ທຸກຄົນ ຫຼື ທຸກຄົວເຮືອນຕ້ອງໃຊ້ ສິນຄ້າປະເພດຢາສະຜົນ, ສະບູອາບນໍ້າ-ລ້າງໜ້າ ແລະ ທາຜິວຢູ່ແລ້ວ, ດັ່ງນັ້ນ ບໍລິສັດ BSK ຈຳກັດຜູ້ດຽວ ເຫັນໄດ້ເຖິງຄວາມສຳຄັນດັ່ງກ່າວຈຶ່ງຜະລິດສິນຄ້າ ໃຊ້ປະຈຳວັນຂຶ້ນມາ ເຊິ່ງຈາກຄຸນນະພາບ ແລະ ຄວາມປອດໄພ ເຮັດໃຫ້ພຽງໄລຍະ 1 ປີກວ່າ ສິນຄ້າ BSK ຈຶ່ງເປັນທີ່ຍອມຮັບຂອງຕະຫຼາດ. ປະຈຸບັນມີຕົວແທນຢູ່ພາຍໃນປະເທດ ແລະ ຕ່າງປະເທດເຊັ່ນ: ໄທ, ຫວຽດນາມ, ອາເມລິກາ ທັງໝົດປະມານ 400 ກວ່າຄົນ.
ທ່ານ ສີສຸວັນ ລາດສະບັນດິດ ຜູ້ອຳນວຍການ ບໍລິສັດ BSK ຈຳກັດຜູ້ດຽວ ກ່າວວ່າ: ບໍລິສັດ BSK ຈຳກັດຜູ້ດຽວ ຕັ້ງຢູ່ບ້ານນາກົກໂພ ເມືອງສາລະວັນ ແຂວງສາລະວັນ, ເປັນບໍລິສັດທີ່ສ້າງຂຶ້ນໃນທ້າຍປີ 2021 ໃນການຜະລິດສິນຄ້າໃຊ້ຄົວເຮືອນປະຈຳວັນ ຍີ່ຫໍ້ BSK ເຊັ່ນ: ຢາສະຜົມ, ຄີມນວດຜົມ, ຄີມອາບນໍ້າ, ຄີມທາຜິວ, ສະຄັບຜິວ (ແນວຄັດຜິວ), ສະບູ ທີ່ເປັນສິນຄ້າ ເຊິ່ງເປັນສິນຄ້າທີ່ຜະລິດຈາກສະໜຸນໄພທຳມະຊາດ ຄື: ນໍ້າເຂົ້າ, ໝາກຂີ້ຫູດ, ດອກອັນຊັນ, ຂິງ ແລະ ອື່ນໆອີກຫຼາຍຊະນິດ.
ແນວຄວາມຄິດລິເລີ່ມແມ່ນຍ້ອນເຮົາໄປຊື້ເຄື່ອງໃຊ້ປະຈຳວັນທີ່ເປັນສະໝຸນໄພ ຢູ່ປະເທດບ້ານໃກ້ເຮືອນຄຽງມາໃຊ້ເປັນປະຈຳ ດັ່ງນັ້ນຈຶ່ງເກີດມີແນວຄວາມຄິດວ່າເປັນຫຍັງເຮົາຄືບໍ່ຜະລິດເອງ ເພາະແຂວງສາລະວັນ ກໍຄືປະເທດລາວເຮົາມີສະໝຸນໄພຫຼາຍເຊັ່ນດຽວກັນ ດັ່ງນັ້ນກໍເລີຍເລີ່ມສັ່ງຫົວເຊື້ອເຂົ້າມາແລ້ວໝຸນໃຊ້ສະໝຸນໄພພາຍໃນທີ່ມີ ໂດຍການລອງຜິດລອງຖືກມານັບເທື່ອບໍ່ໄດ້, ຜະລິດອອກມາແລ້ວໃຫ້ຄົນອ້ອມຂ້າງ, ຍາດພີ່ນ້ອງທົດລອງໃຊ້, ພະຍາຍາມສຶກສາຮຽນຮູ້ຂໍ້ມູນຈາກຫຼາຍແຫຼ່ງ ຈົນໃນທີ່ສຸດກໍໄດ້ສິນຄ້າອອກມາ. ດັ່ງນັ້ນເພື່ອຮັບປະກັນຄວາມປອດໄພ ແລະ ຄຸນນະພາບ ບໍລິສັດເຮົາກໍໄດ້ສົ່ງສິນຄ້າໄປກວດສອບຫ້ອງແລັບຢູ່ວິທະຍາໄລແຂວງຈຳປາສັກ ແລະ ຫ້ອງແລັບຂອງກົມອາຫານ ແລະ ຢາ ຂອງກະຊວງສາທາລະນະສຸກອີກດ້ວຍ.
