ຄຳມ່ວນໄດ້ແລ້ວນັກຮຽນເກັ່ງຕົວແທນແຂວງ ພໍ້ກັນຢູ່ລະດັບຊາດໄວໆນີ້

192

ໃນການສອບເສັງແຂ່ງຂັນນັກຮຽນເກັ່ງລະດັບແຂວງໃນແຂວງຄໍາມ່ວນ ສາຍສາມັນສຶກສາຂັ້ນ ປ.5, ມ.4 ແລະ ມ.7  ເພື່ອຄັດເລືອກເອົາຜູ້ທີ່ຈະມາເປັນຕົວແທນແຂວງ ເຂົ້າຮ່ວມແຂ່ງຂັນຢູ່ລະດັບຊາດແມ່ນໄດ້ສຳເລັດແລ້ວ ມີ 10 ເມືອງແລະ ໂຮງຮຽນອ້ອມຂ້າງທີ່ຂຶ້ນກັບພະແນກສຶກສາມີ 4 ແຫ່ງ ລວມ 61 ໂຮງຮຽນໄດ້ສົ່ງຕົວແທນເຂົ້າຮ່ວມແຂ່ງຂັນ ມີນັກຮຽນທັງໝົດມີ 123 ຄົນ ຍິງ 86 ຄົນ.

May be an image of 3 people, people standing and indoor

ຜ່ານການສອບເສັງແຕ່ລະລາຍວິຊາໄດ້ຜົນສະຫຼຸບອອກມາດັ່ງນີ້ຂັ້ນ ປ.5 ວິຊາພາສາລາວອັນດັບທີ 1 ນາງ ນໍ້າຫວານ ໂສພານາວົງ ຈາກໂຮງຮຽນປະຖົມຖໍ້າພວງ ເມືອງຍົມມະລາດ, ວິຊາໂລກອ້ອມຕົວອັນດັບທີ 1 ນາງ ສຸທິມາ ໄຊຍະລາດ ຈາກໂຮງຮຽນປະຖົມນໍ້າເທີນ 2 ເມືອງຍົມມະລາດ, ວິຊາຄະນິດສາດແມ່ນບໍ່ມີໃຜບັນລຸຄະແນນໄດ້ຕາມເກນ.

May be an image of 1 person and standing

ຂັ້ນ ມ.4 ວິຊາພາສາລາວ-ວັນນະຄະດີ ອັນດັບທີ 1 ນາງ ເຄັກ ເມກສະຫວັນ ຈາກໂຮງຮຽນ ມ.ສ ເທີນຫີນບູນ ເມືອງຄູນຄໍາ; ວິຊາພາສາອັງກິດອັນດັບທີ 1 ທ້າວ ທະ​ນິດ​ສອນ ແສງ​ດາ​ລາ ຈາກໂຮງຮຽນຄໍາມ່ວນ-ກວາງບິ່ງ; ວິຊາຄະນິດສາດແມ່ນບໍ່ມີໃຜບັນລຸຄະແນນໄດ້ຕາມເກນ; ວິຊາເຄມີສາດ ແລະ ຟີຊິກສາດແມ່ນໄດ້ຮັບລາງວັນຊົມເຊີຍວິຊາລະ 1 ຄົນ.

ອາດເປັນຮູບພາບຂອງ 5 ຄົນ, ຜູ້ຄົນກຳລັງຢືນ ແລະ ໃນຮົ່ມ

ຂັ້ນ ມ.7 ວິຊາພາສາລາວ-ວັນນະຄະດີແມ່ນໄດ້ຮັບລາງວັນຊົມເຊີຍຈໍານວນ 9 ຄົນ ເປັນຍິງທັງໝົດ; ວິຊາຄະນິດສາດໄດ້ຮັບລາງວັນຊົມເຊີຍຈໍານວນ 1 ຄົນ; ວິຊາຟີຊິກສາດອັນດັບທີ 1 ນາງ ດາວ​ທິບ ໄຊ​ຍະ​ຈັກ ຈາກໂຮງຮຽນຄໍາມ່ວນ-ກວາງບິ່ງ; ວິຊາເຄມີສາດອັນດັບທີ 1 ທ້າວ ເອກ​ອຸ​ດອນ ເທບ​ວົງ​ສາ ຈາກໂຮງຮຽນ ມ.ປາຍ ທ່າແຂກ; ວິຊາພາສາອັງກິດອັນດັບທີ 1 ນາງ ລີນາທາວົງ ຈາກໂຮງຮຽນ ມ.ສ ນໍ້າເທີນ 2 ເມືອງຍົມມະລາດ.