ສຳນັກຂ່າວຊິນຫົວລາຍງານໃນວັນທີ 14 ມີນາ 2023 ວ່າ: ກະຊວງນ້ຳມັນຂອງອີຣານ ເປີດເຜີຍໃນປີງົບປະມານ 2022 – 2023 ( ນັບແຕ່ວັນທີ 21 ມີນາ 2022 – 19 ກຸມພາ 2023 ) ປະລິມານການສົ່ງອອກນ້ຳມັນດິບຂອງອີຣານ ເພີ່ມຂຶ້ນ 83 ລ້ານບາເຣວ ເມື່ອທຽບໃສ່ປີງົບປະມານ 2021 – 2022 ແລະ ເພີ່ມຂຶ້ນ 190 ລ້ານບາເຣວ ເມື່ອທຽບໃສ່ປີງົບປະມານ 2020 – 2021.
ຂະນະທີ່ການສົ່ງອອກແກ໊ສແຫຼວ ໃນປີງົບປະມານ 2022 – 2023 ເພີ່ມຂຶ້ນ 15% ເມື່ອທຽບໃສ່ປີຕໍ່ປີ ໂດຍມີລາຍຮັບຈາກການສົ່ງອອກແກ໊ສປີໂຕຣລຽມແຫຼວ ປະມານ 6,5 ຕື້ໂດລາສະຫະລັດ.
ທັງນີ້, ສະຫະລັດອາເມຣິກາ ບາດຫວນກັບມາຍົກລະດັບມາດຕະການຂວ້ຳບາດຕໍ່ອີຣານອີກຮອບ ເມື່ອເດືອນພຶດສະພາ 2018 ໂດຍມີເປົ້າໝາຍຫຼັກຂວ້ຳບາດຕໍ່ການສົ່ງອອກນ້ຳມັນ ລວມທັງທະນາຄານຂອງອີຣານ, ຫຼັງຈາກທີ່ລັດຖະບານອາເມຣິກາ ປະກາດຖອນຕົວອອກຈາກຂໍ້ຕົກລົງນິວເຄລຍ ສະບັບປີ 2015 ຫຼື ເປັນທີ່ຮູ້ຈັກຢ່າງເປັນທາງການວ່າ “ ແຜນປະຕິບັດການຮ່ວມສະບັບສົມບູນ ” ( JCPOA ) ພຽງຝ່າຍດຽວ.