ການຈ້າງງານໃນສະຫະລັດເພີ່ມຂຶ້ນຢ່າງຕໍ່ເນື່ອງ

25

ສຳນັກຂ່າວ AFP ລາຍງານວ່າ: ສຳນັກງານສະຖິຕິແຮງງານຂອງສະຫະລັດອາເມຣິກາ ລາຍງານອັດຕາການຈ້າງງານໃນສະຫະລັດອາເມຣິກາ ໃນເດືອນກຸມພາ 2023 ເພີ່ມຂຶ້ນ 311.000 ຕຳແໜ່ງ ເມື່ອທຽບໃສ່ເດືອນມັງກອນທີ່ມີການຈ້າງງານ 504.000 ຕຳແໜ່ງ ເຊິ່ງເປັນການເພີ່ມຂຶ້ນສູງກວ່າທີ່ຕະຫຼາດຄາດການໄວ້ເປັນເດືອນທີ 11 ຕິດຕໍ່ກັນ.

อาจเป็นรูปภาพของ 5 คน

ສຳລັບຂະແໜງທີ່ມີການຈ້າງງານເພີ່ມຂຶ້ນຫຼາຍກວ່າໝູ່ແມ່ນຂະແໜງບໍລິການ ( ລວມທັງການຄ້າຂາຍຍ່ອຍ ), ຮອງລົງມາແມ່ນການຈ້າງງານໃນພາກລັດ, ສ່ວນຂະແໜງການທີ່ມີການຈ້າງງານເພີ່ມຂຶ້ນໜ້ອຍກວ່າໝູ່ແມ່ນຂະແໜງຂໍ້ມູນ ( Information ), ການຂົນສົ່ງ ແລະ ສາງສິນຄ້າ.

อาจเป็นรูปภาพของ 2 คน

ຂະນະທີ່ອັດຕາການວ່າງງານເພີ່ມຂຶ້ນເລັກໜ້ອຍ ຈາກ 3,4% ໃນເດືອນມັງກອນ 2023 ເຊິ່ງເປັນຕົວເລກຕ່ຳສຸດໃນຮອບ 53 ປີ ເພີ່ມຂຶ້ນເປັນ 3,6% ໃນເດືອນກຸມພາ ໂດຍມີຈຳນວນຜູ້ວ່າງງານທັງໝົດ 5,9 ລ້ານຄົນ. ໃນຂະນະທີ່ລາຍໄດ້ສະເລ່ຍຕໍ່ຊົ່ວໂມງ ເພີ່ມຂຶ້ນເປັນ 33,09 ໂດລາສະຫະລັດ ຫຼື ເພີ່ມຂຶ້ນ 0,2% ເມື່ອທຽບໃສ່ເດືອນກ່ອນໜ້ານີ້.