. ຜ່ານການພັດທະນາລະບົບ, ທົດສອບການປະຕິບັດການ, ປະເມີນຄວາມປອດໄພ, ເຝິກອົບຮົມພະນັກງານ, ປະຈຸບັນລະບົບໄດ້ບັນລຸເງື່ອນໄຂພ້ອມທີ່ຈະໃຊ້ງານໄດ້ແລ້ວ.

May be an image of 1 person, standing and sitting
ລາຍງານຍັງໄດ້ໃຫ້ຮູ້ວ່າ: ລະບົບ​ APP ຊື້ປີ້ອອນລາຍທາງລົດໄຟ​ ​ແມ່ນ​ອີງ​ໃສ່​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວໜ້າ ​ແລະ ຂັ້ນສູງຂອງ​ລະບົບ​ລົດ​ໄຟ​ຈີນ, ໃນການອອກແບບປະສົມປະສານກັບລັກສະນະວັດທະນະທຳ, ກົດໝາຍ ແລະ ລະບຽບການຂອງລາວ, ຄຳນຶງເຖິງຟັງຊັ່ນຫຼາກຫຼາຍເພຶ່ອຕອບສະໜອງຕໍ່ຄວາມຕ້ອງການຂອງຜູ້ໃຊ້, ຮອງຮັບໄດ້ສາມພາສາຄື: ລາວ, ຈີນ ແລະ ອັງກິດ, ເປັນ APP ທີ່ສາມາດໃຫ້ຜູ້ໃຊ້ລົງທະບຽນຊື່ແທ້, ກວດເບິ່ງປີ້ທີ່ຍັງເຫຼືອ, ຄົ້ນຫາຖ້ຽວລົດ, ຈ່າຍເງິນອອນລາຍ, ເຮັດທຸລະກຳປ່ຽນແປງຂໍ້ມູນຫນ້າປີ້, ຂໍ້ມູນຂ່າວສານ ແລະ ອື່ນໆ.

May be an image of 6 people and people standing

ສຳລັບຜູ້ໂດຍສານທຸກທ່ານທີ່ເປັນຄົນລາວນໍາໃຊ້ບັດປະຈໍາໂຕ ຫຼື ຖ້າເປັນຜູ້ໂດຍສານຕ່າງປະເທດໃຫ້ນຳໃຊ້ໜັງສືຜ່ານແດນທີ່ຍັງມີຜົນບັງຄັບໃຊ້ ເພື່ອລົງທະບຽນໃຫ້ນຳໃຊ້ຊື່ແທ້, ຫຼັງຈາກລົງທະບຽນຂໍ້ມູນແທ້ໃນລະບົບແລ້ວ, ທ່ານສາມາດກວດເບິ່ງຂໍ້ມູນປີ້ທີ່ຍັງເຫຼືອຂອງທາງລົດໄຟລາວ-ຈີນໄດ້ຕະຫຼອດເວລາ ແລະ ຊື້ປີ້ຜ່ານທາງລະບົບໄດ້ ໂດຍຮອງຮັບການຊຳລະຜ່ານ VISA, UnionPay, WeChat, Alipay ແລະ ວິທີການຊໍາລະອື່ນໆທັງພາຍໃນ ແລະ ຕ່າງປະເທດ.

May be an image of 1 person

ເມື່ອເວລາຈະຂຶ້ນລົດໄຟ, ຜູ້ໂດຍສານຕ້ອງຖືບັດປະຈໍາຕົວ ຫຼື ໜັງສືຜ່ານແດນທີ່ໃຊ້ໃນເວລາຊື້ປີ້ເພື່ອແຈ້ງເຂົ້າສະຖານີໂດຍການສະແກນລະຫັດ QR ທີ່ສ້າງຂຶ້ນໂດຍລະບົບຂາຍປີ້ ຫຼື ໄປທີ່ປ່ອງບໍລິການຂາຍປີ້ຂອງສະຖານີເພື່ອແລກປ່ຽນເອົາປີ້ທີ່ເປັນແບບເຈ້ຍແລ້ວກວດປີ້ເຂົ້າສະຖານີໄດ້ເລີຍ.

May be an image of text
ພາຍຫຼັງທີ່ APP ຂາຍປີ້ອອນລາຍຂອງທາງລົດໄຟລາວ-ຈີນໄດ້ຖືກນຳໃຊ້ແລ້ວ,ຜູ້ໂດຍສານສາມາດຊື້ປີ້ຜ່ານທາງອອນລາຍໄດ້ໂດຍບໍ່ຕ້ອງອອກຈາກບ້ານ ກໍສາມາດດຳເນີນທຸລະກຳການຊື້ປີ້,ປ່ຽນແປງຂໍ້ມູນຫນ້າປີ້ ແລະ ຈັດ​ວາງ​ແຜນ​ການເດີນທາງໄດ້ຢ່າງສະດວກສະບາຍ. APP ຂາຍປີ້ລົດໄຟອອນລາຍນີ້ ແມ່ນການຍົກລະດັບ​ຄຸນ​ນະ​ພາບ​ການ​ບໍ​ລິ​ການ​ຂົນ​ສົ່ງ​ຜູ້​ໂດຍ​ສານ​ທາງ​ລົດ​ໄຟ​ລາວ-ຈີນ, ປັບ​ປຸງ​ປະ​ສົບ​ການ​ການ​ເດີນ​ທາງ​ຂອງ​ຜູ້​ໂດຍ​ສານ, ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ການ​ທ່ອງ​ທ່ຽວ​ຕາມ​ເສັ້ນ​ທາງລົດໄຟ.

No photo description available.
LCR Ticket APP ຈະເປີດນຳໃຊ້ຢ່າງເປັນທາງການໃນວັນທີ 15 ມີນານີ້, ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດສາມາດດາວໂຫລດ APP ໄດ້ແລ້ວໃນລະບົບປະຕິບັດການ Apple Store ຫຼື Android. ກ່ຽວກັບ​ລາຍ​ລະອຽດ​ການນຳໃຊ້ LCR Ticket APP, ຜູ້​ໂດຍສານ​ສາມາດ​ສອບຖາມ​ກັບພະນັກງານທາງລົດໄຟແຕ່ລະສະຖານີ ຫຼື ເບີ່ງຂັ້ນຕອນການໂຫຼດ, ຕິດຕັ້ງ ແລະ ຂັ້ນຕອນການນຳຊັ້ນຕ່າງໆ ໄດ້ທີ່ Facebook page: Laos-China Railway Company Limited ຂອງບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ.