ເພື່ອປົກປ້ອງຜູ້ບໍລິໂພກ, ເຈົ້າໜ້າທີ່ການຄ້າແຂວງບໍ່ແກ້ວໄດ້ລົງຕິດຕາມການຂາຍເຄື່ອງຢູ່ຕາມຮ້ານຕ່າງໆ ເພື່ອສຸ່ມກວດຫາສິນຄ້າທີ່ມີຄວາມສ່ຽງປະກົດວ່າພົບເຫັນເກືອບ 30 ຮ້ານທີ່ມີອາຫານເສຍຄຸນມາວາງຂາຍ ຈິ່ງຕ້ອງຢຶດມາທຳລາຍຖີ້ມ.
ວັນທີ 10 ມີນາ 2023 ນີ້, ເມືອງ ຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ຈັດພິທີຈູດທຳລາຍສິນຄ້າໝົດອາຍຸ ທີ່ຫ້ອງການສາທາລະນະສຸກເມືອງ ໃຫ້ກຽດເຂົ້າຮ່ວມເປັນປະທານ ໂດຍ ທ່ານ ອຸ່ນຄຳ ທຳມະເລີດ ຮອງເລຂາພັກເມືອງ ຕົ້ນເຜິ້ງ, ມີຄະນະກຳມະການກວດກາສິນຄ້າ ແລະ ຕາງໜ້າຈາກບັນດາຫ້ອງກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານນາງ ສົມເພັດ ສະທິມຸງຄຸນ ຫົວໜ້າໜ່ວຍງານອາຫານ ແລະ ຢາ ໃຫ້ຮູ້ວ່າ: ຄະນະກຳມະການກວດກາສິນຄ້າຂອງເມືອງ ໄດ້ລົງກວດກາຮ້ານຂາຍເຄື່ຶອງຍ່ອຍ – ເຄື່ອງຍົກ ຈໍານວນ 55 ຮ້ານ ລະຫວ່າງ ວັນທີ 14 – 17 ກຸມພາ 2023, ຜ່ານການກວດກາໄດ້ພົບອາຫານໝົດອາຍຸ ແລະ ເສຍຄຸນ ຈໍານວນ 29 ຮ້ານ ລວມມູນຄ່າ 4 ລ້ານກວ່າກີບ ໃນນັ້ນ ມີອາຫານທີ່ໝົດອາຍຸ 59 ລາຍການ, ຢາຕ້ອງຫ້າມ 5 ລາຍການ, ເຄື່ອງສຳອາງ 6 ລາຍການ.
ການລົງກວດກາຄັ້ງນີ້ ຍັງພົບຫຼາຍບັນຫາ ເປັນຕົ້ນ ຜູ້ປະກອບການຍັງບໍ່ເອົາໃຈໃສ່ໃນການກວດກາອາຫານ – ເຄື່ອງດື່ມຢູ່ພາຍໃນຮ້ານ, ຜູ້ປະກອບການທັງທີ່ຮູ້ວ່າອາຫານໝົດອາຍຸແຕ່ຍັງວາງຂາຍຢູ່ໃນຮ້ານ, ຍັງເຫັນແກ່ຜົນປະໂຫຍດຫຼາຍກ່ວາບັນຫາສຸຂະ ພາບ, ການທຳຄວາມສະອາດຍັງບໍ່ທັນໄດ້ດີ,ການຈັດວາງຍັງບໍ່ເປັນລະບຽບ. ໄລຍະເວລາ ໃນການລົງກວດກາຍັງຈໍາກັດເຮັດໃຫ້ການກວດກາບໍ່ທົ່ວເຖີງ, ຮ້ານຂາຍເຄື່ອງເກືອບທຸກຮ້ານພົບວ່າ ມີການຂາຍຢາປົວພະຍາດປົນເປຢູ່ນຳ ສິນຄ້າສ່ວນຫຼາຍຍັງບໍ່ໄດ້ຕິດລາຄາເປັນພາສາລາວ, ຍັງມີບາງຮ້ານເອົານໍ້າມັນຂາຍເປັນລິດຢູ່ໜ້າຮ້ານ ຍັງພົບຢາຕ້ອງຫ້າມວາງຂາຍຢູ່ຕາມຮ້ານຄ້າ.ຜູ້ປະກອບການຈໍານວນໜຶ່ງຍັງບໍ່ຢາກໃຫ້ທີມງານກວດກາສິນຄ້າອາຍັດອາຫານ – ເຄື່ອງດື່ມທີ່ໝົດອາຍຸ ໂດຍອ້າງເຫດຜົນຕ່າງໆ.
ໂອກາດນີ້ ທ່ານ ອຸ່ນຄຳ ທຳມະເລີດ ມີຄຳເຫັນໂອລົມໃຫ້ທິດຊີ້ນໍາຂອງ ຕໍ່ການກວດກາສິນຄ້າໝົດອາຍຸ ຕໍ່ວິທີການຈັດຕັັ້ງປະຕິບັດການລົງກວດກາໃນຄັ້ງຕໍ່ໄປ ເພື່ອເຮັດໃຫ້ການລົງກວດກາມີປະສິດທິຜົນ ທ່ວງທັນກັບອາຍຸການສິນຄ້າທີ່ຈະໝົດອາຍຸ ແລະ ສາມາດກວດກາພົບເຫັນສິນຄ້າໝົດອາຍຸໄດ້ຫຼາຍກວ່າເກົ່າ ຈາກນັ້ນ, ກໍ່ໄດ້ພ້ອມກັນຈູດທຳລາຍສິນຄ້າໝົດອາຍູທີ່ອາຍັດມາໄດ້.