ທີມບານເຕະຍິງ ຈໍາປາສັກ ຢູ 17 ໄດ້ຮັບເລືອກໃຫ້ເປັນຕົວແທນທີມຊາດລາວ ຮ່ວມລາຍການທີ່ຍີ່ປຸ່ນ

63

ທີມບານເຕະສະໂມສອນ ຈໍາປາສັກ ເອັຟຊີ ໃນຮຸ່ນອາຍຸບໍ່ເກີນ 17 ປີກຽມພ້ອມເດີນທາງໄປປະເທດຍີ່ປຸ່ນ ຫຼັງຈາກໄດ້ຮັບມອບໝາຍໃຫ້ເປັນຕາງໜ້າທີມຊາດລາວ ເຂົ້າຮ່ວມກນແຂ່ງຂັນບານເຕະຍິງລາຍບການ JENESYS 2022 Japan-ASEAN U-17 Women’s 2023 ລະຫວ່າງວັນທີ 14-24 ມີນາ 2023.
ໂດຍລາຍດັ່ງກ່າວມີ 10 ປະເທດ ອາຊຽນເຂົ້າຮ່ວມ ຫຼ້າສຸດທີມບານເຕະຍິງແຂວງຈໍາປາສັກ ໄດ້ອອກເດີນທາງໃນເວລາ 15:00 ໂມງຂອງວັນທີ 14 ມີນາ 2023 ເຊິ່ງປະກອບມີລາຍຊື່ຄະນະນໍາ, ຄະນະຄູຝຶກ ແລະ ນັກກິລາ ດັ່ງນີ້:
+ຄະນະນໍາ
1.ທ່ານ ແກ້ວລັດຕະນະ ສີຫາວົງ;
2.ທ່ານ ເພັດສາຄອນ ຄໍສີສະຫວັດ

+ຄະນະຄູຝຶກ
1.ທ່ານ ທົດສະກັນ ພົມມະຄູນ;
2.ທ່ານ ວິໄຊ ຄໍາຊົມພູ;
3.ທ່ານ ໄຊສົງຄາມ ຫອມລຽງນາມ.

+ນັກກິລາ
1.ນາງ ບຸດສະບາ ສຸດທະວິໄລ.
2.ນາງ ລັດດາ ວໍລະຈິດ.
3.ນາງ ສີສະອາດ ອໍາໄພລາດ.
4.ນາງ ປານນິດຕາ ລາດສະວົງສາ.

5.ນາງ ປ່ອງແກ້ວ ແກ້ວສະຫວ່າງ.
6.ນາງ ເຮມາ ແສງປະເສີດ.
7.ນາງ ແປ໋ວມະນີ ແກ້ວດວງຕາ.
8.ນາງ ແຈ໋ກ ວົງຕາແສງ.

9.ນາງ ພຸດທະສອນ ໂຄທິສານ.
10.ນາງ ແກ້ວວິໄລ ຟອງວິໄລ.
11.ນາງ ປູນາ ວັນນຸວົງ.
12.ນາງ ສຸກສະຫວັນ ພົມມະວົງໄຊ.
13.ນາງ ເກສອນ ວົງພັກດີ

14.ນາງ ໂນຕ້າ ໄຊຍະລາດ.
15.ນາງ ທິບພະວັນ ພຸດທະວົງ.
ຂ່າວ: Larh Creator; ຮູບຈາກ: Champasak FC