ຍິນດີຕ້ອນຮັບສູ່ປະເທດລາວ! ໄມເຄີນ ວ່າງ ນັກເຕະ ເຊື້ອສາຍລາວ-ອາເມຣິກາ ມາຊ່ວຍທີມຊາດລາວ

582

ຕາມການລາຍງານຂອງ ສະຫະພັນບານເຕະແຫ່ງຊາດລາວ ລາຍງານວ່າ: ຕອນບ່າຍຂອງວັນທີ 14 ມີນາ 2023 ໄມເຄີນ ວ່າງ (Michael Vang) ນັກກິລາບານເຕະ ລູກເຄິ່ງລາວ-ອາເມຣິກາ ໄດ້ເດີນທາງມາຮອດ ສປປ ລາວ ແລ້ວ ແລະ ໄດ້ຮັບການຕ້ອນຮັບ ຢ່າງອົບອຸ່ນຈາກຄະນະຄູຝຶກທີມຊາດລາວ ແລະ ເພື່ອນຮ່ວມທີມທຸກໆທ່ານ.

ການເດີນທາງມາ ສປປ ລາວ ໃນຄັ້ງນີ້ຂອງ ໄມເຄີນ ວ່າງ ກໍເພື່ອເຂົ້າຮ່ວມກັບ ທີມຊາດລາວ ຊຸດໃຫຍ່ ກຽມລຸຍລາຍການອຸ່ນເຄື່ອງ ທ້າຍເດືອນມີນານີ້, ຕາມປະຕິທິນຂອງ FIFA day ທີ່ ປະເທດເນປານ ໃນລະຫວ່າງວັນທີ 22-31 ມີນາ 2023.

ໄມເຄີນ ວ່າງ ເປັນຄົນເຊື້ອສາຍລາວ ທີ່ເກີດ ແລະ ອາໄສຢູ່ ສະຫະລັດອາເມຣິກາ, ເກີດເມື່ອວັນທີ 13 ພຶດສະພາ 2000, ສູງ 173 ຊັງຕີແມັດ, ຫຼີ້ນຕຳແໜ່ງກອງກາງ ແລະ ສັງກັດຢູ່ ສະໂມສອນ Portland Timbers II (MLS Next Pro) ທີ່ ສະຫະລັດ ອາເມຣິກາ.

ສຳລັບ ລາຍການແຂ່ງຂັນແມ່ນຈະໄດ້ແຂ່ງຂັນແບບພົບກັນໝົດທັງ 3 ທີມຄື:
1 Nepal ( ເຈົ້າພາບ
2 Bhutan
3 Lao

ຕາຕະລາງ ການແຂ່ງຂັນມີດັ່ງນີ້:
– ວັນທີ 22/03/2023 ທີມຊາດເນປານ ພົບ ທີມຊາດລາວ ເວລາ 18:00ໂມງ.
– ວັນທີ 25/03/2023 ທີມຊາດລາວ ພົບ ທີມຊາດບູຖານ ເວລາ 18:00ໂມງ.

– ວັນທີ 28/03/2023 ທີມຊາດເນປານ ພົບ ທີມຊາດບູຖານ ເວລາ 18:00ໂມງ.
– ວັນທີ 31/03/2023 ຮອບຊີງຊະນະເລີດ (ທີມອັນດັບ1 ຊີງກັບ ທີມອັນດັບ2) ເວລາ 17:30ໂມງ.
ທຸກນັດແມ່ນຈະແຂ່ງຂັນທີ່ ສະໜາມ Dashrath Stadium Kathmandu, Nepal