ສ່ວນຕະຫຼາດຮອງຮັບປະຈຸບັນແມ່ນສົ່ງອອກໄປປະເທດໄທ, ຫວຽດນາມ ພ້ອມສົ່ງໃຫ້ຕົວແທນ (ຄົນລາວຢູ່ອາເມລິກາ) ຂາຍຢູ່ອາເມລິກາ. ສ່ວນຢູ່ພາຍໃນປະເທດລາວ ແມ່ນມີຕົວແທນຈຳໜ່າຍທົ່ວທຸກແຂວງ ແລະ ມີີອີກຫຼາຍເມືອງ ລວມທັງໝົດປະມານ 400 ກວ່າຄົນ.
ຜ່ານການເຮັດທຸລະກິດ ຫຼື ຜະລິດສິນຄ້າ ຕະຫຼອດພາຍໃນ 1 ປີກວ່າຜ່ານມາ ແມ່ນພົບຂໍ້ຫຍຸ້ງຍາກຫຼາຍດ້ານ ເນື່ອງຈາກທ້າຍປີ 2021 ຍັງເປັນຊ່ວງທີ່ມີການລະບາດຂອງພະຍາດໂຄວິດ-19 ຢູ່ດັ່ງນັ້ນເຮັດໃຫ້ການຂົນສົ່ງສິນຄ້າ, ການສັ່ງຫົວເຊື້ອ, ສະໝຸນໄພ ພົບຄວາມຫຍຸ້ງຍາກ. ນອກນີ້ສະໜຸນໄພບາງຊະນິດກໍໃຫ້ຜົນຕາມລະດູການເທົ່ານັ້ນ. ເຊິ່ງປະຈຸບັນເຫັນວ່າຕະຫຼາດມີຄວາມຕ້ອງການສິນຄ້ານັບມື້ຫຼາຍຂຶ້ນດັ່ງນັ້ນ ເອົາກໍຈະເພີ່ມກຳລັງການຜະລິດ, ພ້ອມນີ້ກໍຈະມີການສົ່ງເສີມໃຫ້ປະຊາຊົນປູກສະໜຸນໄພຫຼາຍຂຶ້ນ ພ້ອມຫາວິທີເກັບຮັກສາສະໝຸນໄພໃຫ້ໄດ້ດົນຕະຫຼອດປີ.
ທ່ານກ່າວຕື່ມວ່າ: ປະຈຸບັນກຳລັງການຜະລິດຂອງບໍລິສັດເຮົາແມ່ນມື້ລະ 2.000 ຊຸດ, ສຳລັບແຮງງານສ່ວນຫຼາຍແມ່ນເຮົາຈະນຳໃຊ້ແຮງງານຢູ່ພາຍໃນທ້ອງຖິ່ນແຂວງສາລະວັນເລີຍ ແລະ ຫຼ້າສຸດສິນຄ້າ BSK ເຮົາກໍໄດ້ຮັບເປັນສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນ (ໂອດອບ-ODOP) ແຫ່ງຊາດ.
ສິນຄ້າທີ່ເປັນຂອງຄົນລາວ, ຜະລິດຢູ່ລາວແມ່ນມີຫຼາຍຊະນິດ ດັ່ງນັ້ນຢາກໃຫ້ຄົນລາວຫັນມາຊົມໃຊ້ຜະລິດຕະພັນຂອງຄົນລາວເຮົາ ເພາະຈະເປັນການສົ່ງເສີມ ແລະ ຊ່ວຍເຫຼືອຄົນລາວດ້ວຍກັນ, ຖ້າສັງຄົມຫັນມາຊົມໃຊ້ ຫຼື ຊື້ສິນຄ້າຄົນລາວ ກໍຈະຊ່ວຍໃຫ້ຫົວໜ່ວຍທຸລະກິດຂອງຄົນລາວມີຄວາມຍືນຍົງ ແລະ ທຸລະກິດເຫຼົ່ານັ້ນກໍຈະສ້າງວຽກເຮັດງານທຳໃຫ້ກັບພໍ່ແມ່ປະຊາຊົນລາວ ເວົ້າລວມເວົ້າສະເພາະ ກໍຄືປະຊາຊົນພາຍໃນທ້ອງຖິ່ນໃຫ້ມີວຽກເຮັດງານທຳ (ດັ່ງສຸພາສິດ: ລາວເຮັດ ລາວໄດ້,ລາວໃຊ້ ລາວຈະເລີນ) ພ້ອມນີ້ກໍຂໍໃຫ້ສັງຄົມເປີດໃຈກັບສິນຄ້າລາວ ແລະ ເປີດໃຈມາທົດລອງໃຊ້ ສິນຄ້າ BSK ເຊັ່ນ: ຢາສະຜົມ, ຄີມນວດຜົມ, ຄີມອາບນໍ້າ, ຄີມທາຜິວ, ສະຄັບຜິວ (ແນວຄັດຜິວ), ສະບູ ເຊິ່ງສາມາດສັ່ງໄດ້ຈາກຕົວແທນຢາສະຜົມ BSK ຢູ່ແຂວງທີ່ທ່ານຢູ່ໄດ້.