ນັກຮຽນເກັ່ງສະຫວັນນະເຂດ ປີນີ້ ມສ ມິດຕະພາບລາວ-ຫວຽດມາແຮງ

60

ພະແນກສຶກສາທິການ ແລະກິລາແຂວງສະຫວັນນະເຂດ ໄດ້ຈັດພິທີເປີດການສອບເສັງນັກຮຽນເກັ່ງຂັ້ນແຂວງສຳເລັດໄປເປັນທີ່ຮຽບຮ້ອຍ ຕອນນີ້ຮູ້ແລ້ວວ່າໃຜຈະໄດ້ກຽມມາພິຊິດເສັ້ນໄຊສຸດທ້າຍຢູ່ລະດັບຊາດ ແຕ່ສິ່ງໜຶ່ງທີ່ສັງເຫດໄດ້ ປີນີ້ ນ້ອງໆຈາກ ມສ ມິດຕະພາບລາວ-ຫວຽດ ມາແຮງພິເສດ.

No description available.

ເວົ້າເລື່ອງນັກຮຽນເກັ່ງນ້ອງໆທຸກຄົນແມ່ນມີຄວາມກະຕືລືລົ້ນພໍໆກັນ ແຕ່ປີນີ້ສຳລັບແຂວງສະຫວັນນະເຂດ ປະກົດວ່າ ມສ ມິດຕະພາບລາວ-ຫວຽດ ແມ່ນກວາດໄປຫຼາຍວິຊາ.
ການສອບເສັງນັກຮຽນເກັ່ງ ຊັ້ນມັດທະຍົມສຶກສາ (ມ4 ແລະ ມ7) ໃນແຂວງສະຫວັນນະເຂດໄດ້ຈັດຂຶ້ນໃນວັນທີ 9 ມີນາ 2023 ທີ່ສະໂມສອນໂຮງຮຽນ ມສ ສະຫວັນ ແລະສູນໄອຊີທີ, ໂດຍພາຍໃຕ້ການເຂົ້າຮ່ວມເປັນປະທານຂອງທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະກິລາແຂວງ ພ້ອມຄະນະພະແນກ, ຄະນະອຳນວຍການໂຮງຮຽນທັງພາກລັດ-ເອກະຊົນເຂົ້າຮ່ວມ.

No description available.
ການສອບເສັງຄັດເລືອກນັກຮຽນເກັ່ງຄັ້ງນີ້ ປະກອບມີ 4 ວິຊາຄື: ພາສາລາວ-ວັນນະຄະດີ, ຟີຊິກສາດ, ຄະນິດສາດ ແລະ ເຄມີສາດ ມີຜູ້ເຂົ້າຮ່ວມສອບເສັງທັງໝົດ 40 ຄົນ ໃນນີ້ ຊັ້ນ ມ 4 ລວມ 20 ຄົນ ແລະ ມ 7 ລວມ 20 ຄົນ.
ຜ່ານການສອບເສັງຄັດເລືອກຕົວຈິງ ໃນຊັ້ນ ມ4 ວິຊາພາສາລາວ-ວັນນະຄະດີ ອັນດັບທີໄດ້ແກ່ 1 ນາງ ດາລິນສຸກ ແກ້ວວິໄລສັກ ໂຮງຮຽນມັດທະຍົມຕົ້ນບ້ານມ່ວງໄຂ່ ເມືອງໄຊພູທອງ , ວິຊາຄະນິດສາດ ອັນດັບທີ 1 ທ້າວ ເລທັນບິ່ນ ໂຮງຮຽນ ມສ ມິດຕະພາບລາວ-ຫວຽດ ນະຄອນໄກສອນພົມວິຫານ, ວິຊາເຄມີສາດ ອັນດັບ 1 ນາງ ບົວສະຫວັນ ແພງຂຸນໄຕ ໂຮງຮຽນ ມສ ໂພນເດື່ອ ເມືອງອຸທຸມພອນ, ວິຊາຟີຊິກສາດ ອັນດັບທີ 1 ນາງ ພອນສະໄໝ ສຸຄຳທັດ ໂຮງຮຽນ ມສ ມິດຕະພາບລາວ-ຫວຽດນາມ ນະຄອນໄກສອນພົມວິຫານ;

No description available.
ສ່ວນຊັ້ນ ມ7 ວິຊາພາສາລາວ-ວັນນະຄະດີ ອັນດັບທີ 1 ທ້າວ ຈັນທະສອນ ສິນທະວົງສາ ໂຮງຮຽນ ມສ ສະຫວັນ ນະຄອນໄກສອນພົມວິຫານ, ວິຊາຄະນິດສາດ ອັນດັບທີ 1 ທ້າວ ໄຊວິສິດ ທິບພະເກສອນ ໂຮງຮຽນມສ ມິດຕະພາບລາວ-ຫວຽດ ນະຄອນໄກສອນພົມວິຫານ, ວິຊາເຄມີສາດ ອັນດັບທີ 1 ນາງ ແພໄໝ ແກ້ວຫານາມ ໂຮງຮຽນ ມສ ໂພນສະຫວັນ ນະຄອນໄກສອນພົມວິຫານ, ວິຊາຟີຊິກສາດ ອັນດັບທີ 1 ນາງ ກັນສຸດາ ນາມມຸນຕີ ໂຮງຮຽນ ມສ ມິດຕະພາບລາວ-ຫວຽດ ນະຄອນໄກສອນພົມວິຫານ.

May be an image of 1 person
ສໍາລັບຜູ້ທີ່ສອບເສັງໄດ້ອັນດັບທີ 1 ແມ່ນໄດ້ຮັບລາງວັນເປັນເງິນສົດ 700.000 ກີບ, ອັນດັບທີ 2 500.000 ກີບ, ອັນດັບທີ 3 300.000 ກີບ. ໃນນີ້ ສຳລັບຜູ້ທີ່ສອບເສັງໄດ້ອັນດັບທີ 1 ໃນແຕ່ລະວິຊາ ຈະໄດ້ ເປັນຕົວແທນນັກຮຽນເກັ່ງຂອງແຂວງສະຫວັນນະເຂດ ເພື່ອເຂົ້າຮ່ວມການສອບເສັງນັກຮຽນເກັ່ງລະດັບຊາດ ປະຈຳສົກຮຽນ 2022-2023 ທີ່ນະຄອນຫຼວງວຽງຈັນ ທີ່ຈະຈັດຂຶ້ນໃນມໍ່ໆນີ້.

May be an image of 1 person