ມອບ-ຮັບໜ້າທີ່ຫົວໜ້າພະແນກການເງິນແຂວງສາລະວັນ (ຜູ້ເກົ່າ) ແລະ ວ່າການຫົວໜ້າພະແນການເງິນແຂວງສາລະວັນ (ຜູ້ໃໝ່)

63

ໃນວັນທີ 10 ມີນາ 2023 ຜ່ານມານີ້, ໄດ້ຈັດພິທີມອບ-ຮັບໜ້າທີ່ຫົວໜ້າພະແນກການເງິນແຂວງສາລະວັນ (ຜູ້ເກົ່າ) ແລະ ວ່າການຫົວໜ້າພະແນການເງິນແຂວງສາລະວັນ (ຜູ້ໃໝ່), ໂດຍການເປັນປະທານຂອງທ່ານ ແຫວນເພັດ ລັດດາວົງ ຫົວໜ້າຄະນະຈັດຕັ້ງແຂວງສາລະວັນ, ມີທ່ານ ກົງຄຳ ສິດທິວໍລະດາ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງການເງິນ, ມີບັນດາທ່ານແຂກຖືກເຊີນຈາກພະແນກການຕ່າງໆ, ຫ້ອງ ການ-ການເງິນເມືອງໃນ 8 ຕົວເມືອງ, ພະນັກງານ-ລັດຖະກອນຫຼັກແຫຼ່ງເຂົ້າຮ່ວມ.

 

May be an image of 6 people and people standing

ໃນພິທີໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ ສະບັບເລກທີ 381/ກງ, ລົງວັນທີ 6 ທັນວາ 2022 ວ່າດ້ວຍການອະນຸມັດໃຫ້ພະນັກງານ-ລັດຖະກອນພັກການຮັບອຸດໜູນບຳນານ ລັດຖະມົນຕີກະຊວງການເງິນຕົກລົງເຫັນດີອະນຸມັນໃຫ້: ທ່ານ ຂັນທະລັກ ໂພໄຊ ພັກການຮັບອຸດໜູນບຳນານນັບແຕ່ງວດທີ 1 ປີ 2023 ເປັນຕົ້ນໄປ, ຈາກນັ້ນທີ່ປະຊຸມໄດ້ຮັບຟັງການຜ່ານຂໍ້ຕົກລົງ ສະບັບເລກທີ 141/ຈຂ, ລົງວັນທີ 8/2/2023 ວ່າດ້ວຍການແຕ່ງຕັ້ງວ່າການຫົວໜ້າພະແນການເງິນແຂວງສາລະວັນ.

May be an image of 16 people and people standing
ໂດຍເຈົ້າແຂວງສາລະວັນຕົກລົງແຕ່ງຕັ້ງ: ທ່ານ ພອນປະເສີດ ລາຊາໂພ ເປັນວ່າການຫົວໜ້າພະແນການເງິນແຂວງສາລະວັນ (ຜູ້ໃໝ່) ພ້ອມດຽວກັນນັ້ນກໍ່ໄດ້ຮັບຟັງການຜ່ານຂໍ້ຕົກລົງ ສະບັບເລກທີ 60/ຄຈພຂ.ສວ, ລົງວັນທີ 9/3/2023 ວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາຄະນະພັກຮາກຖານພະແນກການເງິນແຂວງ ໂດຍອີງຕາມກົດລະບຽບຂອງພັກປະຊາຊົນ ປະຕິວັດລາວສະໄໝທີ XI ໝວດທີ II, ມາດຕາ 13 ວ່າດ້ວຍການບົ່ງຕົວແຕ່ງຕັ້ງ, ຍົກຍ້າຍ ແລະ ສິ້ນສຸດເປັນກຳມະການພັກແຂວງ ແລະ ບົດບັນທຶກ, ໜັງສືສະເໜີຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງ ຄະນະປະຈຳພັກແຂວງສາລະວັນ ຕົກລົງບົ່ງຕົວແຕ່ງຕັ້ງ: ສະຫາຍ ພອນປະເສີດ ລາຊາໂພ ເປັນເລຂາຄະນະພັກຮາກຖານພະແນກການເງິນແຂວງ.

May be an image of 2 people and people standing
ຈາກນັ້ນກໍ່ໄດ້ມີການເຊັນບົດບັນທຶກມອບ-ຮັບໜ້າທີ່ລະຫວ່າງຫົວໜ້າພະແນກການເງິນ (ຜູ້ເກົ່າ) ກັບວ່າ ການຫົວໜ້າພະແນກການເງິນ ແຂວງສາລະວັນ (ຜູ້ໃໝ່) ໂດຍຊ່ອງໜ້າພາກສ່ວນກ່ຽວຂ້ອງ.